ເປີດທິດພັດທະນາໃຫມ່ໃຫ້ແກ່ເຂດທ່ົງພຽງແມ່ນຳ້ຂອງທາງພາກໃຕ້ຫວຽດນາມ

(vovworld)- ​ເຂດ​ທົ່ງພຽງ​ແມ່​ນຳ້ຂອງ​ທາງ​ພາກ​ໃຕ້​ຫວຽດນາມ ລວມມີ 13 ​ແຂວງ, ນະຄອນ ແລະ ມີ​ທີ່​ຕັ້ງ​​ສຳຄັນ​ພິ​ເສດ​​ໃນ​ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ​ສັງຄົມ​ຢູ່ ຫວຽດນາມ. ນີ້​ແມ່ນ​ເຂດ​ຜະລິດ​ກະສິກຳ, ສິນ​ໃນ​ນຳ້​ຫລາຍ​ກວ່າ​ໝູ່​​ໃນ​ທົ່ວ​ປະ​ເທດ. ​ເພື່ອ​ເສີມ​ຂະຫຍາຍ​ບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ທ່າ​ໄດ້​ປຽບ​ຂອງ​ເຂດ​ກໍ​ຄື​ຍົກ​ສູງ​ປະສິດທິ​ຜົນ, ຄຸນ​ນະພາ​ບການ​ເຕີບ​ໂຕ ​ແລະ ດຶງ​ດູດ​ການ​ລົງທຶນ​ຕ່າງປະ​ເທດ, ບັນດາ​ແຂວງ​ຂຶ້ນ​ກັບ​​ເຂດ​ທົ່ງພຽງ​ແມ່​ນຳ້ຂອງ ຄວນ​ມີ​ທິດ​ກ້າວ​ເດີນໃຫມ່​ເພື່ອ​ຮັບປະກັນ​ການ​ພັດທະນາ​ເສດ​ຖະກິດ​ຂອງເຂດ, ກາຍ​ເປັນ​ສະຖານ​ທີ່​ດູດ​ດືມ​ສຳລັບ​ບັນດາ​ນັກ​ລົງທຶນ.

ເປີດທິດພັດທະນາໃຫມ່ໃຫ້ແກ່ເຂດທ່ົງພຽງແມ່ນຳ້ຂອງທາງພາກໃຕ້ຫວຽດນາມ - ảnh 1
ເຂດທົ່ງພຽງແມ່ນຳ້ຂອງ
ພາບ:internet

​ ເປີດທິດພັດທະນາໃຫມ່ໃຫ້ແກ່ເຂດທ່ົງພຽງແມ່ນຳ້ຂອງທາງພາກໃຕ້ຫວຽດນາມ

        ​ໃນ​ວິວັດ​ການ​ພັດທະນາ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ໂລກ, ບັນຫາ​ຫລັກ​ແຫ​ລ່ງທີ່​ວາງ​ອອກ ນັ້ນ​ແມ່ນ​​ຕ້ອງຮັກສາ​ການ​ເຕີບ​ໂຕ​ເສດຖະກິດ, ພັດທະນາ​ສັງຄົມ, ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງ ​ແລະ ກວ້າງຂວາງ​ກັບ​ພື້ນຖານ​ເສດຖະກິດ​ໂລກ ​ແຕ່​ບໍ່​ທຳລາຍ​ຊີວະ​ພາບ ຕິດ​ພັນ​ການ​ອະນຸລັກ​ຮັກສາ​ທຳ​ມະ​ຊາດ ​ແລະ ພັດທະນາ​ແບບ​ຍືນ​ຍົງ. ສະ​ນັ້ນ ຫົວ​ຂໍ້​ຂອງ​ເວທີ​ປາ​ໄສ​ການ​ຮ່ວມ​ມື​ເສດຖະກິດ​ເຂດ​ທົ່ງພຽງ​ແມ່​ນຳ້ຂອງ​ທາງ​ພາກ​ໃຕ້​ຫວຽດນາມ(MDEC) ປີ 2013 ​ໄດ້​ຮັບ​​ເລືອກ​​ເຟັ້ນວ່າ​ແມ່ນ“​ເຂດ​ທົ່ງພຽງ​ແມ່​ນຳ້ຂອງ​ມູ່ງ​ໄປ​ເຖິງ​ພື້ນຖານ​ເສດຖະກິດ​ຂຽວ”. ນີ້​ແມ່ນ​ທິດ​ທີ່​ຖືກຕ້ອງ​ເພື່ອ​ໃຫ້​ເຂດ​ທົ່ງພຽງ​ແມ່ນ​ຳ້ຂອງ​ຂຸດ​ຄົ້ນ​ບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ໄດ້​ປຽບ​ຂອງ​ເຂດ​ຕາມ​ທິດ​ພັດທະນາ​ເສດຖະກິດ​ແບບ​ຍືນ​ຍົງ, ບໍ່​ກໍ່​ມົນ​ລະ​ພິດ​ເຖິງ​ສິ່ງ​ແວດ​ລ້ອມ.

        ການ​ເຕີບ​ໂຕ​ຂຽວ​ແມ່ນ​ເນ​ື້ອ​ໃນ​ສຳຄັນ​ຂອງ​ການ​ພັດທະນາ​ແບບ​ຍືນ​ຍົງ, ຮັບປະກັນ​ການ​ພັດທະນາ​ເສດຖະກິດ​​ຢ່າງ​ວ່ອງ​ໄວ, ມີ​ປະສິດທິ​ຜົນ ​ແລະ ປະກອບສ່ວນ​ສຳຄັນ​ໃຫ້​ແກ່​ການ​ປະຕິບັດ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ​ເປົ້າ​ໝາຍ​ຊ່ື​ງການ​ເຕີບ​ໂຕ​ຂຽວ​ມຸ່ງ​ໄປ​ເຖິງ​ນັ້ນ​ແມ່ນ​ມະນຸດ ​ແລະ ​ເພື່ອ​ມະນຸດ, ປະກອບສ່ວນ​ສ້າງ​ວຽກ​ເຮັດ​ງານ​ທຳ, ລົບ​ລ້າງ​ຄວາມ​ອຶດຫິວ​ຫລຸດຜ່ອນ​ຄວາ​ມທຸກ​ຍາກ, ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ໃຫ້​ແກ່​ປະຊາຊົນ. ທ່ານ ຫວູ​ແທງ​ທົງ, ຮອງ​ປະທານ​ຄະນະ​ກຳ​ມະ​ການ​ປະຊາຊົນ​ນະຄອນ ​ເກີນ​ເທີ ​ໃຫ້​ຮູ້​ວ່າ:

        “ນະຄອນ​ເກີນ​​ເທີ ສືບ​ຕໍ່​ປະຕິບັດ​ການ​ພັດທະນາ​ເສດຖະກິດ​ຂຽວ​ໃນ 4 ຂົງ​ເຂດ. ສະ​ເພາະ ​ຂົງ​ເຂດ​ກະສິກຳ, ​ເກີນ​​ເທີ ສືບ​ຕໍ່​ປະຕິບັດ​ໂຄງການ​ຕິດ​ພັນ​ກັບ​ທົ່ງ​ນາ​ຂະຫນາດ​​ໃຫຍ່​ເພື່ອ​ເປີດ​ກວ້າງ​ຂອບ​ຂະຫນາດ​ປະຕິບັດ. ຄຽງ​ຄູ່​ກັນ​ນັ້ນ, ທາງ​ແຂວງ ກໍ​ຈັດ​ຕັ້ງ​ການ​ດຶງ​ດູດ​ນັກ​ລົງທຶນ, ຜັນ​ຂະຫຍາຍ 3 ​ໂຄງການ​ກະສິກຳ​ເຕັກ​ໂນ​ໂລ​ຊີ​ສູງ. ດ້ານ​ອື່ນ, ພວກ​ຂ້າພະ​ເຈົ້າ​ຍັງ​ຈັດ​ຕັ້ງ​ການ​ຄົ້ນ​ຄ້ວາ​ໂຄງການ​ພັດທະນາ​ແນວ​ພັນ​ປູກ​ໃຫ້​​ເໝາະ​ສົມ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.”

        ກ່ຽວ​ກັບ​ບັນຫາ​ຮັບປະກັນ​ຊີວິດ​ສັງຄົມ​ເຂດທົ່ງພຽງ​ແມ່​ນຳ້ຂອງ​ປີ 2013 ​ແມ່ນ​ເນື້ອ​ໃນ​ກໍ​ໄດ້​ຮັບ​ການ​ເຕື້ອງ​ເຖິງ​ທີ່​ເວທີ​ປາ​ໄສ​ປີ​ນີ້. ນີ້​ແມ່ນ​ຈຸດ​ໃຫມ່​ຂອງ MDEC ຫວີງ​ລອງ​ປີ 2013 ​ໃນສະພາບທີ່​ພື້ນຖານ​ເສດຖະກິດ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກຫລາຍ​ຢ່າງ ​ແຕ່​ໄດ້​ຂົນຂວາຍ, ຮຽກຮ້ອງ​ທົ່ວ​ສັງຄົມ​ປະກອບສ່ວນ​ໃຫ້​ແກ່​ວຽກ​ງານ​ນີ້. ທ່ານ ດາວ​ມີ​ງຕູ, ຮອງ​ຜູ້​ວ່າການ​ທະນາຄານ​ແຫ່ງ​ລັດ ຊີ້​ແຈ້ງວ່າ:

        “​ໃນ​ສະພາບ​ການ​ຫຍຸ້ງຍາກ​ຂອງ​ປີ 2013 ​ແຕ່​ບັນດາ​ທະນາຄານ​ຍັງ​ຕັດສິນ​ໃຈ​ສະ​ແດງ​ຄວາມ​ຮັບຜິດຊອບ ​ແລະ ສືບ​ຕໍ່​ປະກອບສ່ວນ​ໃຫ້​ແກ່​ໂຄງ​ການ​ຮັບປະກັນ​ຊີວິດ​ສັງຄົມ​ຢູ່​ເຂດ ທົ່ງພຽງ​ແມ່​ນຳ້ຂອງ. ອາດ​ຈະ​ເວົ້າ​ໄດ້​ວ່າ ​ເຖິງ​ວ່າ​ແມ່ນ​ທຶນ​​ເພື່ອຮັບປະກັນ​ຊີວິດ​ສັງຄົມ ​ແຕ່ ຕ້ອງ​ຄຸ້ມ​ຄອງ​ຄື​ດັ່ງ​ໂຄງການ​ລົງທຶນ​ເພື່ອຮັບປະກັນ​ລັກສະນະ​ປະສິດທິ​ຜົນ, ຫລິກລ້ຽງ​ການ​ຟຸມ​ເຟືອຍ, ປະກົດ​ການ​ຫຍໍ້​ທໍ້, ການ​ສວຍ​ໃຊ້.”

        ປະສິດທິ​ຜົນ​ຂອງ​ເວທີ​ປາ​ໄສ​ເສດຖະກິດ​ຮ່ວມ​ມື​ເຂດ ທົ່ງພຽງ​ແມ່​ນຳ້ຂອງ​ທາງ​ພາກ​ໃຕ້​ຫວຽດນາມ ​ໃນ​ຫລາຍ​ປີຜ່ານມາ, ບໍ່​ພຽງ​ແຕ່​ສະ​ແດງ​ໃຫ້​ເຫັນ​ບັນດາ​ຕົວ​ເລກ, ບັນດາ​ບ້ວງ​ເງິນ​ອຸປະຖຳ​ໃນ​ສະ​ເພາະ​ຫນ້າ ຫາກ​ສຳຄັນ​ຕົ້ນຕໍ​ແມ່ນ​ປະສິດທິ​ຜົນ​ຍາວ​ນານ​ຂອງ​ບັນດາ​ໂຄງການ, ບັນດາ​ກິດຈະກຳ​ຮຽກຮ້ອງ​ການ​ລົງທຶນ​ສຳລັບ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ເຂດ. ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ​ເຂດ​ທົ່ງພຽງ​ແມ່​ນຳ້ຂອງຈັດ​ຕັ້ງຜ່ານ 6 ຄັ້ງ ​ໄດ້​ປະກອບສ່ວນ​ສຳຄັນ​ໃນ​ການ​ພັດທະນາ​ລວມຂອງ​ເຂດ​ທົ່ງພຽງ​ແມ່​ນຳ້ຂອງ, ຈາກ​ນັ້ນ ນາຍົກລັດ​ຖະມົນຕີ ​ໄດ້​ປະກາດ​ໃຊ້​ຫລາຍ​ແຜນ​ນະ​ໂຍບາຍ, ມາດ​ຕະການ, ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ຂໍ້​ຕິດ​ຂັດ​ຂອງ​ເຂດ. ສະ​ນັ້ນ ​ເວທີ​ປາ​ໄສ​ການ​ຮ່ວມ​ມື​ເສດຖະກິດ​ເຂດ​ທົ່ງພຽງ​ແມ່​ນຳ້ຂອງ MDEC - ຫວີງ​ລອງ​ປີ 2013 ຈະ​ປ​ະກອບ​ສ່ວນ​ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ທຸກ​ຂັ້ນ, ທຸກຂະ​ແຫນງ​ການ ​ແລະ ປະຊາຊົນ​ໃນ​ເຂດ​ເພື່ອ​ພັດທະນາ​ແບບ​ຍືນ​ຍົງ, ຮັກສາ​ສິ່ງ​ແວດ​ລ້ອມ, ອະນຸລັກ​ຮັກສາ​ຊີວະ​ນາ​ໆ​ພັນ, ຂຸດ​ຄົ້ນ​ການ​ນຳ​ໃຊ້​ຊັບພະຍາກອນ​ທຳ​ມະ​ຊາດ​ຢ່າງ​ມີ​ປະສິດທິ​ຜົນ. ທ່ານ ບູ່​ຍງອກ​ເຊືອງ, ຮອງ​ຫົວຫນ້າ​ຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້, ຮອງ​ຫົວຫນ້າ​ຄະນະ​ຊີ້​ນຳ MDEC ຫວີງ​ລອງ​ປີ 2013 ​ໃຫ້​ຮູ້​ວ່າ:

        “​ເວທີ​ປາ​ໄສ​ຄັ້ງ​ນີ້​ເພື່ອ​ຍົກ​ສູງ​ຄວາມ​ຮັບ​ຮູ້ ​ແລະ ການ​ກະທຳ​ຕາມ​ຄຳ​ຮຽກຮ້ອງ​ຕ້ອງການ​ການ​ເຕີບ​ໂຕ​ຂຽວ, ດຶງ​ດູດ​ການ​ລົງທຶນ​ເຂົ້າ​ບັນດາ​ເຂດ​ອຸດສາຫະກຳ, ບຸລິມະສິດ​ການ​ພັດທະນາ​ບັນດາ​ໂຄງການ​ອຸດສາຫະກຳ, ກະສິກຳຂຽວ, ຈຳກັດ​ມົນ​ລະ​ພິດສິ່ງ​ແວດ​ລ້ອມ. ຜ່ານ​ນັ້ນ ປະກອບ​ສ່ວນ​ຫລຸດຜ່ອນການ​ປ່ອຍ​ອາດ​ພິດ​ເຮືອນ​ແກ້ວ.”

        ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ​ນັບ​ຮ້ອຍ​ແຫ່ງ ​ແລະ ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ​ທີ່​ເຂົ້າ​ຮ່ວມ​​ເວທີ​ປາ​ໄສ MDEC ຫວີງ​ລອງ 2013 ລ້ວນ​ແຕ່​ເຫັນ​ດີ​ວ່າ: ບັນດາ​ແຂວງ​ທີ່​ຂຶ້ນ​ກັບ​​ເຂດ​ທົ່ງພຽງ​ແມ່​ນຳ້ຂອງ ຄວນ​ສືບ​ຕໍ່​ສ້າງ​ຮູບ​ແບບ​ຜະລິດ​ໃຫມ່​ສຳ​ເລັດ​ຜົນ​ໃນ​ການ​ຮ່ວມ​ສຳພັນ​ການ​ຜະລິດ, ຈຳຫນ່າຍ​ຜະລິດ​ຕະພັນ ​ແລະ ຍູ້​ແຮງ​ການ​ໝູນ​ໃຊ້​ຄວາມ​ກ້າວຫນ້າ​ວິທະຍາສາດ​ເຕັກນິກ​ໃນ​ການ​ຜະລິດ, ​ເຮັດ​ໃຫ້​ສິນຄ້າ​ມີ​ກຳລັງ​ແກ້ງ​ແຍ້​ງສູງຢູ່​ຕະຫລາດ​ໂລກ. ທ່ານ ​ເຈືອ​ງວັນ​ເຊົາ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ຫວີງ​ລອງ ຖື​ວ່າ:

        “ນີ້​ແມ່ນ​ກາລະ​ໂອກາດ​ເພື່ອ​ໃຫ້​ບັນດາ​​ແຂວງ​ຢູ່​ເຂດ ທົ່ງພຽງ​ແມ່​ນຳ້ຂອງ, ​ໃນ​ນັ້ນ​ມີ​ແຂວງ ຫວີງ​ລອງ, ​ໂຄສະນາ​ພາບ​ພົດ ​ແລະ ຮຽກຮ້ອງ​ບັນດາ​ນັກ​ລົງ​ທຶນ​ເຂົ້າ​ເຂດ​ນີ້. ພິ​ເສດ ຮຽກຮ້ອງ​ບັນດາ​ນັກ​ລົງທຶນ​ມຸ່ງ​​ໄປ​ເຖິງ ຫົວ​ຂໍ້​ພັດທະນາພື້ນຖານ​ເສດຖະກິດ​ຂຽວ. ​ແທນ​ທີ່ດຶງ​ດູດ​ນັກ​ລົງທຶນ​ແບບ​ລວມໆ, ​ເວທີ​ປາ​ໄສ​ຄັ້ງ​ນີ້​ຈະ​ດຶງ​ດູດ​ບັນດາ​ນັກ​ລົງທຶນ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ. ບັນດາ​ກະຊວງ, ຂະ​ແຫນງ​ການ​ສູ​ນກາງ​ກໍ​ມຸ່ງ​ໄປ​ເຖິງ​ການ​ຮຽກຮ້ອງ​ປະຕິບັດ​​ບັນດາ​ຮູບ​ແບບ​ໃຫມ່.”

        ​ເວທີ​ປາ​ໄສ​ຮ່ວມ​ມື​ລົງທຶນ​ເຂດ​ທົ່ງພຽງ​ແມ່​ນຳ້ຂອງ MDEC ຫວີງ​ລອງ ປີ 2013 ​ໄດ້​ອັດ​ລົງ​ຢ່າງ​ສຳ​ເລັດ​ຜົນ ດ້ວຍ​ເລື່ອງ ບັນດາ​ແຂວງ,​ນະຄອນ ຢູ່ ​ເຂດ​ທົ່ງພຽງ​ແມ່​ນຳ້ຂອງ ມອບ​ຫນັງສື​ອະນຸຍາດ​ການ​ລົງທຶນ 126 ສະບັບ ​ໃຫ້​ແກ່​ບັນດາ​ໂຄງການ​ດ້ວຍ​ຈຳນວນ​ເງິນ​ເກືອບ 7.500 ຕື້​ດົງ. ບັນດາ​ໂຄງການ​ທີ່​ໄດ້​ຮັບ​ແຫ​ລ່ງ​ເງິນ​ລົງທຶນ​ດັ່ງກ່າວ ນັ້ນ​ແມ່ນ​ບັນດາ​ຂົງ​ເຂດ​ຊື່​ງ ​ເຂດ​ທົ່ງພຽງ​ແມ່​ນຳ້ຂອງ ຄວນ​ໄດ້​ຮັບ​ການ​ອຸດ​ຫນູນ​ເພື່​ອ​ໃຫ້​ເຂດ​ນີ້​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​​ແຮງ, ສ້າງ​ທ່ວງທ່າ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ​ສັງຄົມ​ໃນ​ອະນາຄົດ.

ຂ່າວ/ບົດ​ອື່ນ