(vovworld)- ເຂດທົ່ງພຽງແມ່ນ້ຳຂອງ ແມ່ນເຂດເສດຖະກິດສົ່ງອອກເກີນດຸນຂອງຫວຽດນາມ ດ້ວຍທ່າແຮງແມ່ນເຂົ້າສານ, ໝາກໄມ້ ແລະ ສິນໃນນ້ຳ. ເຖິງວ່າແມ່ນເຂດດິນຍັງມີຄວາມສາມາດບົ່ມຊ້ອນແຫ່ງການພັດທະນາຫລາຍຢ່າງ ແຕ່ການດຶງດູດແຫລ່ງເງິນລົງທຶນ, ພິເສດ ແມ່ນເງິນລົງທຶນໂດຍກົງຂອງຕ່າງປະເທດ FDI ເຂົ້າເຂດນີ້ກວມອັດຕາສ່ວນຕຳ່ກວ່າເມື່ອທຽບໃສ່ລະດັບສະເລ່ຍຂອງທັງປະເທດ. ເຮັດຫຍັງເພື່ອປົວແປງຄວາມສາມາດດຶງດູດເງິນລົງທຶນໂດຍກົງຂອງຕ່າງປະເທດແມ່ນບັນຫາທີ່ພວມໄດ້ຮັບຄວາມສົນໃຈຈາກບັນດາເຂດທ່ົງພຽງແມ່ນ້ຳຂອງ.
ພາບປະກອບ:internet
|
ປະຈຸບັນ ເຂດທົ່ງພຽງແມ່ນ້ຳຂອງຊື່ງລວມມີ 12 ແຂວງ ແລະ ນະຄອນແຫ່ງຫນຶ່ງແມ່ນເຂດເສດຖະກິດກະສິກຳຈຸດສຸມຢູ່ພາກໃຕ້ ຫວຽດນາມ ດ້ວຍພົນລະເມືອງກວ່າ 17 ລ້ານຄົນ, ລະດັບຈະເລີນເຕີບໂຕ GDP ສະເລ່ຍໄລຍະ 2001-2010 ບັນລຸກວ່າ 11%. ແຕ່ລະປີ ເຂດທົ່ງພຽງແມ່ນ້ຳຂອງສົ່ງອອກເກີນດຸນຫລາຍພໍສົມຄວນ. ປີ 2012, ທ່ົວເຂດຄາດວ່າສົ່ງອອກໄດ້ປະມານ 9,6 ຕື້ USD, ເປັນຕົ້ນແມ່ນເຂົ້າສານ ແລະ ສິນໃນນ້ຳ. ເຖິງຢ່າງໃດກໍຕາມ, ຄຽງຄູ່ກັບທ່າໄດ້ປຽບກ່ຽວກັບການສົ່ງອອກກະສິກຳ, ສິນໃນນ້ຳ, ການດຶງດູດແຫລ່ງເງິນລົງທຶນຂອງຕ່າງປະເທດ(FDI) ເຂົ້າເຂດນີ້ຍັງຈຳກັດຢູ່, ກວມພຽງ 7% ເມື່ອທຽບໃສ່ທົ່ວປະເທດ. ຄາດວ່າ ໄລ່ມາຮອດຈຸດເວລາປະຈຸບັນ, ທັງເຂດທົ່ງພຽງແມ່ນ້ຳຂອງດຶງດູດ FDI ກວ່າ 11 ຕື້ USD. ໃນນັ້ນ ມີ 3 ແຂວງດຶງດູດ FDI ກວ່າ 1 ຕື້ USD ນັ້ນແມ່ນ: ແຂຍງ ລອງອານ, ກຽນຢາງ ແລະ ຕຽນຢາງ. ປະຈຸບັນ ລອງອານ ແມ່ນທ້ອງຖິ່ນນຳນຫ້າເຂດທົ່ງພຽງແມ່ນ້ຳກ່ຽວກັບການດຶງດູດທຶນ FDI ດ້ວຍຍອດຈຳນວນທຶນຈົດທະບຽນລົງທຶນກວ່າ 3,5 ຕື້ USD, ແຂວງ ກຽນຢາງ ແລະ ຕຽນຢາງ ແຕ່ລະແຂວງລ້ວນແຕ່ບັນລຸກວ່າ 3,1 ຕື້ USD. ເຖິງຢ່າງໃດກໍຕາມ ມາຮອດປະຈຸບັນ ຍັງມີສອງແຂວງ ຫວີງລອງ ແລະ ຊອກຈັງ ບໍ່ທັນດຶງດູດໄດ້ໂຄງການໃຫມ່ໄດ້. ຕາມການຕີລາຄາລວມ, ພື້ນຖານໂຄງລ່າງ, ແຫລ່ງຊັບພະຍາກອນມະນຸດ ແລະ ສະພາບແວດລ້ອມແຫ່ງການລົງທຶນຢູ່ບັນດາແຂວງເຂດທົ່ງພຽງແມ່ນ້ຳຂອງ ເຖິງວ່າມີການປັບປຸງຫລາຍຢ່າງແລ້ວກໍຕາມ, ແຕ່ຍັງບໍ່ທັນສ້າງຄວາມດູດດືມໃນການລົງທຶນເທື່ອ. ນີ້ກໍແມ່ນບັນຫາທີ່ ບັນດາແຂວງເຂດທົ່ງພຽງແມ່ນ້ຳຂອງ ພວມແກ້ໄຂຢ່າງວ່ອງໄວ. ທ່ານ ເຈີນແອງຕວນ, ຮອງປະທານຄະນະກຳມະການປະຊາຊົນແຂວງ ເບນແຈ ໃຫ້ຮຸູ້ວ່າ: ທ້ອງຖິ່ນນີ້ ພວມເພີ່ມທະວີການປະຕິຮູບດ້ານບໍລິຫານ, ເປີດກວ້າງບັນດາເຂດອຸດສາຫະກຳ ແລະ ສະຫງວນເນື້ອທີ່ດິນຈຳນວນຫນຶ່ງ ເພ່ືອດຶງດູດບັນດາໂຄງການ FDI. ໄລຍະຈະມາເຖິງ, ແຂວງ ເບນແຈ ກໍ່ສ້າງຂົວ ໂກ້ຈຽນ ສຳເລັດ ຈະແມ່ນທ່າໄດ້ປຽບເພື່ອໃຫ້ແຂວງນີ້ດຶງດູດໂຄງການ FDI ຕື່ມອີກ. ທ່ານ ເຈີນແອງຕວນ ຢືນຢັນວ່າ:
“ຄຽງຄູ່ກັບການເພີ່ມທະວີການປະຕິຮູບດ້ານບໍລິຫານ, ສ້າງສະພາບແວດລ້ອມແຫ່ງການລົງທຶນຢ່າງສະດວກສະບາຍ, ພວກຂ້າພະເຈົ້າຈະສຸມໃສ່ສ້າງເຂດອຸດສາຫະກຳຕື່ມອີກ 7 ແຫ່ງ, ໃນນັ້ນເປີດກວ້າງເຂດອຸດສາຫະກຳເກົ່າ 2 ແຫ່ງ ດ້ວຍເນື້ອທີ່ທັງໝົດປະມານ 1000 ເຮັກຕາ ເພ່ືອມອບໃຫ້ນັກລົງທຶນ. ພວກຂ້າພະເຈົ້າໝັ້ນໝາຍປະຕິບັດເປັນຢ່າງດີກວ່າ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດານັກລົງທຶນເຂົ້າມາລົງທຶນຢູ່ທ້ອງຖິ່ນພວກຂ້າພະເຈົ້າເພື່ອຜົນປະໂຫຍດຍາວນານຂອງບັນດານັກລົງທຶນກໍຄືຜົນປະໂຫຍດພັດທະນາເສດຖະກິດທ້ອງຖິ່ນ.”
ຄວາມຈິງ ໃນໄລຍະຜ່ານມາໃຫ້ເຫັນວ່າ ເລື່ອງຍົກລະດັບພື້ນຖານໂຄງລ່າງພວມຄ່ອຍໆໄດ້ຮັບການປັບປຸງ, ອາກອນທີ່ດິນຖືກກວ່າ, ແຫລ່ງຄົນງານອຸດົມສົມບູນກວ່າ ນັ້ນແມ່ນສາຍເຫດເຮັດໃຫ້ບັນດານັກລົງທຶນຢາກເປີດກວ້າງການລົງທຶນຢູ່ເຂດທົ່ງພຽງແມ່ນ້ຳຂອງ. ເຖິງຢ່າງໃດກໍຕາມ, ນອກຈາກປັດໄຈກ່ຽວກັບພື້ນຖານໂຄງລ່າງ, ແຫລ່ງຊັບພະຍາກອນມະນຸດ, ສິ່ງແວດລ້ອມແຫ່ງການລົງທຶນກໍຄືນະໂຍບາຍດຶງດູດການລົງທຶນຕ້ອງມີການດັດແກ້ຢ່າງແຂງແຮງຕາມທິດສະດວກກວ່າ. ທ່ານ ເລມີງຮວານ, ປະທານຄະນະກຳມະການປະຊາຊົນແຂວງ ດົ່ງທາບ ຖືວ່າ: ຕ້ອງຍົກສູງຄວາມຮັບຜິດຊອບ ແລະ ຄວາມຮັບຮູ້ຂອງຜູ້ນຳຫນ້າອຳນາດການປົກຄອງທຸກຂັ້ນໃນການປັບປຸງສະພາບແວດລ້ອມແຫ່ງການດຶງດູດທຶນ FDI.
“ຄະນະພັກແຂວງປະກາດໃຊ້ຄຳສັ່ງ ສະເຫນີທັງລະບົບການເມືອງຈາກແຂວງຕະຫລອດຮອດບ້ານ, ຕາແສງ ຕ້ອງເອົາໃຈໃສ່ເຖິງດັດຊະນີກຳລັງຄວາມສາມາດແກ້ງແຍ້ງ, ຍົກສູງຄວາມຮັບຮູ້ຂອງປະຊາຊົນກ່ຽວກັບກົດໝາຍ, ກຳລັງຄວາມສາມາດບໍລິຫານໃຫ້ແກ່ພະນັກງານທຸກຂັ້ນ.”
ປະຈຸບັນ, ນອກຈາກລົງທຶນພື້ນຖານໂຄງລ່າງຢ່າງຄົບຊຸດ, ສອງບັນຫາສຳຄັນຊື່ງຫລາຍແຂວງຢູ່ເຂດທົ່ງພຽງແມ່ນ້ຳຂອງເອົາໃຈໃສ່ທີ່ສຸດນັ້ນແມ່ນ: ບັນຫາແຮງງານ ແລະ ສະພາບແວດລ້ອມແຫ່ງການລົງທຶນ. ໄຈ້ແຍກບັນດາຂໍ້ມູນກ່ຽວກັບສະພາບເສດຖະກິດຢູ່ເຂດທົ່ງພຽງແມ່ນຳ້ຂອງເຫັນວ່າ: ເຖິງວ່າ ເຂດດິນມີຄວາມສາມາດບົ່ມຊ້ອນກໍຕາມ, ແຕ່ລາຍຮັບກໍຄືຊີວິດການເປັນຢູ່ຂອງປະຊາຊົນຢູ່ທີ່ນີ້ ຍັງປະສົບກັບຄວາມຫຍຸ້ງຍາກ. ບັນຫາສຳຄັນແມ່ນຕ້ອງສ້າງໂຄງປະກອບການຜະລິດຄືນໃຫມ່, ສຸມໃສ່ເຂົ້າໃນບັນດາຂະແຫນງການທີ່ມີທ່າແຮງ. ດ້ານອື່ນ, ລັດຄວນສຸມໃສ່ໃຫ້ແກ່ວຽກງານສອນວິຊາຊີບທີ່ມີຄຸນນະພາບສູງ, ປັບປຸງວຽກງານສົ່ງເສີມການລົງທຶນເພື່ອສ້າງປະຖົມປັດໄຈດຶງດູດການລົງທຶນ, ເປັນຕົ້ນໃນບັນດາຂົງເຂດປຸງແຕ່ງ, ສົ່ງອອກ… ແມ່ນບັນດາຂົງເຂດມີທ່າແຮງຂອງເຂດ. ດຣ ຫວໍຮຸ່ງຢູງ, ຮອງປະທານຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ ຖືວ່າ:
“ພວກຂ້າພະເຈົ້າເອົາໃຈໃສ່ເປັນພິເສດເຖິງບັນຫາແຮງງານ ແລະ ສະພາບແວດລ້ອມແຫ່ງການລົງທຶນ. ທີສອງ ຄວນສ້າງຮູບພາບເຂດທົ່ງພຽງແມ່ນ້ຳຂອງທີ່ຂະຫຍັນຂັນເຄື່ອນ, ຕັ້ງຫນ້າ. ກ່ອນນີ້, ພຽງແຕ່ເວົ້າເຖິງຜະລິດຕະພັນກະເສດ, ສິນໃນນ້ຳ, ປະຈຸບັນ ຕ້ອງເວົ້າເຖິງການປຽບທຽບທ່າໄດ້ປຽບໃຫມ່ຄື: ທ່າໄດ້ປຽບເສດຖະກິດທະເລ, ບັນດາການປັບປຸງສະພາບແວດລ້ອມແຫ່ງການລົງທຶນທີ່ບັນລຸໄດ້ໃນໄລຍະຜ່ານມາສຳລັບບັນດານັກລົງທຶນ.”
ບັນດາການຫັນປ່ຽນກ່ຽວກັບພື້ນຖານໂຄງລ່າງພ້ອມກັບບັນດາຄວາມມານະພະຍາຍາມ, ຄວາມຕັດສິນໃຈສູງຈາກບັນດາການນຳຕະຫລອດຮອດບັນດາອົງການກ່ຽວຂ້ອງເພື່ອປັບປຸງສະພາບແວດລ້ອມແຫ່ງການລົງທຶນຢູ່ເຂດທົ່ງພຽງແມ່ນ້ຳຂອງ ໄດ້ ແລະ ພວມເຮັດໃຫ້ເຂດນີ້ກາຍເປັນສະຖານທີ່ດຶງດູດບັນດານັກລົງທຶນຕ່າງປະເທດ. ນີ້ກໍແມ່ນປັດໄຈສຳຄັນ ເພື່ອສ້າງຜົນງານໃຫມ່ໃຫ້ແກ່ບັນດານັກລົງທຶນ ແລະ ປະກອບສ່ວນເຮັດໃຫ້ເຂດທົ່ງພຽງແມ່ນນ້ຳຂອງກາຍເປັນເຂດພັດທະນາເສດຖະກິດສຳຄັນຂອງທັງປະເທດ.