ຮ່າໂນ້ຍນຳຫນ້າໃນທົ່ວປະເທດກ່ຽວກັບການດຶງດູດການລົງທຶນຂອງຕ່າງປະເທດ

(VOVWORLD) -ທີ່ກອງປະຊຸມ “ຮ່າໂນ້ຍປີ 2018: ການລົງທຶນ ແລະ ພັດທະນາ” ດຳເນີນໃນວັນທີ 17 ມິຖຸນາ ຢູ່ ຮ່າໂນ້ຍ, ນະຄອນ ຮ່າໂນ້ຍ ໄດ້ມອບຂໍ້ຕົກລົງ ແລະ ຫນັງສືຢັ້ງຢືນແຜນນະໂຍບາຍລົງທຶນໃຫ້ແກ່ 71 ໂຄງການ ດ້ວຍຍອດຈຳນວນເງິນລົງທຶນກວ່າ 17 ຕື້ USD. ດ້ວຍຈຳນວນໂຄງການໃຫມ່ນີ້, ຮ່າໂນ້ຍ ໄດ້ບືນຂຶ້ນຢືນອັນດັບ 2 ໃນທົ່ວປະເທດກ່ຽວກັບການດຶງດູດການລົງທຶນຂອງຕ່າງປະເທດ.

ຮ່າໂນ້ຍນຳຫນ້າໃນທົ່ວປະເທດກ່ຽວກັບການດຶງດູດການລົງທຶນຂອງຕ່າງປະເທດ - ảnh 1 ທ່ານ ຫງວຽນດຶກຈູງ, ປະທານ ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ 

ທີ່ກອງປະຊຸມນີ້, ທ່ານ ຫງວຽນດຶກຈູງ, ປະທານ ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ: ໃນຈຳນວນ 71 ໂຄງການລົງທຶນທີ່ໄດ້ຮັບຂໍ້ຕົກລົງຈາກ ນະຄອນ, ມີ 11 ໂຄງການ FDI ດ້ວຍຍອດຈຳນວນເງິນລົງທຶນ 5,4 ຕື້ USD. ນອກນັ້ນ ໄລຍະຈະມາເຖິງ ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ, ບັນດາແຂວງ, ນະຄອນ ໃນເຂດ, ຄະນະຄຸ້ມຄອງເຂດເຕັກໂນໂລຊີສູງ ຮວ່າລາກ ພ້ອມກັບບັນດານັກລົງທຶນຢູ່ພາຍໃນ ແລະ ຕ່າງປະເທດ ຈະມອບບົດບັນທຶກຊ່ວຍຈຳຮ່ວມມືລົງທຶນ 24 ສະບັບ ໃນຫລາຍຂົງເຂດ ດ້ວຍຍອດຈຳນວນເງິນລົງທຶນຄາດວ່າເກືອບ 70.000 ຕື້ດົງ. ດ້ວຍໝາກຜົນນີ້, ທ່ານ ຫງວຽນດຶກຈູງ ໃຫ້ຮູ້ວ່າ “ນີ້ແມ່ນຄັ້ງທຳອິດໃນ 30 ປີຜ່ານມາ, ຍອດຈຳນວນທຶນ FDI ໃນ 6 ເດືອນຕົ້ນປີບັນລຸ 5,9 ຕື້, ຮ່າໂນ້ຍ ບືນຂຶ້ນຢືນອັນດັບຫນຶ່ງໃນທົ່ວປະເທດ”. ທ່ານ ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ເນັ້ນຫນັກວ່າ: ນະຄອນ ຮ່າໂນ້ຍ ສືບຕໍ່ໃຫ້ບຸລິມະສິດ ແລະຮຽກຮ້ອງການລົງທຶນເຂົ້າບັນດາໂຄງການເຕັກໂນໂລຊີສູງ, ເຕັກໂນໂລຊີສູງ, ເຕັກໂນໂລຊີໃຫມ່, ພະລັງງານສະອາດ ແລະ ບັນດາໂຄງການຮ່ວມສຳພັນ, ພັດທະນາເຂດ, ບັນດາໂຄງການກໍ່ສ້າງເຮືອນຢູ່ໃຫ້ກຳມະກອນ. ນອກນັ້ນ ຍັງມີບັນດາໂຮງງານບຳບັດສິ່ງເສດເຫລືອ, ຂີ້ຕົ້ມ, ກໍ່ສ້າງກະສິກຳເຕັກໂນໂລຊີສູງ, ບັນດາໂຮງງານປຸງແຕ່ງສັດປີກສັດລ້ຽງ, ປຸງແຕ່ງຜະລິດຕະພັນກະເສດ, ສິນໃນນ້ຳ, ສິນທະເລ ແລະອື່ນໆ. ຕາມພະແນກແຜນການ ແລະ ການລົງທຶນຮ່າໂນ້ຍແລ້ວ, ຕົວເລກປະທັບໃຈດັ່ງກ່າວແມ່ນໝາກຜົນຂອງການເລັ່ງລັດ, ຫນູນຊ່ວຍນັກລົງທຶນ, ວິສາຫະກິດຈາກຂອດຈົດທະບຽນດຳເນີນທຸລະກິດຕະຫລອດຮອດການຜັນຂະຫຍາຍໂຄງການ, ແກ້ໄຂຄວາມຫຍຸ້ງຍາກໃນວິວັດທະນາການແຫ່ງການປະຕິບັດໂຄງການຂອງຂະແຫນງການກ່ຽວຂ້ອງຂອງນະຄອນຮ່າໂນ້ຍ. ທ່ານ ເຈີນງອກນາມ ຮອງຫົວຫນ້າພະແນກແຜນການ ແລະ ການລົງທຶນ ຮ່າໂນ້ຍ ໃຫ້ຮູ້ວ່າ:

“ໃນໄລຍະຜ່ານມາ ຮ່າໂນ້ຍ ຍາມໃດກໍ່ນອນໃນ Top ແຖວຫນ້າຂອງບັນດາທ້ອງຖິ່ນກ່ຽວກັບການດຶງດູດການລົງທຶນ, ພິເສດ ແມ່ນການລົງທຶນຕ່າງປະເທດ. ທ່າໄດ້ປຽບຂອງຮ່າໂນ້ຍ ກ່ອນອື່ນໝົດແມ່ນນະຄອນຫລວງ, ທີສອງແມ່ນສູນໃຫຍ່ກ່ຽວກັບເສດຖະກິດ. ບັນຫາເປັນຫນ້າສົນໃຈອີກ ນັ້ນແມ່ນ ນະຄອນຮ່າໂນ້ຍ ມີພູມມີສາດເສດຖະກິດໃຫຍ່ ເພື່ອປະຕິບັດການລົງທຶນ.”

ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມອບຫນັງສືຢັ້ງຢືນໃຫ້ແກ່ບັນດາໂຄງການລົງທຶນໃຫຍ່, ໃນນັ້ນ ມີໂຄງການຮ່ວມທຸລະກິດລະຫວ່າງ ກຸ່ມບໍລິສັດ BRG- Sumitomo ຂອງຍີ່ປຸ່ນ ກໍ່ສ້າງນະຄອນສະຫລາດຢູ່ສອງຟາກທາງ ເຍີດເຕີນ - ໂນ້ຍບາຍ ຢູ່ ເມືອງ ດົງແອງ ດ້ວຍຍອດຈຳນວນເງິນລົງທຶນກວ່າ 4 ຕື້ USD. ກ່າວຄຳເຫັນຕໍ່ຜູ້ແທນ 1500 ຄົນ ຊື່ງແມ່ນການນຳບັນດາກະຊວງ, ຂະແຫນງການ, ວິສາຫະກິດ ແລະ ບັນດານັກລົງທຶນຕ່າງປະເທດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ: ຈຳນວນເງິນ 11 ໂຄງການ ແມ່ນເງິນລົງທຶນຂອງຕ່າງປະເທດຊື່ງນະຄອນຮ່າໂນຍ້ ໄດ້ດຶງດູດໃນໄລຍະຜ່ານມາແມ່ນໃຫຍ່ຫລວງ ສະແດງໃຫ້ເຫັນຄວາມມານະພະຍາຍາມ ຄວາມຕັດສິນໃຈສູງຂອງຮ່າໂນ້ຍໃນການປັບປຸງສະພາບແວດລ້ອມແຫ່ງການລົງທຶນຢ່າງສະດວກສະບາຍ ແລະ ດູດດື່ມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະແດງຄວາມປາດຖະຫນາວ່າ ໃນໄລຍະຈະມາເຖິງ ຮ່າໂນ້ຍ ຈະນຳຫນ້າໃນທົ່ວປະເທດກ່ຽວກັບການດຶງດູດການລົງທຶນຂອງຕ່າງປະເທດ. ທີ່ກອງປະຊຸມ ມີນັກຊ່ຽວຊານເສດຖະກິດຫລາຍທ່ານກໍ່ຖືວ່າ:

ດ້ວຍບັນດາບາດກ້າວເດີນລະມັດລະວັງແຕ່ມີຈຸດສຸມ, ຮ່າໂນ້ຍຈະສືບຕໍ່ແມ່ນຈຸດເດັ່ນໃນການດຶງດູດການລົງທຶນຂອງຕ່າງປະເທດ. ທ່ານຫວູຕຽນລົກ, ປະທານຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ ໃຫ້ຂໍ້ສັງເກດວ່າ:

“ໄລຍະຜ່ານມາ ຮ່າໂນ້ຍ ຮູ້ຈັກວິທີເລືອກເຟັ້ນບັນດາການເຄື່ອນໄຫວສົ່ງເສີມການລົງທຶນມີຈຸດສຸມ ເພື່ອແນໃສ່ບັນດາຄູ່ຮ່ວມມືຍຸດທະສາດຂອງຫວຽດນາມຄື: ຍີ່ປຸ່ນ, ອາເມລິກາ, ເອີລົບ, ສເກົາຫລີ ແລະ ບັນດາຄູ່ຮ່ວມມືຍຸດທະສາດອື່ນ. ຂ້າພະເຈົ້າຄິດວ່າ ວິທີເຮັດຂອງ ຮ່າໂນ້ຍ ມີປະສິດທິຜົນ.”

        ຄວາມໄວ້ເນື້ອເຊື່ອໃຈຂອງບັນດານັກລົງທຶນເຂົ້າຮ່າໂນ້ຍກໍ່ໄດ້ສະແດງໃຫ້ເຫັນຜ່ານຕາຕະລາງຈັດອັນດັບກຳລັງຄວາມສາມາດແກ້ງແຍ້ງຂອງນະຄອນ ແມ່ນເພີ່ມຂຶ້ນຢ່າງລຽນຕິດໃນ 5 ປີຜ່ານມາ. ປະຈຸບັນ ຮ່າໂນ້ຍ ຢືນອັນດັບທີ 13 ໃນຈຳນວນ 54 ແຂວງ, ນະຄອນ ແລະ ແມ່ນຫນຶ່ງໃນ 3 ທ້ອງຖິ່ນໄດ້ຮັບການບຸລິມະສິດເລືອກເຟັ້ນຈາກບັນດາວິສາຫະກິດຕ່າງປະເທດ. ໃນໄລຍະຈະມາເຖິງ, ນະຄອນ ຮ່າໂນ້ຍ ຈະສືບຕໍ່ຊີ້ນຳບັນດາຫົວຫນ່ວຍກ່ຽວຂ້ອງເປັນເຈົ້າການ, ຕັ້ງຫນ້າ ຜັນຂະຫຍາຍການປະຕິບັດບັນດາລະບຽບການ, ສ້າງເງື່ອນສະດວກທີ່ສຸດເພື່ອໃຫ້ບັນດາວິສາຫະກິດຜັນຂະຫຍາຍໂຄງການຢ່າງວ່ອງໄວ, ມີປະສິດທິຜົນ. ອຳນາດການປົກຄອງນະຄອນກໍ່ໄດ້ໃຫ້ຄຳໝັ້ນສັນຍາ ຍາມໃດກໍ່ “ຖືປະຊາຊົນ ແລະ ວິສາຫະກິດເປັນໃຈກາງເພື່ອຮັບໃຊ້” ພ້ອມແລ້ວຮ່ວມເດີນທາງພ້ອມກັບວິສາຫະກິດ, ສ້າງສະພາບແວດລ້ອມແຫ່ງການລົງທຶນໃຫ້ໂປ່ງໃສ, ຊຸກຍູ້ເສດຖະກິດພັດທະນາ ແລະ ຍົກສູງຄຸນນະພາບການດຳລົງຊີວິດໃຫ້ແກ່ປະຊາຊົນນະຄອນຫລວງຮ່າໂນ້ຍ ເພື່ອດຶງ

ຕອບກັບ

ຂ່າວ/ບົດ​ອື່ນ