ເປີດກວ້າງຕະຫຼາດສົ່ງອອກຜັກໝາກໄມ້ຫວຽດນາມ

(VOVWORLD) -ໄລ່ສະເພາະເດືອນກໍລະກົດປີ 2017, ວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳຂອງຫວຽດນາມ ບັນລຸ 3,11 ຕື້ USD, ນຳວົງເງິນສົ່ງອອກໃນ 7 ເດືອນຕົ້ນປີບັນລຸເກືອບ 20,45 ຕື້ USD.

ພິເສດ ໃນໝາກຜົນການສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ, ການສົ່ງອອກຜະລິດຕະພັນກະເສດ, ໃນນັ້ນມີຜັກ, ໝາກໄມ້ໄດ້ຮັບຖືວ່າແມ່ນບາດກ້າວບຸກທະລຸ, ບໍ່ພຽງແຕ່ຢູ່ຕົວເລກເຕີບໂຕເທົ່ານັ້ນ, ຫາກຍັງເປີດກວ້າງເຖິງຫຼາຍປະເທດໃນໂລກອີກດ້ວຍ.

        ໃນໝາກຜົນການສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ, ມູນຄ່າສົ່ງອອກບັນດາຜະລິດຕະພັນກະເສດຕົ້ນຕໍ່ຄາດວ່າບັນລຸ 10,89 ຕື້ USD, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2016; ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ໃນຂະນະທີ່ມີຜະລິດຕະພັນກະເສດຕົ້ນຕໍ່ບາງສະໜິດຄື: ເຂົ້າສານ, ກາເຟ, ໝາກມ່ວງຫິມະພານ, ຢາງພາລາ ພຽງບັນລຸລະດັບເຕີບໂຕບໍ່ຫຼາຍ ຫຼື ຖືກຫຼຸດລົງ, ຜະລິດຕະພັນປະເພດຜັກ, ໝາກໄມ້ພັດບືນຕົວຂຶ້ນຢູ່ໃນລະດັບທີ 3 ຖັດຈາກສິນໃນນ້ຳ ແລະ ສົ່ງອອກໄມ້.

ເປີດກວ້າງຕະຫຼາດສົ່ງອອກຜັກໝາກໄມ້ຫວຽດນາມ - ảnh 1(ພາບອີນເຕີແນັດ)

ໄລ່ຮອດກາງເດືອນກໍລະກົດ, ຍອດວົງເງິນສົ່ງອອກຜັກ, ໝາກໄມ້ບັນລຸກວ່າ 1,8 ຕື້ USD, ໃນນັ້ນສ່ວນຫຼາຍແມ່ນມູນຄ່າສົ່ງອອກຂອງໝາກໄມ້. ໝາກມັງກອນຢືນອັນດັບທີ 1, ກວມເອົາ 50% ຍອດວົງເງິນສົ່ງອອກໝາກໄມ້. ໃນການສົ່ງອອກໝາກໄມ້, ສິ່ງທີ່ໜ້າສົນໃຈນັ້ນແມ່ນ ການສົ່ງອອກໝາກລິ້ນຈີ່ ໄດ້ມີການຫັນປ່ຽນທີ່ເຫັນໄດ້ຊັດ. ຢູ່ແຂວງ ບັກຢາງ, ເຊິ່ງແມ່ນເຂດປູກໝາກລິ້ນຈີ່ີ່, ນອກຈາກສົ່ງອອກໝາກລິ້ນຈີ່ສົດ ແລະ ຜ່ານການປຸງແຕ່ງໄປຍັງຕະຫຼາດຈີນ ແລ້ວ, ບັກຢາງ ພວມສົ່ງເສີມດັດແກ້ຮູບແບບສິນຄ້າ, ຍົກສູງຄຸນນະພາບໝາກລິ້ນຈີ່ ເພື່ອແນໃສ່ສຳພັດກັບບັນດາຕະຫຼາດທີ່ຮຽກຮ້ອງມີຄຸນນະພາບສູງ, ມີມູນຄ່າສູງຄື: ອາເມລິກາ, ສະຫະພາບເອີລົບ, ຍີ່ປຸ່ນ, ສ.ເກົາຫຼີ, ອົດສະຕາລີ.  ທ່ານ ເຈືອງວັນທ໋າຍ, ຮອງປະທານຄະນະກຳມະການປະຊາຊົນແຂວງ ບັກຢາງ, ໃຫ້ຮູ້ວ່າ.

        “ຫຼີກລ້ຽງເລື່ອງລະດູການໄດ້ຮັບຜົນດີ ແຕ່ລາຄາພັດຕ່ຳ, ບັກຢາງ ໄດ້ຜັນຂະຫຍາຍລວມບັນດາຂົງເຂດວາງແຜນຜັງເຂດປູກໝາກລິ້ນຈີ່ແຕ່ 29 – 30.000 ເຮັກຕາ. ຍູ້ແຮງການນຳໃຊ້ວິທະຍາສາດເຕັກນິກ, ຜັນຂະຫຍາຍຂັ້ນຕອນຜະລິດປອດໄພ ຍົກສູງຄຸນນະພາບດ້ານຮູບແບບສິນຄ້າໝາກລິ້ນຈີ່ທີ່ງາມກວ່າ ແລະ ຖືກເປັນສຳຄັນຕະຫຼາດຈຳໜ່າຍ. ພ້ອມກັນນັ້ນແມ່ນຍູ້ແຮງການສົ່ງເສີມດ້ານການຄ້າ, ຊອກຫາຕະຫຼາດໃຫ້ແກ່ໝາກລິ້ນຈີ່. ສົມທົບກັນຈາກຂອດປຸງແຕ່ງຮອດການສົ່ງອອກເພື່ອໃຫ້ໝາກລິ້ນຈີ່ເຂົ້າຕະຫຼາດຢ່າງໄວທີ່ສຸດ, ຮັບປະກັນສົ້ນອອກ ແລະ ລາຄາສະຖຽນລະພາບ”.

        ກ່ຽວກັບຕະຫຼາດສົ່ງອອກ, ນັບແຕ່ຕົ້ນປີມາຮອດປະຈຸບັນ, ໝາກລິ້ນຈີ່ສົດໄດ້ສົ່ງອອກໄປຍັງຕະຫຼາດຈີນ ໄດ້ເກືອບ 15.000 ໂຕນ, ໃນຂະນະທີ່ໝາກລິ້ນຈີ່ຂອງຫວຽດນາມ ກໍໄດ້ສົ່ງອອກໄປຍັງຕະຫຼາດອົດສະຕາລີເກືອບ 13 ໂຕນສຳເລັດຜົນ. ນັບແຕ່ຕົ້ນເດືອນ ກໍລະກົດ, ໝາກລິ້ນຈີ່ ລູກງ້ານ, ແຂວງປັກຢາງ ງວດທຳອິດກໍ່ໄດ້ສົ່ງອອກ ແລະ ຂາຍຢູ່ບັນດາຮ້ານສັບພະສິນຄ້າຂອງໄທ, ເຊິ່ງແມ່ນໜຶ່ງໃນຈຳນວນ 5 ປະເທດສົ່ງອອກໝາກລິ້ນຈີ່ີ່ໃຫຍ່ກວ່າໝູ່ຂອງໂລກໃນປະຈຸບັນ.

        ໃນສະພາຕົວຈິງ, ການສົ່ງອອກຜັກ, ໝາກໄມ້ຂອງຫວຽດນາມ ໄດ້ມີການຫັນປ່ຽນຫຼາຍພໍສົມຄວນ. ເຖິງຢ່າງໃດກໍ່ຕາມ, ສິ່ງທີ່ໜ້າສົນໃຈໃນປະຈຸບັນແມ່ນການປຸງແຕ່ງບໍ່ທັນເລິກເທື່ອ. ເພື່ອການສົ່ງອອກແບບຍືນຍົງ, ບັນດາວິສາຫະກິດພວມສຸມໃສ່ເຂົ້າໃນການຍົກສູງຄຸນນະພາບ ເພື່ອເພີ່ມມູນຄ່າເພີ່ມໃຫ້ແກ່ການສົ່ງອອກ, ໃນນັ້ນສຳຄັນທີ່ສຸດແມ່ນນຳໃຊ້ວິທະຍາສາດ, ເຕັກໂນໂລຊີ ແລະ ພັດທະນາຕະຫຼາດ. ທ່ານ ເຈີນແທງຫາຍ, ຮອງຫົວໜ້າກົມສົ່ງອອກ, ນຳເຂົ້າກະຊວງອຸດສາຫະກຳການຄ້າ, ຖືວ່າ.

        “ກ່ຽວກັບວິສາຫະກິດ, ວຽກງານພັດທະນາຕະຫຼາດຕົ້ນຕໍແມ່ນຢູ່ຂອດສົ່ງເສີມການຄ້າ ແລະ ສ້າງເຄື່ອງໝາຍການຄ້າ. ນີ້ແມ່ນບັນຫາເຊິ່ງລັດ ບໍ່ສາມາດເຮັດແທນໄດ້. ລັດພຽງກຳນົດທິດ, ແນະນຳ ຫຼື ໜູນຊ່ວຍໃຫ້ບັນດາວິສາຫະກິດໃນບັນຫານີ້. ວິສາຫະກິດຕ້ອງຊອກຮູ້ເອງ, ກໍ່ສ້າງເພື່ອສ້າງເຄື່ອງໝາຍການຄ້າ ແລະ ພັດທະນາຕະຫຼາດ. ບັນດາວິສາຫະກິດເອງສາມາດຊອກຫາທິດທາງ, ແຕ່ຕ້ອງເຮັດແນວໃດຮ່ວມສຳພັນນັບທັງປະຊາຄົມພ້ອມກັນເຕີບໃຫຍ່”.

        ໃນຈຳນວນ 23 ຕະຫຼາດຕົ້ນຕໍ່ທີ່ສົ່ງອອກຜັກ, ໝາກໄມ້ຂອງຫວຽດນາມ, ຈີນ ຍັງນຳໜ້າກ່ຽວກັບວົງເງິນ, ກວມເອົາ 75% ຍອດວົງເງິນສົ່ງອອກຜັກ, ໝາກໄມ້ຊະນິດຕ່າງໆຂອງຫວຽດນາມ. ຖັດຈາກນັ້ນແມ່ນຍີ່ປຸ່ນ, ອາເມລິກາ, ສ.ເກົາຫຼີ, ໂຮນລັງ.

        ກວ່າເຄິ່ງຕົ້ນປີ 2017, ການສົ່ງອອກຜັກ, ໝາກໄມ້ຂອງຫວຽດນາມ ໄປຍັງບັນດາຕະຫຼາດທີ່ເປັນມູນເຊື້ອຍັງໄດ້ຮັບການເຕີບໂຕດີເມື່ອທຽບໃສ່ໄລຍະດຽວກັນຂອງປີ 2016. ມີບາງຕະຫຼາດສົ່ງອອກ, ເຖິງວ່າວົງເງິນການຄ້າບໍ່ຫຼາຍ, ແຕ່ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2016 ໄດ້ເພີ່ມຂຶ້ນຢ່າງແຮງຄື: ຮົ່ງກົງ (ຈີນ), ລາວ, ລັດເຊຍ… ດ້ວຍການສົ່ງອອກເຕີບໂຕຄືໄລຍະຜ່ານມາ, ມູນຄ່າສົ່ງອອກຜັກ, ໝາກໄມ້ຂອງທັງປີ 2017 ນີ້, ຄາດວ່າ ເປັນຄັ້ງທຳອິກອາດຈະລື່ນກາຍລະດັບ 3 ຕື້ USD.

ຕອບກັບ

ຂ່າວ/ບົດ​ອື່ນ