ໃນຊຸມປີຜ່ານມາ, ບັນດາທ້ອງຖິ່ນເຂດຕາເວັນອອກພາກໃຕ້ ໄດ້ພັດທະນານັບມື້ນັບຂະຫຍັນຂັນເຄື່ອນ, ບັນລຸລະດັບເຕີບໂຕເສດຖະກິດສູງ, ໝັ້ນຄົງໃນຫຼາຍຂົງເຂດຄື: ເຄື່ອງເອເລັກໂຕນິກ, ຊອບແວ, ບັນດາການບໍລິການດ້ານການຄ້າ, logistics, ການເງິນ… ເຂດນີ້ກໍ່ນຳໜ້າໃນການເຊື່ອມໂຍງ, ເປີດກວ້າງການແລກປ່ຽນ, ຮ່ວມມືດ້ານເສດຖະກິດກັບບັນດາປະເທດໃນພາກພື້ນອາຊີຕາເວັນອອກ - ອາຊີໃຕ້ ແລະ ໂລກຢ່າງມີປະສິດທິຜົນ. ໄລ່ສະເພາະ 6 ເດືອນຕົ້ນປີ 2016, ເຂດຕາເວັນອອກພາກໃຕ້ ໄດ້ດຶງດູດການລົງທຶນຈາກຕ່າງປະເທດຫຼາຍກວ່າໝູ່ໃນທົ່ວປະເທດ, ກວມເອົາ 51,6% ຈຳນວນໂຄງການໃໝ່, 62,5% ໂຄງການເພີ່ມເງິນລົງທຶນ, ກວມເອົາ 42,2% ຍອດເງິນລົງທຶນທົ່ວປະເທດ. ວົງເງິນສົ່ງອອກຂອງແຂວງກວມເອົາເກືອບ 60% ຍອດວົງເງິນສົ່ງອອກຂອງທົ່ວປະເທດ. ອັດຕາເງິນລົງທຶນຕໍ່ GDP ກວມເອົາ 50%, ຫຼາຍທົບ 1,5 ເທົ່າເມື່ອທຽບໃສ່ທົ່ວປະເທດ; ລະດັບການເຕີບໂຕດ້ານເສດຖະເກິດສູງກວ່າ 1,4 – 1,6 ເທົ່າ ເມື່ອທຽບໃສ່ລະດັບເຕີບໂຕສະເລ່ຍລວມຂອງທົ່ວປະເທດ. ປະຈຸບັນ, ເຂດຕາເວັນອອກພາກໃຕ້ ໄດ້ຂະຫຍາຍການສ້າງຕັ້ງເຂດຕົວເມືອງຢູ່ອ້ອມນະຄອນໂຮ່ຈິມິນ, ຮ່ວມສຳພັນດ້ວຍບັນດາເສັ້ນທາງຫຼວງ ແລະ ເສັ້ນທາງອ້ອມຮອບທີ່ສະດວກສະບາຍ. ເຂດອຸດສາຫະກຳຈຸດສຸມໃຫຍ່ທີ່ສຸດຂອງທົ່ວປະເທດນີ້ິ້ ກໍ່ໄດ້ຮັບການສ້າງຕັ້ງ ແລະ ຮ່ວມສຳພັນເຄືອຂ່າຍບັນດາເຂດອຸດສາຫະກຳ, ບັນດາຂະແໜງອຸດສາຫະກຳປາຍແຫຼມຄື: ຂຸດຄົ້ນ ແລະ ປຸງແຕ່ງນຳ້ມັນອາຍແກັສ, ພະລັງງານໄຟຟ້າ, ເຕັກໂນໂລຊີຂໍ້ມູນຂ່າວສານ, ເຄມີພື້ນຖານ… ຊຶ່ງເປັນພື້ນຖານຫັນເປັນອຸດສາຫະກຳຂອງເຂດ ແລະ ທົ່ວປະເທດ.
ເຖິງວ່າ, ເຂດຕາເວັນອອກພາກໃຕ້ ໄດ້ເຕົ້າໂຮມບັນດາທ່າແຮງທີ່ດີສຸດກໍ່ຕາມ, ແຕ່ການພັດທະນາຍັງບໍ່ທັນເໝາະສົມກັບຄວາມສາມາດບົ່ມຊ້ອນ, ທ່າແຮງຂອງເຂດເທື່ອ. ສິ່ງສຳຄັນທີ່ສຸດໃນການພັດທະນາຂອງເຂດໃນອະນາຄົດແມ່ນຕ້ອງມີອົງການປະສານງານເຂດ ມີກຳລັງຢ່າງພຽງພໍເພື່ອຊີ້ນຳບໍລິຫານປະຕິບັດການວາງແຜນຜັງ. ທີ່ເວທີປາໄສເສດຖະກິດເຂດຕາເວັນອອກພາກໃຕ້, ເຊິ່ງດຳເນີນໃນວັນທີ 16/09 ຢູ່ນະຄອນໂຮ່ຈິມິນ, ທ່ານ ວໍວັນຕື, ຜູ້ອຳນວຍການສູນສົ່ງເສີມການຄ້າແຂວງ ເລີມດົ່ງ, ມີຂໍ້ສະເໜີແນະວ່າ.
“ໄລຍະທຳອິດ, ພວກເຮົາຕ້ອງມີຄະນະບໍລິຫານງານທີ່ມີກຳລັງຄວາມສາມາດຢ່າງພຽງພໍ ນັ້ນແມ່ນບັນດາກະຊວງ, ຂະແໜງການສູນກາງ ຫຼື ລັດຖະບານ. ຫຼັງຈາກນັ້ນ, ພວກເຮົາມອບໃຫ້ບັນດາທ້ອງຖິ່ນບໍລິຫານເອງ. ພວກເຮົາບໍ່ທັນມີກົນໄກ, ນະໂຍບາຍຢ່າງແຮງ ເພື່ອປະຕິບັດການວາງແຜນຜັງ. ພວກເຮົາວາງແຜນຜັງແຕ່ບໍ່ນຳໃຊ້, ແຂວງໃດມີທ່າແຮງແຂວງນັ້ນປະຕິບັດ.”
ເພື່ອແກ້ໄຂບັນຫາຄຸນນະພາບການເຕີບໂຕດ້ານເສດຖະກິດເຂດຕາເວັນອອກພາກໃຕ້ ຍັງບໍ່ທັນສູງ, ຂາດລັກສະນະໝັ້ນຄົງ; ຄຸນນະພາບແຫຼ່ງຊັບພະຍາກອນມະນຸຍັງຕ່ຳ ເມື່ອທຽບໃສ່ຄວາມຕ້ອງການພັດທະນາ, ພື້ນຖານໂຄງລ່າງຍັງບໍ່ທັນພັດທະນາທ່ວງທັນກັບຄວາມຕ້ອງການ ແລະ ບັນຫາຮ່ວມສຳພັນພັດທະນາເຂດ, ທ່ານ ໂດ້ຮ່ານາມ, ຜູ້ອຳນວຍການໃຫຍ່ບໍສິສັດຫຸ້ນສ່ວນກຸ່ມບໍລິສັດ INTIMEX GROUP ຖືວ່າ.
“ເປັນຫຍັງພວກເຮົາບໍ່ເຊື່ອມຕໍ່ລະບົບຄົມມະນາຄົມໃນລະບົບພື້ນຖານໂຄງລ່າງຄືນໃໝ່, ມັນຈະສ້າງຄວາມສະດວກສະບາຍໃນເຂດ. ໃນເວລານັ້ນ, ບັນດາວິສາຫະກິດຈະຊອກຫາເມື່ອເຂົາເຈົ້າເຫັນວ່າມີຜົນປະໂຫຍດ ແລະ ເຊື່ອມຕໍ່ນຳກັນ. ຍ້ອນປະຈຸບັນ, ມີບາງເຂດຄື ບິ່ງເຢືອງ ພື້ນຖານໂຄງລ່າງອຸດສາຫະກຳແມ່ນໃຫຍ່ຫຼວງ ແຕ່ຢາກເປີດກວ້າງອອກສູ່ເຂດອື່ນກໍ່ບໍ່ສາມາດເຊື່ອມຕໍ່ໄດ້ຍ້ອນພື້ນຖານໂຄງລ່າງອ່ອນດ້ອຍ”.
ເພື່ອພັດທະນາທ່າແຮງເຂດຕາເວັນອອກພາກໃຕ້ ແມ່ນອຸດສາຫະກຳຕຳແຜ່ນຕັດຫຍິບ, ປະຈຸບັນກວມປະມານ 60% ວົງເງິນສົ່ງອອກເຄື່ອງຕຳແຜ່ນຕັດຫຍິບຂອງທົ່ວປະເທດ, ບັນດາແຂວງເຂດຕາເວັນອອກພາກໃຕ້ ຕ້ອງແກ້ໄຂ 2 ບັນຫາ ນັ້ນແມ່ນ: ແຫຼ່ງຊັບພະຍາກອນມະນຸດ ແລະ ວັດຖຸດິບ. ປະຈຸບັນ, ບັນດາແຂວງ, ນະຄອນພວມສ້າງລະບົບຮ່ວມສຳພັນກຸ່ມອຸດສາຫະກຳວັດຖຸດິບ, ວັດຖຸເສີມຮັບໃຊ້ເຄື່ອງຕຳແຜ່ນຕັດຫຍິບ. ທ່ານປະລິຍາເອກ ວູແທ່ງຕື້ແອງ, ຜູ້ອຳນວຍການຄົ້ນຄວ້າຫຼັດສູດການສິດສອນ Fulbright, ເນັ້ນໜັກວ່າ.
“ນະຄອນໂຮ່ຈິມິນ ແລະ ບັນດາວິສາຫະກິດລົງທຶນເຂົ້າບັນດາການອອກແບບ, ລົງທຶນເຂົ້າບັນດາໂຮງຮຽນ, ສະຖາບັນຄົ້ນຄວ້າສຶກສາກໍ່ສ້າງແຫຼ່ງຊັບພະຍາກອນມະນຸດໃນການອອກແບບ ສ້າງເຄື່ອງໝາຍການຄ້າແຟຊັນ. ຖ້າພວກເຮົາພ້ອມກັນກໍ່ສ້າງກຸ່ມຂະແໜງອອກແບບແຟຊັນ ໝາຍຄວາມວ່າພວກເຮົາພວມຈັດແບ່ງແຮງງານຢູ່ເຂດຕາເວັນອອກພາກໃຕ້”.
ເຊື່ອມໂຍງຢ່າງເລິກເຊິ່ງ, ກ້ວາງຂວາງເຂົ້າຕະຫຼາດສາກົນໃນຊຸມປີຕໍ່ໄປຈະແມ່ນກາລະໂອກາດໃໝ່, ແຕ່ກໍ່ຕ້ອງມີແຫຼ່ງກຳລັງໃໝ່ ເພື່ອຫັນກາລະໂອກາດໃຫ້ປະກົດຜົນເປັນຈິງ. ສະນັ້ນ, ເຂດຕາເວັນອອກພາກໃຕ້ ໄດ້ ແລະ ພວມມີການຮ່ວມສຳພັນ ແລະ ແກ່ງແຍ້ງສູງຢູ່ຕະຫຼາດພາຍໃນປະເທດ ກໍຄືສາກົນ.