ເພີ່ມທະວີການຮັກສາລາຄາສິນຄ້າເປັນປົກກະຕິໃນຊຸມເດືອນທ້າຍປີ

(vovworld)- ນາຍົກລັດຖະມົນຕີ ຫວຽດນາມ ຫາ​ກໍ​ອອກ​ຄຳ​ສັ່ງ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ວຽກ​ງານ​ຄຸ້ມ​ຄອງ, ບໍລິຫານ ​ແລະ ຮັກສາ​ລາຄາ​ສິນຄ້າ​ເປັນ​ປົກກະຕິ​ໃນ​ຊຸມ​ເດືອນ​ທ້າຍ​ປີ 2012. ຄຳ​ສັ່ງ​ດັ່ງກ່າວ​ສະ​ເຫ​ນີຕ້ອງ​ຮັບປະກັນ​ການ​ດຸນ​ດຽງ​ລະຫວ່າງ​ການ​ສະຫນອງ ​ແລະ ຄວາມ​ຕ້ອງການ,​ ຮັກສາ​ລາຄາ​ສິນຄ້າ​, ບໍລິການ​ທີ່​ຈຳ​ເປັນ​​ທີ່ເປັນ​ປົກກະຕິ​ໃຫ້​ແກ່​ປະຊາຊົນ,​​ເປັນ​ຕົ້ນ​ໃນ​ໂອກາດ​ບຸນປີ​ໃຫມ່​ໃກ້​ຈະ​ມາ​ເຖິງ. ນີ້​​ແມ່ນ​ການ​ກະທຳ​ອັນ​ຕັ້ງຫນ້າ, ​ເພື່ອ​ສ້າງ​ເງື່ອນ​ໄຂ​ຊຸກຍູ້​ການ​ພັດທະນາ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ, ກະ​ຕຸ້ນ​ການ​ໃຊ້​ສອຍ​ເພື່ອ​ເພີ່ມ​ກຳລັງ​ຊື້, ​ແກ້​ໄຂສະ​ພາບ​ສິນຄ້າ​ຄ້າງ​ສາງ, ພັດທະນາ​ຕະຫລາດ​ພາຍ​ໃນ​ປະ​ເທດ​ເປັນ​ຕົ້ນ​ແມ່ນ​ປະກອບສ່ວນ​ໂຄສະນາ​, ປະຕິບັດ​ບັ້ນ​ຂົນຂວາຍ “ຊາວ​ຫວຽດນາມ​ບຸລິມະສິດ​ຊົມ​ໃຊ້​ສິນຄ້າ​ຫວຽດນາມ”ຢ່າງ​ມີ​ປະສິດທິ​ຜົນ.

ເພີ່ມທະວີການຮັກສາລາຄາສິນຄ້າເປັນປົກກະຕິໃນຊຸມເດືອນທ້າຍປີ - ảnh 1
ຮັກສາ​ລາຄາ​ສິນຄ້າ​ເປັນ​ປົກກະຕິ​ໃນ​ຊຸມ​ເດືອນ​ທ້າຍ​ປີ 2012
ພາບ: internet

        ​ໃນ​ຊຸມ​ເດືອນ​ທ້າຍ​ປີ, ລາຄາ​ສິນຄ້າ​ຫລາຍ​ປະ​ເພດ​ເຄີ​ຍມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ​ສູງ, ພິ​ເສດບັນດາ​ປະ​ເພດ​ສິນຄ້າ​ທີ່​ຈຳ​ເປັນ. ພ້ອມ​ກັບ​ເລື່ອງ​ລາ​ຄາ​ສິນຄ້າ​ຫລາຍ​ປະ​ເພດ​ອາດ​ຈະ​ເພີ່ມ​ຂຶ້ນ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ບັນດາ​ຄວາມ​ຫຍຸ້ງຍາກ​ຂອງ​ສະພາບ​ເສດຖະກິດ ສັງຄົມ​ຄື: ການ​ເຕີບ​ໂຕ​​ການ​ສົ່ງ​ອອກ​ສິນຄ້າ​ມີ​ທ່າ​ອ່ຽງຊັກ​ຊ້າລົງ, ການ​ນຳ​ເຂົ້າ​ຫລຸດ​ລົງ​, ກຳລັງ​ຊື້​ຂອງ​ຕະຫລາດ​ພາຍ​ໃນ​ປະ​ເທດ​ຕ່ຳ, ສິນຄ້າ​ຄ້າງ​ສາງ​ຂອງ​ບາງ​ຂະ​ແຫນງ​ຍັງ​ຢູ່ໃນ​ດັບ​ສູງ​ ພວມ​ກໍ່ຄວາມ​ວິຕົກ​ກັງວົນ​ກ່ຽວ​ກັບ​ດັດ​ຊະນີ​ລາຄາ​ໃຊ້​ສອຍ (CPI) ຈະ​ເພີ່ມ​ຂຶ້ນ​ຄືນ​ໃຫມ່. ​ໃນ​ເດືອນ 9/2012, CPI ​​ເພີ່ມ​ຂຶ້ນ 2,2% ​ເມື່ອ​ທຽບ​ໃສ່​ເດືອນ 8/2012. ນີ້​ແມ່ນ​ລະດັບ​ເພີ່ມ​ຂຶ້ນ​ສູງ​ສຸດ​ນັບ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະຈຸ​ບັນ. ທ້າຍ​ເດືອນ 9/2012, ທ່ານ​ນາຍົກລັດຖະມົນຕີ​ໄດ້​ມີ​ຄຳ​ສັ່ງ​ສະ​ເຫ​ນີຕໍ່​ກຳນົດ​ເວລາ​ເພີ່ມ​ລາຄາ​ການບໍລິກາ​ນຈຳ​ເປັນ​ຈຳ​ນວນ​ຫນຶ່ງ, ​ເຖິງ​ຢ່າງ​ໃດ​ກໍ​ຕາມ CPI ຢູ່​ບາງ​ໝວດ​ຄື: ບໍລິການ​ສາທາລະນະ​ສຸກ, ການ​ສຶກສາ​ຍັງ​ຄົງ​ຢູ່​ໃນ​ລະດັບ​ສູງ. ​ເພື່ອ​ປະຕິບັດ​ຈຸດໝາຍ​ບຸລິມະສິດ​ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ​ໃຫ​້​ໄດ້, ນາຍົກລັດຖະມົນຕີ ​ໄດ້​ປະກາດ​ໃຊ້​ຄຳ​ສັ່ງ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ວຽກ​ງານ​ຄຸ້ມ​ຄອງ​ບໍລິຫານ ​ແລະ ຮັກສາ​ລາຄາ​ສິນຄ້າ​ເປັນ​ປົກກະຕິ​ໃນ​ຊຸມ​ເດືອນ​ທ້າຍ​ປີ 2012. ​ກາງເດືອນ 6/2012, ລັດຖະບານ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​​ໂດຍ​ກົງ​ຜ່ານ​ເຄືອຂ່າ​ຍອິນ​ເຕີ​ແນ​ດກັບ 36 ​ແຂວງ, ນະຄອນ​​ເພື່ອ​ຕີ​ລາຄາ​ວຽກ​ງານ​ຮັກສາ​ລາຄາ​ສິນຄ້າ​ໃຫ້​ເປັນ​ປົກກະຕິ ​ແລະ ຊີ້​ນຳ​ການ​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະກາ​ນຮັກສາ​ລາຄາ​ສິນຄ້າ​ເປັນ​ປົກກະຕິ​ໃນ​ຊຸມ​ເດືອນ​ທ້າຍ​ປີ. ມາ​ຮອດ​ປະຈຸ​ບັນ ທົ່ວ​ປະ​ເທດ​ໄດ້ມີ​ສະຖານ​ທີ່ຂາຍ​ສິນຄ້າ​ດ້ວຍ​ລາຄາ​ປົກກະຕິ 6.400 ​ແຫ່ງ. ພິ​ເສດ ​ຕາຫນ່າງ​ສະຖານ​ທີ່ຂາຍ​ສິນຄ້າ​ດ້ວຍ​ການ​ຮັກສາລາຄາ​ປົກກະຕິ ນັບ​ມື້​ນັບ​ໄດ້​ຮັບ​ການ​ທະວີຄູນ​ຢ່າງ​ກວ້າງຂວາງ, ຂະຫຍາຍ​ລົງ​ຮອດ​ບັນດາ​ເຂດ​ຊົນນະບົດ, ​ເຂດ​ຫ່າງ​ໄກ​ສອກຫລີກ, ​ເຂດ​ຊຸມ​ຊົນ ​ແລະ ​ເຂດ​ອຸດສາຫະກຳ, ​ເຂດ​ຜະລິດ​ສົ່ງ​ອອກ. ຕາມ​ກະຊວງ​    ອຸ​ດສາ​ຫະກຳ ການ​ຄ້າ​ຫວຽດນາມ​ແລ້ວ, ຍາມ​​ໃດສິນຄ້າ​ທີ່​​ໄດ້​ຮັບ​ການ​ຮັກສາ​ລາຄາ      ​ເປ​ັນປົກກະຕິ​ນັ້ນຕ້ອງ​ຕ່ຳ​ກວ່າ​ເມື່ອ​ທຽບ​ໃສ່​ລາຄາ​ສິນຄ້າ​ໃນ​ທ້ອງ​ຕະຫລາດ​ແຕ່ 5 - 10%. ພ້ອມ​ກັບ​ວິວັດທະນາ​ການ​ນີ້, ງົບ​ປະມານ​ຮັບ​ໃຊ້​​ໂຄງການ​ຮັກສາ​ລາຄາສິນຄ້າ​ເປັນ​ປົກກະຕິ​ຂອງ​ລັດຖະບານ​ກໍ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ທ່ານ​ນາງ Ho Kim Thoa, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ມາ​ຮອດ​ປະຈຸ​ບັນ, ສະ​ຖາ​ນທີ່ຂາຍ​ສິນຄ້າ​ດ້ວຍ​​ລາຄາ​ເປັນ​ປົກກະຕິ​ນັບ​ມື້​ນັບ​ຂະຫຍາຍ​ອອກ​ຢ່າງ​ກວ້າງຂວາງ. ກ່ອນ​ນີ້ 100% ວິ​ສາ​ຫະກິດ​​ເຂົ້າ​ຮ່ວມ​ລາຍການ​ຮັກສາ​ລາຄາສິນຄ້າ​ເປັນປົກກະຕິ​ລ້ວນ​ແຕ່ຕ້ອງ​ລົງທຶນ​ຂອງ​ຕົນ​ເສຍ​ກ່ອນ​, ມາ​ຮອດ​ປະຈຸ​ບັນ ​ໃນ​ຈຳ​ນວນ​ວິ​ສາ​ຫະກິດ​ເຂົ້າ​ຮ່ວມ​ລາຍ​ການ​ນັ້ນ ມີ 60% ນຳ​ໃຊ້​ທຶນ​ສ່ວນ​ຕົວ. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ ບັນດາ​ວິ​ສາ​ຫະກິດ​ໄດ້​ປະກອບ​ທຶນ​ສົມທົບ​ເພື່ອ.​ເຂົ້າ​ຮ່ວມ​​ໂຄງການ​ຮັກສາ​ລາຄາ​ສິນຄ້າ​ເປັນ​ປົກກະຕິ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ.”

ເພີ່ມທະວີການຮັກສາລາຄາສິນຄ້າເປັນປົກກະຕິໃນຊຸມເດືອນທ້າຍປີ - ảnh 2

        ​ເພື່ອ​ຕອບ​ສະຫນອງ​ຈຸດໝາຍ​ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັກສາ​ລາຄາ​ສິນຄ້າ​ເປັນ​ປົກກະຕິ​ໃນ​ຊຸມ​ເດືອນ​ທ້າຍ​ປີ, ທ່ານ​ນາຍົກລັດຖະມົນຕີ​ໄດ້​ສະ​ເຫ​ນີບັນດາ​ກະຊວງ, ຂະ​ແຫນງ​ການ ​ແລະ ທ້ອງ​ຖິ່ນ​ຕ່າງໆ​ຈົ່ງ​ຄວບຄຸມ​ລາຄາ​ສິນຄ້າ​ທຸກ​ປະ​ເພດ​, ບໍລິການ​ທີ່​ຈຳ​ເປັນ​ໃຫ້​ແຫນ້ນ​ແຟ້ນ, ພິ​ເສດ​ແມ່ນ​ຮັກສາ​ລາຄາ​ສິນຄ້າ​ທີ່​ຈຳ​ເປັນ​ເພື່ອ​ຮັບ​ໃຊ້​ຊີວິດ​ການ​ເປັນຢູ່​ຂອງ​ປະຊາຊົນ. ​ໃນ​ນັ້ນ ບັນດາ​ໝວດ​ມາດ​ຕະການ​ສຸມ​ໃສ່​ເຂົ້າ​ໃນ 2 ຕະຫລາດ​ໃຫຍ່​ຂອງ​​ທັງ​ປະ​ເທດ, ນັ້ນ​ແມ່ນ​ນະຄອນ ​ໂຮ່ຈິ​ມິນ ​ແລະ ຮ່າ​ໂນ້ຍ. ມາ​ຮອດ​ປະຈຸ​ບັນ, ນະຄອນ ​ໂຮ່ຈິ​ມິນ ​ໄດ້​ຜັນ​ຂະຫຍາຍ​ສະຖານ​ທີ່​ຂາຍ​ສິນຄ້າ​ດ້ວຍ​​ລາຄາ​ເປັນ​ປົກກະຕິ​ກວ່າ 3500 ​ແຫ່ງ ​ແລະ ນັບ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະຈຸ​ບັນ, ບັນດາ​ວິ​ສາ​ຫະກິດ​ກ​ໍ​ໄດ້​ປະຕິບັດ​ການ​ຂາຍ​ສິນຄ້າ​ເຄື່ອນ​ທີ່ 500 ຄັ້ງ, ບັນລຸ​ຍອດ​ລາຍ​ຮັບ​ກວ່າ 11 ຕື້​ດົ່ງ.

        ພ້ອມ​ກັບ​​ໂຄງການ​ຮັກສາ​ລາຄາ​ສິນຄ້າ​ໃຫ້​ເປັນ​ປົກກະຕິ​ຂອງ​ລັດຖະບານ, ນະຄອນ ​ຮ່າ​ໂນ້ຍກໍ​ໄດ້​ຜັນ​ຂະຫຍາຍ​ສະຖານ​ທີ່​ຂາຍ​ສິນຄ້າ​ດ້ວຍ​​ລາ​ຄາ​ເປັນ​ປົກກະຕິ​ກວ່າ 600 ​ແຫ່ງ, ​ໃນ​ນັ້ນ ກວ່າ 250 ​ແຫ່ງ​ຢູ່​ຊານ​ນະຄອນ​(​ເພີ່ມ​ຂຶ້ນ​ທົບ 3 ​ເທົ່າ​ເມື່ອ​ທຽບ​ໃສ່​ປີ 2010). ພະ​ແນ​ກອຸດສາຫະກຳ ການ​ຄ້າ ຮ່າ​ໂນ້ຍ ​ໄດ້​ຊີ້​ນຳ​ປະຕິບັດ​ການ​ຮັກ​ລາ​ລາຄາ​ສິນຄ້າ​ເປັນ​ປົກກະຕິ​ສຳລັບ 10 ປະ​ເພດ​ສິນຄ້າ​ທີ່​ຈຳ​ເປັນ​ຄື: ສະບຽງ​ອາຫານ,  ​ປື້​ມ, ​ເຈ້ຍ​ຮັບ​ໃຊ້​ນັກ​ຮຽນ... ສິ່ງ​ທີ່​ເປັນ​ຫນ້າ​ສົນ​ໃຈ, ນັ້ນ​ແມ່ນ​ນັບ​ແຕ່​ປີ​ກາຍ​ນີ້ ມີ​ວິ​ສາ​ຫະກິດ​ພາກ​ເອກະ​ຊົນ​ຫລາຍ​ແຫ່ງ​ກໍ​ໄດ້​​ເຂົ້າ​ຮ່ວມ​​ໂຄງການ​ຮັກສາ​ລາຄາ​ສິນຄ້າ​ເປັນ​ປົກກະຕິ, ສົ່ງ​ສິນຄ້າ​​ໄປ​ຂາຍ​ຢູ່​ເຂດ​ຊົນນະບົດ, ປະກອບສ່ວນ​ໂຄສະນາ ​ແລະ ຂະຫຍາຍ​​ໂຄງການ ຊາວ​ຫວຽດນາມບຸລິມະສິດ​ຊົມ​ໃຊ້​ສິນຄ້າ​ຫວຽດນາມ ”. ທ່ານ Nguyen Ngoc Boi ຜູ້ອຳນວຍການ​ລະບົບ​ຮ້ານສັບພະ​ສິນຄ້າ ລານ​ຈີ ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າພະ​ເຈົ້າ​ເລືອກ​ເຟັ້ນ​ເຂ​ດຊົນນະບົດ​ເພື່ອ​ສ້າງ​ລະບົບ​ສັບພະ​ສິນຄ້າ​ແບບ​ຍືນ​ຍົງ​ກໍ​ແມ່ນ​ການ​ປະຕິບັດ​ຂະ​ບວນການ​ສົ່ງ​ສິນຄ້າ​ລົງ​ໄປ​ຂາຍ​ຢູ່​ເຂດ​ຊົນນະບົດ. ດ້ວຍ​ເລື່ອງ​ແຕ່ລະ​ເມືອງ​ຢູ່​ຊານ​ນະຄອນ​ຕັ້ງ​ຮ້ານ​ສັບພະ​ສິນຄ້າ​ແຫ່ງ​ຫນຶ່ງ​ເພື່ອ​ປະກອບສ່ວນ​ຮັບປະກັນ​ນະ​ໂຍບາຍ​ຂອງ​ນະຄອນ​ແມ່ນ​ນຳ​ສິນຄ້າ​​ເຖິງ​ຜູ້​ອຸປະ​ໂພ​ກບໍລິ​ໂພ​ກ.”

        ດ້ວຍ​ຄວາມ​ມານະ​ພະຍາຍາມ​ໃນ​ການ​ບໍລິຫານ​ຂອງ​ລັດຖະບານ, ໝາກຜົນ​ຂອງCPI ​ໃນ​ເດືອນ 10 ຂອງ​ນະຄອນ​ຮ່າ​ໂນ້ຍພຽງ​ເພີ່ມ​ຂຶ້ນ 0,37% ​ແລະ ນະຄອນ ​ໂຮ່ຈິ​ມິນ​ເພີ່ມ​ຂຶ້ນ 0,4% ​ແລະ CPI ​ທັງ​ປະ​ເທດ​ເພີ່ມ​ຂຶ້ນ​ລະດັບ​ຕ່ຳ​ກວ່າ 1%​ເມື່ອ​ທຽບ​ໃສ່​ເດືອນ 9. ດ້ວຍ​ບັນດາ​ມາດ​ຕະການຄວບ​ຄຸມ​ໄພ​ເງິນ​ເຟີ້​ ຢ່າງ​ຕັ້ງຫນ້າ   ​ແລະ ປະຕິບັດ​ການ​ຮັກສາ​ລາຄາ​ເປັນ​ປົກກະ​ຕິ, CPI ທັງ​ປີ 2012 ​ໄດ້​ຮັບ​ການ​ຄາດ​ຄະ​ເນ​ຈາກ​ລັດຖະບານ​ແມ່ນ 8% ​ແລະ ຍັງ​ຄົງ​ສາມາດ​ສຳ​ເລັດ​ຄາດ​ໝານຍຊຶ່ງ​ສະພາ​ແຫ່ງ​ຊາດ​ວາງ​ອອກ​ແມ່ນ CPI ຕ່ຳ​ກວ່າ 2 ຕົວ​ເລກ.

 

ຕອບກັບ

ຂ່າວ/ບົດ​ອື່ນ