ຫວຽດນາມ-ຍີ່ປຸ່ນ: ຮ່ວມມືດ້ານເສດຖະກິດເພື່ອພ້ອມກັນພັດທະນາ

(vovworld)- ມີ​ກະ​ແສ​ຟອງ​​ໃຫມ່​ຈາກ ຍີ່​ປຸ່ນ ຈະ​ລົງທຶນ​ເຂົ້າ​ຫວຽດນາມ, ວິ​ສາ​ຫະກິດ ຍີ່​ປຸ່ນ ພວມ​ສົນ​ໃຈ​ເຖິງ​ຕະຫລາດ​ຫວຽດນາມ, ຫວຽດນາມ ​ແມ່ນ​ສະຖານ​ທີ່​ລົງທຶນ​ອັນ​ດູດ​ດື່ມ​ສຳລັບ​ບັນດາ​ວິ​ສາ​ຫະກິດ ຍີ່​ປຸ່ນ. ນີ້​ແມ່ນ​ສິ່ງ​ທີ່​ບັນດາ​ນັກ​ລົງທຶນ​ຍີ່​ປຸ່ນ ​ໄດ້​ເຕື້ອງ​ເຖິງ​ ທີ່​ເວທີ​ປາ​ໄສ, ກອງ​ປະຊຸມ​ສຳ​ມະ​ນາ ກ່ຽວ​ກັບ​ການ​ຮ່ວມ​ມື​ເສດຖະກິ​ດ ລະຫວ່າງ​ຫວຽດນາມ ​ແລະ ຍີ​ປຸ່່ນຖືກຈັດ​ຂຶ້ນໃນ​ໄລຍະ​ຜ່ານ​ມາ​​. ​

ຫວຽດນາມ-ຍີ່ປຸ່ນ: ຮ່ວມມືດ້ານເສດຖະກິດເພື່ອພ້ອມກັນພັດທະນາ - ảnh 1
ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງ ຕ້ອນຮັບທ່ານ
 Toshimitsu Motegi ລັດຖະມົນຕີເສດຖະກິດ,ການຄ້າ ອຸດສາຫະກຳຍີ່ປຸ່ນ
ພາບ:chinhphu.vn

        ການ​ເຄື່ອນ​ໄຫວ​ພົວພັນ​ແລກປ່ຽນ​ສິນ​ຄ້າ ລະຫວ່າງ​ຫວຽດນາມ ​ແລະ ຍີ່ປຸ່ນ ​ໃນ​ຊຸມ​ມື້​ມໍ່ໆ​ມາ​ນີ້ ​ໄດ້​ມີ​ບາດກ້າວພັດທະນາ​ດີ​ພໍ​ສົມຄວນ. ພິ​ເສດ ​ໃນ​ປີ 2013, ​ຊື່​ງ​ແມ່ນ​ປີ​ທີ່​ສອງ​ປະ​ເທດ ຫວຽດນາມ ​ແລະ ຍີ່​ປຸ່ນ ສະ​ເຫລີ​ມສະຫລອງ 40 ປີ​ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ, ສະ​ນັ້ນ ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ 2 ປະ​ເທດ ​ຟົດ​ຟື້ນ​ຍິ່ງ​ກວ່າ​ເວລາ​ໃດ​ໝົດ. ສິ່ງ​ດັ່ງກ່າວ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ຜ່ານ​ຕົວ​ເລກ​ສະຖິຕິ​​ໃນ​ປີ 2012 ​ແລະ ​​ໃນ 6 ​ເດືອນ​ຕົ້ນປີ 2013. ຕາມ​ການ​ສຳ​ຫລວດ​ຂອງ​ອົງການ​ສົ່ງ​ເສີມ​ການ​ຄ້າ​ລົງທຶນ ຍີ່​ປຸນ (JETRO) ​ແລ້ວ, ການ​ຄ້າ​ສອງ​ສົ້ນ​ລະຫວ່າງ ຍີ່​ປຸ່ນ ​ແລະ ຫວຽດນາມ ນັບ​ມື້​ນັບ​ໄດ້​ຮັບ​ການ​ເປີດ​ກວ້າງ. ວົງ​ເງິນ​ສົ່ງ​ອອກ​ສິນຄ້າ​ຈາກ ຫວຽດນາມ ​ໄປ​ຍັງ​ຍີ່​ປຸ່ນ ບັນລຸ​ກວ່າ 13 ລ້ານ USD ​ໃນ​ປີ 2012,​​ໃນ​ນັ້ນ ບັນດາ​ປະ​ເພດ​ສິນຄ້າ​ສົ່ງ​ອອກມີ​ການ​ເຕີບ​ໂຕ​ຢ່າງ​ແຮງ​ຄື: ​ເຄື່ອງກົນ​ຈັກ, ​ເຄື່ອງ​ອາ​ໄຫລ່, ນ້ຳມັນ​ອາຍ​ແກ​ສ, ​ເກີບ​ຫນັງ…. ສ່ວນບັນດາ​ປະ​ເພດ​ສິນຄ້າທີ່ຫວຽດນາມ ນຳ​ເຂົ້າ​ຈາກ ຍີ່​ປຸ່ນ ​ນັ້ນ​ແມ່ນ: ​ເຫລັກ​​ເສດ​ເຫລືອ, ​ແພ​ໄຫມ, ​​ເຄື່ອງອາ​ໄຫລ່​ລົດ​ໂອ​ໂຕ… ດ້ວຍ​ຍອດ​ວົງ​ເງິນ​ 11,603 ລ້ານ USD. ​ໄລ່​​ຮອດ​ເດືອນ 6/2013,​ ຍີ່​ປຸ່ນ ມີ 1.990 ​ໂຄງການ​ລົງທຶນ​ເຂົ້າ ຫວຽດນາມ ດ້ວຍ​ຍອດ​ທຶນ​ຈົດ​ທະບຽນ​ ​ເກືອບ 33 ຕື້ USD, ຢືນ​ອັນ​ດັບ​ຫນຶ່ງ​ໃນ​ຈຳນວນ​ບັນດາ​ປະ​ເທດ​ມີ​ເງິນ​ລົງທຶນ​ໂດຍ​ກົງ​ຢູ່ ຫວຽດນາມ. ຍີ່​ປຸ່ນ ​ແມ່ນ​ນັກ​ລົງທຶນ​ລາຍໃຫຍ່​ກວ່າ​ໝູ່​ໃນ​ຈຳນວນ 100 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນທີ່​ພວມ​ລົງທຶນ​ຢູ່ ຫວຽດນາມ. ທ່ານ Motonobu Sato ປະທານ​ສະຫະ​ສະມາຄົມ​ບັນດາ​ວິ​ສາ​ຫະກິດ ຍີ່​ປຸ່ນ ປະຈຳ ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າພະ​ເຈົ້າ​ຄິດ​ວ່າ ຫວຽດນາມ ຄື​ດັ່ງ​ຄູ່​ຮ່ວມ​ມື​ຂອງ​ຍີ່​ປຸ່ນ, ຄື​ດັ່ງ​ຄອບຄົວ​ດຽວ. ຫວຽດນາມ ຕ້ອງການ​ຄວາ​ມຊ່ວຍ​ເຫລືອ​ຈາກຍິ່ປຸ່ນ ​ແລະ ກົງກັນຂ້າມ. ນັ້ນ​ແມ່ນ​ສາຍ​ເຫດ​ເຮັດ​ໃຫ້​ພວກ​ຂ້າ​ພະ​ເຈົ້າ​ຍູ້​​ໄວການ​ລົງທຶນ​ເຂົ້າ​ຫວຽດນາມກວ່າ. ຍີ່​ປຸ່ນ ​ແມ່ນ​ປະ​ເທດ​ພັດທະນາ ​ແຕ່​ພວກ​ຂ້າພະ​ເຈົ້າ​ບໍ່​ອາດ​ກ້າວ​ເດີນ​ດ້ວຍ​ຕົນ​ເອງ​ໄດ້. ​ແລະ ຫວຽດນາມ ກໍ​ເຊັນ​ດຽວ​ກັນ ຢາກ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ຈາກ ຍີ່​ປຸ່ນ. ພວກ​ເຮົາ​ຄວນ​ຊອກ​ຫາ​ຄູ່​ຮ່ວມ​ມື. ສິ່ງ​ດັ່ງກ່າວ​ແມ່ນ​ສຳຄັນທີ່​ສຸດ. ພວກ​ເຮົາ​ຄວນ​ຮ່ວມ​ມື​ນຳ​ກັນ.”

        ​ເຖິງ​ວ່າ​ເສດຖ​ະກິດ​ທົ່ວ​ໂລກ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງ ​ແຕ່​ນັບ​ມື້​ນັບ​ມີ​ວິ​ສາ​ຫະກິດ​ຍີ່ປຸ່ນ ຫລາຍ​​ແຫ່ງມາ​ເປີດ​ຫ້ອງການ​ຫລື​ສາຂາ ຢູ່ ຫວຽດນາມ, ພິ​ເສດ​ແມ່ນ​ຢູ່ ຮ່າ​ໂນ້ຍ, ມີບັນດາໂຮງງານຂອງບໍລິສັດໃຫຍ່ຄື: Honda, Toyota, Yamaha Canon. ສິ່ງດັ່ງກ່າວສະ​ແດງໃຫ້ເຫັນວ່າ: ຫວຽດນາມ ນັບມື້ນັບສາມາດຕອບສະຫນອງ​ບັນດາ​ເງື່ອນ​ໄຂ​ບຸລິມະສິດ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ ຍີ່​ປຸ່ນ ​ເຂົ້າ​ມາລົງທຶນ. ອົງການ​ສົ່ງ​ເສີມ​ການ​ຄ້າ​ລົງທຶນ ຍີ່​ປຸ່ນ (JETRO) ຫວ່າ​ງ​ແລ້ວ​ນີ້​ໄດ້​ປະກາດ​ໝາກຜົນ “ການສືບສວນ​ກ່ຽວ​ກັບ​ສະພາບ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ວິ​ສາ​ຫະກິດ​ຍີ່​ປຸ່ນ ຢູ່ ອາຊີ ​ແລະ ທະວີບ ​ໂອ​ເຊ​ອາ​ນີ  ​ຊື່​ງສະ​ແດງໃຫ້​ເຫັນ​ວ່າ: ມີ 65,9% ຈຳນວນ​ວິ​ສາ​ຫະກິດ​ຍີ່​ປຸ່ນ ຍັງ​ຄົງ​ເລືອກ​ເຟັ້ນ ຫວຽດນາມ ​ແມ່ນ​ສະຖານ​ທີ່​ລົງທຶນ​ໃນ​ໄລຍະ​ຈະ​ມາ​ເຖິງ. ສິ່ງ​ດັ່ງກ່າວ​ໃຫ້​ເຫັນ​ວ່າ, ວິ​ສາ​ຫະກິດ ຍີ່​ປຸ່ນ ຍັງ​ຄົງ​ເຊື່ອ​ໝັ້ນ​ຕໍ່​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ຢູ່ ຫວຽດນາມ. ທ່ານ Shinichi Wakita, ຜູ້ອຳ​ນວຍ​ການ​ບໍລິສັດ Panasonic ປະຈຳ ຫວຽດນາມ ຖື​ວ່າ:

        “ລັດຖະບານ ຫວຽດນາມ ​ໄດ້​ຍົກ​ສູງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ໃຫ້​ແກ່​ບັນດາ​ໂຄງການ FDI ​ແລະ ​ໄດ້​ຮັບ​ຫລາຍ​ແຫ​ລ່ງ​ເງິນ​ລົງທຶນ​ໂດຍ​ກົງ​ຈາກ​ບັນດາ​ນັກ​ລົງທຶນ. ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ຢູ່ ຫວຽດນາມ ​ໄດ້​ມີ​ການ​ປ່ຽນ​ແປງ​ຢ່າງ​ວ່ອງ​ໄວ. ຫວຽດນາມ ບໍ່​ພຽງ​ແຕ່​ກະກຽມ​ພື້ນຖານ​ໂຄງ​ລ່າງ​ດີ​ເທົ່າ​ນັ້ນ ຫາກ​ຍັງ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດອີກ​ດ້ວຍ. ນີ້​ແມ່ນ​ວິທີ​ດີ​ສຸດ​ເພື່ອ​ຊຸກຍູ້​ບັນດາ​ວິ​ສາ​ຫະກິດ​ລົງ​ທຶນ​ດຳ​ເນີນ​ທຸລະ​ກິດ​ຢູ່​ ຫວຽດນາມ ຫລາຍ​ກວ່າ. ຫວຽດນາມ ​ແມ່ນ​ຕະຫລາດ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫລາຍ​ຢ່າງ​ເພື່ອ​ພັດທະນາ.”

     ຫວຽດນາມ ມີ​ທ່າ​ໄດ້​ປຽບ​ຫລາຍ​ຢ່າງ​ກ່ຽວ​ກັບ​ລະບອບ​ການ​ເມືອງ​​ມີສະຖຽນ​ລະ​ພາບ, ​ແຫ​ລ່ງຊັບ​ພະຍາກອນມະນຸດ​ອຸດົມ​ສົ​ມບູນ. ບັນດາ​ວິ​ສາ​ຫະກິດ ຍີ່​ປຸ່ນ ​ໃຫ້​ຂໍ້​ສັງ​ເກດ​ວ່າ: ບັນດາ​ຂົງ​ເຂດ​ຄື ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ, ​ຊອບ​ແວ, ຂາຍຍົກ, ຂາຍຍ່ອຍ​ບັນດາ​ຜະລິດ​ຕະພັນ, ​ເຄມີ, ສາທາລະນະ​ສຸກ ​… ​ໃນ​ໄລຍະ​ຈະ​ມາ​ເຖິງ​ຈະ​ສາມາດ​ສ້າງ​ມູນ​ຄ່າ​ເສດຖະກິດ​ສູງ. ສະ​ນັ້ນ ​ໃນ​ອະນາຄົດ, ບັນດາ​ວິ​ສາ​ຫະກິດ ຫວຽດນາມ ​ແລະ ຍີ່​ປຸ່ນ ຈະ​ມີ​ການ​ສົມທົບ​ຢ່າງ​ຄົບ​ຊຸດ​ຄື: ຍູ້​ແຮງ​ການພັດທະນາ​ອຸດສາຫະກຳ​ສຳຮອງ, ສ້າງ​ສະພາບ​ແວດ​ລ້ອມ​ດຳ​ເນີນ​ທຸລະ​ກິດ​ຢ່າງ​ສະດວກ​ກວ່າ​ອີກ​ເພື່ອ​ໃຫ້​ວິ​ສາ​ຫະກິດ​ສອງ​ປະ​ເທດ​ພ້ອມ​ກັນ​ພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ