ເຂດທົ່ງພຽງແມ່ນ້ຳຂອງ ສ້າງເຄື່ອງໝາຍການຄ້າໝາກໄມ້ເພື່ອສົ່ງອອກ

(VOVWORLD) -ໂດຍແມ່ນເຂດສົ່ງອອກໝາກໄມ້ໃຫຍ່ສຸດຂອງທົ່ວປະເທດ, ໄລຍະຜ່ານມາ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ໄດ້ສຸມໃສ່ສ້າງເຂດວັດຖຸດິບປູກຝັງສະເພາະຢ່າງບໍ່ຢຸດຢັ້ງ, ສຸມໃສ່ ເປີດກວ້າງເນື້ອທີ່ສວນໝາກໄມ້ເພື່ອຮັບໃຊ້ຄວາມຕ້ອງການຂອງບັນດາຄູ່ຮ່ວມມືນຳເຂົ້າ. ດ້ວຍການປູກຕົ້ນໄມ້ກິນໝາກໃນເນື້ອທີ່ປະມານ370.000 ha, ມີຕົ້ນໄມ້ກິນໝາຍຫລາຍຊະນິດມີຄຸນຄ່າເສດຖະກິດສູງ ໂດຍບັນດາທ້ອງຖິ່ນຢູ່ເຂດທົ່ງພຽງແມ່ນ້ຳຂອງສຸມໃສ່ສ້າງເຄື່ອງໝາຍການຄ້າເພື່ອຮັບໃຊ້ຄວາມຕ້ອງການຂອງການສົ່ງອອກ.
ເຂດທົ່ງພຽງແມ່ນ້ຳຂອງ ສ້າງເຄື່ອງໝາຍການຄ້າໝາກໄມ້ເພື່ອສົ່ງອອກ - ảnh 1ງວດໝາກລຳໄຍຂອງກຸ່ມສະຫະກອນຜະລິດໝາກໄມ້ ຈ້າງຕີ Garden, ຕາແສງ ເທີຍຮຶງ ເມືອງ ເກີເດາະ ສົ່ງໄປຂາຍຢູ່ຕ່າງປະເທດ. ພາບ: Kim Anh.

ດ້ວຍເນື້ອທີ່ປູກຕົ້ນໝາກລຳໄຍເກືອບ 70 ha ຢູ່ ຕາແສງ ເທີຍຮຶງ, ເມືອງ ເກີ່ເດາະ, ນະຄອນ ເກີນເທີ, ຫນ່ວຍສະຫະກອນຜະລິດຕົ້ນໄມ້ກິນໝາກ ຈ້າງຕີGarden ດ້ວຍສະມາຊິກ 11 ຄົນ ພວມສ້າງເຂດວັດຖຸດິບບັນລຸມາດຖານ, ຕອບສະຫນອງມາດຕະຖານຂອງວິສາຫະກິດສົ່ງອອກເຂົ້າຕະຫລາດ ອາເມລິກາ ແລະ ອົດສະຕາລີ. ຕາມທ່ານ ເຈີນເຟືອກເຊີນ, ສະມາຊິກຫນ່ວຍສະຫະກອນແລ້ວ, ຂັ້ນຕອນການປູກໄດ້ຮັບການປະຕິບັດຕາມມາດຕະຖານທີ່ເຄັ່ງຄັດ, ເປັນເອກະພາບກ່ຽວກັບຂະຫນາດ.

 “ພວກຂ້າພະເຈົ້າ ມີຄວາມເອົາໃຈໃສ່ເຖິງການສ້າງຄຸນນະພາບ. ສະນັ້ນ ພວກຂ້າພະເຈົ້າໄດ້ສ້າງບັນດາຮູບແບບເຮັດຕາມມາດຕະຖານ VietGap. ຜະລິດຕະພັນຢາກແກ້ງແຍ່ງໄດ້ ບໍ່ມີວິທີໃດຕ່າງອີກ ນັ້ນແມ່ນ ຕົນເອງຕ້ອງດັດປັບເຕັກນິກ ແຕ່ຕ້ອງປະຕິບັດຕາມທິດປອດສານພິດ, ມີມາດຕະຖານຄົບຖ້ວນເພື່ອສົ່ງອອກໄປຍັງບັນດາຕະຫລາດທີ່ເຄັ່ງຄັດດ້ານຄຸນນະພາບ.

ເນື້ອທີ່ປູກຕົ້ນໄມ້ກິນໝາກຂອງ ເກີນເທີ ພວມໄດ້ຮັບການເປີດກວ້າງ ແລະ ຕອບສະຫນອງບັນດາມາດຕະຖານເພື່ອຮັບໃຊ້ຄວາມຕ້ອງການຂອງການສົ່ງອອກ. ທ່ານເຈີນທາຍງຽມ, ຮອງຫົວຫນ້າ ພະແນກກະສິກຳ ແລະ ພັດທະນາຊົນນະບົດ ນະຄອນ ເກີນເທີ ໃຫ້ຮູ້ວ່າ:

ໃນຊຸມປີມໍ່ໆມານີ້ ບັນຫາຮ່ວມສຳພັນ, ຈຳຫນ່າຍພິເສດໃນຂະແຫນງສິນຄ້າປະເພດໝາກໄມ້ຢູ່ ນະຄອນ ເກີນທີ ໄດ້ດຳເນີນໄປຢ່າງຟົດຟື້ນ. ມີຕົ້ນໄມ້ກິນໝາກຫລາຍຊະນິດມີຄຸນຄ່າເສດຖະກິດສູງຄື: ໝາກທຸລຽນ, ໝາກນ້ຳນົມ, ລຳໄຍ...ໂດຍໄດ້ຮັບຄວາມສົນໃຈຈາກຫລາຍວິສາຫະກິດ. ເມື່ອສ້າງລະຫັດເຂດປູກ ບັນດາວິສາຫະກິດລ້ວນແຕ່ປາດຖະຫນາຢາກຮ່ວມສຳພັນນຳກັນ, ສ້າງເຂດວັດຖຸດິບຮັບໃຊ້ໃຫ້ຕະຫລາດສົ່ງອອກ.

ໝາກໄມ້ຢູ່ເຂດທົ່ງພຽງແມ່ນ້ຳຂອງ ໄດ້ປະກອບສ່ວນອັນໃຫຍ່ຫລວງເຂົ້າໃນການສົ່ງອອກລວມຂອງ ຫວຽດນາມ. ປະຈຸບັນ ເນື້ອທີ່ປູກຕົ້ນໄມ້ກິນໝາກຢູ່ເຂດທົ່ງພຽງແມ່ນ້ຳຂອງແມ່ນປະມານ 370.000 ha, ໃນນັ້ນ ແຂວງ ຕຽນຢາງ ດ້ວຍເນື້ອທີ່ກວ້າງທີ່ສຸດແມ່ນກວ່າ 80.000 ha, ສ່ວນຍັງເຫລືອແມ່ນບັນດາທ້ອງຖິ່ນຄື: ເກີນເທີ, ອານຢາງ, ເຫົ້າຢາງ, ຫວິງລອງ, ດົ່ງທາບ ມີເນື້ອທີ່ສວນຕົ້ນໄມ້ກິນຫມາກ ແຕ່ 25.000 – 50.000 ha.

ທ່ານເລແທງຕຸ່ງ, ຮອງຫົວຫນ້າກົມປູກຝັງ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດໃຫ້ຮູ້ວ່າ: ເຂດປູກຝັງສະເພາະ ພວມສຸມໃສ່ຮ່ວມສຳພັນລະຫວ່າງ ປະຊາຊົນ, ວິສາຫະກິດໃນການຈຳຫນ່າຍ, ສົ່ງອອກ. ຄຽງຄູ່ກັນນັ້ນ ປະຈຸບັນ ມີຕົ້ນໄມ້ກິນໝາກຫລາຍຊະນິດຢູ່ ເຂດທົ່ງພຽງແມ່ນ້ຳຂອງ ໂດຍບັນດາເຮືອນສວນໄດ້ຂະຫຍາຍຢາຍການປູກໃນຕະຫລອດປີ.

 “ກ່ອນນີ້ ການສົ່ງອອກແມ່ນຕາມລະດູການ, ແຕ່ປະຈຸບັນ ແມ່ນປູກຕະຫລອດເດືອນໃນປີ, ສິ່ງນີ້ແມ່ນມີພຽງແຕ່ເຂດທົ່ງພຽງແມ່ນ້ຳຂອງແຫ່ງດຽວທີ່ເຮັດໄດ້ຢູ່ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ປະຈຸບັນ 30 -45% ແມ່ນຢາຍລະດູການປູກຕົ້ນໄມ້ກິນໝາກບາງຊະນິດ, ສ່ວນຍັງເຫລືອແມ່ນປູກຕາມລະດູການ. ເວົ້າລວມແລ້ວ ພວກເຮົາພວມມີການປູກຕົ້ນໄມ້ກິນໝາກນອກລະດູ ເກືອບທຸກຊະນິດ.

ປະຈຸບັນ ໝາກໄມ້ຂອງ ຫວຽດນາມ ໄດ້ສົ່ງອອກໄປຍັງ 60 ຕະຫລາດໃນໂລກ, ມີໝາກໄມ້ຫລາຍຊະນິດ ຢັ້ງຢືນໄດ້ເຄື່ອງໝາຍການຄ້າຢູ່ ຕະຫລາດ ຈີນ, ອາເມລິກາ, ອົດສະຕາລີ, ອີຢູ, ຍີ່ປຸ່ນ, ສ.ເກົາຫລີ. ໃນນັ້ນ ເຂດທົ່ງພຽງແມ່ນ້ຳຂອງ ໄດ້ປະກອບສ່ວນໃຫຍ່ຫລວງເຂົ້າໃນການສົ່ງອອກໝາກໄມ້ຂອງ ຫວຽດນາມ (8 ເດືອນຜ່ານມາບັນລຸກວ່າ 4,6 ຕື້  USD, ເພີ່ມຂຶ້ນກວ່າ 30% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ). ທີ່ການຖະແຫລງຂ່າວຫວ່າງແລ້ວນີ້ ຢູ່ ນະຄອນຫລວງ ປັກກິ່ງ, ໂຄສົກກະຊວງການຄ້າຈີນ ໃຫ້ຮູ້ວ່າ: ຈີນ ແມ່ນຕະຫລາດນຳເຂົ້າໝາກໄມ້ເວົ້າສະເພາະ, ຜະລິດຕະພັນກະເສດ ຫວຽດນາມ ເວົ້າລວມຫລາຍສຸດ.

 “ບັນດາປະເພດໝາກໄມ້ຂອງຫວຽດນາມ ຄື: ທຸລຽນ, ຫມາກມັງກອນ... ແມ່ນໄດ້ຮັບຄວາມນິຍົມຈາກປະຊາຊົນຈີນທີ່ສຸດ. ຜະລິດຕະພັນກະເສດນຳເຂົ້າຈາກ ຫວຽດນາມ ກວມເອົາ 1/5 ຍອດມູນຄ່າຜະລິດຕະພັນກະເສດນຳເຂົ້າ.

ເຂດທົ່ງພຽງແມ່ນ້ຳຂອງ ສ້າງເຄື່ອງໝາຍການຄ້າໝາກໄມ້ເພື່ອສົ່ງອອກ - ảnh 2ທ່ານເລແທງຕຸ່ງ, ຮອງຫົວຫນ້າກົມປູກຝັງ. ພາບ:Báo Nông nghiệp

ດ້ວຍທ່າແຮງກ່ຽວກັບຜະລິດຕະພັນກະເສດ, ບັນດາທ້ອງຖິ່ນພວມວາງແຜນຜັງຄືນເຂດຜະລິດເພື່ອສ້າງບັນດາເຂດປູກຝັງສະເພາະສຸມໃສ່ຕາມມາດຖານVietGap, ຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງຜູ້ບໍລິໂພກພາຍໃນປະເທດ ແລະ ສາກົນ. ພ້ອມກັນນັ້ນ ກໍ່ມີຍຸດທະສາດດຶງດູດບັນດານັກລົງທຶນເຂົ້າໃນຂົງເຂດຜະລິດ, ປຸງແຕ່ງໝາກໄມ້ເພື່ອສ້າງຫລາຍຜະລິດຕະພັນປຸງແຕ່ງລົງເລິກ, ເພື່ອແນໃສ່ເພີ່ມມູນຄ່າໃຫ້ແກ່ຂະແຫນງໝາກໄມ້ທົ່ວເຂດ, ຢັ້ງຢືນມູນຄ່າເຄື່ອງໝາຍການຄ້າໝາກໄມ້ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ