ເພື່ອຄາດໝາຍມີວິສາຫະກິດ 1 ລ້ານແຫ່ງເຄື່ອນໄຫວຢ່າງມີປະສິດທິຜົນໃນປີ 2020

(VOVWORLD) -ເພື່ອບັນລຸໄດ້ຄາດໝາຍໃຫ້ມີວິສາຫະກິດພາກເອກະຊົນ 1 ລ້ານແຫ່ງເຄື່ອນໄຫວຢ່າງມີປະສິດທິຜົນໃນປີ 2020 ຄືດັ່ງມະຕິຂອງລັດຖະບານໄດ້ປະກາດໃຊ້ແມ່ນສາມາດບັນລຸໄດ້. ແລະ ເພືຶ່ອປະຕິບັດຄາດໝາຍດັ່ງກ່າວ, ລັດຖະບານພວມມານະພະຍາຍາມ, ດ້ານໜຶ່ງແມ່ນປ່ຽນແປງມູມມອງກ່ຽວກັບບົດບາດຂອງວິສາຫະກິດພາກເອກະຊົນໃນພື້ນຖານເສດຖະກິດ, ດ້ານອື່ນແມ່ນປ່ຽນແປງຈິນຕະນາການກ່ຽວກັບການຄຸ້ມຄອງລັດ ກໍ່ຄືສ້າງທຸກເງື່ອນໄຂສະດວກທີ່ສຸດເພື່ອຮ່ວມເດີນທາງພ້ອມກັບວິສາຫະກິດ.
ເພື່ອຄາດໝາຍມີວິສາຫະກິດ 1 ລ້ານແຫ່ງເຄື່ອນໄຫວຢ່າງມີປະສິດທິຜົນໃນປີ 2020 - ảnh 1(ພາບປະກອບອີນເຕີແນັດ)

ຂົງເຂດເສດຖະກິດພາກເອກະຊົນໄດ້ດຶງດູດແຮງງານ 85%, ປະກອບສ່ວນເຂົ້າ GDP ປະມານ 40%. ຖ້າສັງເກດຕາຕະລາງຈັດອັນດັບ 500 ວິສາຫະກິດໃຫຍ່ທີ່ສຸດຂອງຫວຽດນາມ (VNR 500) ທີ່ໄດ້ປະກາດໃນແຕ່ລະປີ ອາດເຫັນໄດ້ຢ່າງຈະແຈ້ງທີ່ຕັ້ງຂອງວິສາຫະກິດພາກເອກະຊົນ, ເມື່ອຂົງເຂດນີ້ມີລະດັບຄວາມໄວໃນການເຕີບໂຕລື່ນກາຍຫຼາຍເມື່ອທຽບໃສ່ລັດວິສາຫະກິດ ແລະ ວິສາຫະກິດທີ່ມີເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI). ໃນໄລຍະຜ່ານມາ, ເຂດເສດຖະກິດເອກະຊົນໄດ້ປະກົດມີບັນດາວິສາຫະກິດໃຫຍ່ທີ່ມີຊື່ສຽງຄື: Vingroup, Novaland, Vinamilk, ຮ່ວາຟ໋າດ… ແຕ່ວ່າ, ການມີໜ້າຂອງບັນດາວິສາຫະກິດພາກເອກະຊົນໃນຈຳນວນຂະແໜງຫຼັກແຫຼ່ງຂອງພື້ນຖານເສດຖະກິດດັ່ງກ່າວ ພັດກວມພຽງອັດຕານ້ອຍສຸດແມ່ນ 1,2% ເມື່ອທຽບໃສ່ຈຳນວນວິສາຫະກິດກວ່າ 600 ແຫ່ງທີ່ພວມເຄື່ອນໄຫວ.

        ໃນສະພາບການທີ່ຂົງເຂດເສດຖະກິດພາກລັດພວມສ້າງໂຄງປະກອບຄືນໃໝ່, ຫັນເປັນຫຸ້ນສ່ວນ, ເຂດເສດຖະກິດພາກເອກະຊົນນັບມື້ນັບໄດ້ສວມບົດບາດສຳຄັນໃນການຮັກສາການເຕີບໂຕຂອງເສດຖະກິດແຫ່ງຊາດ. ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ມາຍຕ໋ຽນຢຸງ, ຢືນຢັນວ່າ.

        “ພວກເຮົາໄດ້ກຳນົດວິສາຫະກິດແມ່ນກຳລັງໜູນພັດທະນາຂອງພື້ນຖານເສດຖະກິດ; ຄວນປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ແກ້ໄຂຄວາມຫຍຸ້ງຍາກ, ໜູນຊ່ວຍ ແລະ ພັດທະນາວິສາຫະກິດ, ແຕ່ວ່າວິສາຫະກິດພາກເອກະຊົນນັ້ນແມ່ນເປົ້າໝາຍຕົ້ນຕໍທີ່ຕ້ອງການສິ່ງດັ່ງກ່າວທີ່ສຸດ. ຄາດໝາຍຮອດປີ 2020, ທົ່ວປະເທດຂອງພວກເຮົາໄດ້ຕັດສິນຈະມີວິສາຫະກິດກວ່າ 1 ລ້ານແຫ່ງ, ໃນນັ້ນຕົ້ນຕໍແມ່ນວິສາຫະກິດພາກເອກະຊົນ. ຄຽງຂ້າງນັ້ນ, ຄວນມີກົນໄກນະໂຍບາຍເພືຶ່ອສົ່ງເສີມການຄ້າຂາຍສ່ວນຕົວ 4,9 ລ້ານແຫ່ງໃຫ້ກາຍເປັນວິສາຫະກິດ.”

        ເຖິງຢ່າງໃດກໍ່ຕາມ, ໃນສະພາບທີ່ປະສົບກັບຄວາມຫຍຸ້ງຍາກຂອງພື້ນຖານເສດຖະກິດໂລກ, ເສດຖະກິດພາຍໃນປະເທດໃນປະຈຸບັນ, ນັບທັງວິສາຫະກິດໃຫຍ່ກໍ່ປະສົບກັບຄວາມຫຍຸ້ງຍາກກ່ຽວກັບລະບຽບການບໍລິຫານ, ລາຍຮັບ ແລະ ລາຍຈ່າຍໃຫ້ແກ່ການຜະລິດ, ບຸກຄະລາກອນ, ວິສາຫະກິດທີ່ມີຂອບຂະໜາດຍິ່ງນ້ອຍກໍ່ຍິງຍາກທີ່ຈະສຳພັດກັບແຫຼ່ງທຶນກູ້ຢືມ. ນັກທຸລະກິດໜຸ່ມ ຮ່ວາງທູຮັ່ງ, ໄດ້ແບ່ງປັນຢູ່ນອນການສົນທະນາກັບທ່ານນາຍົກລັດຖະມົນຕີ.

        “ປະຈຸບັນແຫຼ່ງທຶນຂອງບັນດາວິສາຫະກິດເລີມທຸລະກິດຕາມທຳມະດາແລ້ວແມ່ນເຂົາເຈົ້າສ້າງຂຶ້ນເອງ, ຫາກບໍ່ມີຫຼາຍ. ສະນັ້ນ, ຂ້າພະເຈົ້າຫວັງວ່າ, ຈະມີບັນດາກອງທຶນຂອງລັດຖະບານ, ບັນດາຄະນະ, ຂະແໜງການຊ່ວຍໃຫ້ວິສາຫະກິດປະຕິຮູບຄືນໃໝ່ ແລະ ປ່ຽນໃໝ່ເຕັກໂນໂລຊີ ເພື່ອໃຫ້ວິສາຫະກິດທີ່ຫາກໍ່ເລີ່ມທຸລະກິດບືນຕົວຂຶ້ນໄດ້.”

        ມີສາຍເຫດໜຶ່ງອີກນັ້ນແມ່ນ, ວິສາຫະກິດຂະໜາດນ້ອຍ, ແຫຼ່ງກຳລັງອ່ອນເພຍ ສະນັ້ນຄວາມຮູ້ຄວາມເຂົ້າໃຈກ່ຽວກັບຕະຫຼາດ, ສະພາບການດຳເນີນທຸລະກິດ, ຂັ້ນຕອນການເຮັດວຽກຂາດລັກສະນະເປັນມືອາຊີບ ສະນັ້ນເຂົາເຈົ້າຈຶ່ງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ເມື່ອເຮັດວຽກກັບຄູ່ຮ່ວມມື, ຄູ່ຄ້າຂາຍ. ເພື່ອແກ້ໄຂຄວາມຫຍຸ້ງຍາກດັ່ງກ່າວ, ປະຈຸບັນ, ລັດຖະບານພວມມີບັນດາໂຄງການໜູນຊ່ວຍວິສາຫະກິດຂະໜາດນ້ອຍ, ວິສາຫະກິດເລີ່ມທຸລະກິດເຂົ້າຮ່ວມບັນດາກຸ່ມຮ່ວມສຳພັນຂະແໜງ ແລະ ຜັນຂະຫຍາຍການປະຕິບັດຢ່າງຂ້ຽວຂາດໃນປີນີ້. ທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ດັ້ງຮຸຍດົງ ໃຫ້ຮູ້ວ່າ.

        “ທີ່ໜຶ່ງແມ່ນພັດທະນາຕາມຈິນຕະນາການກຸ່ມຮ່ວມສຳພັນຂະແໜງ ແລະ ລະບົບມູນຄ່າ, ບັນດາຜູ້ເກັ່ງກ້າທີ່ສຸດ, ວິສາຫະກິດດີທີ່ສຸດ, ມີເຕັກໂນໂລຊີດີທີ່ສຸດໃນລະບົບມູນຄ່ານັ້ນໄດ້ເຂົ້າຮ່ວມ ເພື່ອຍົກສູງລັກສະນະແກ່ງແຍ້ງນັບທັງທາງດ້ານຄຸນນະພາບ ແລະ ລາຄາ. ທີ 2 ແມ່ນ ຕ້ອງເຂົ້າຮ່ວມອົງການນຳກັນ. ມີພຽງວິທີນັ້ນເຂົາເຈົ້າຈຶ່ງສາມາດລົງນາມໃນສັນຍາຈຳໜ່າຍຜະລິດຕະພັນຕາມການຄ້າທີ່ມີໂກຕາ ແທນທີ່ເດີນຕາມການຄ້າບໍ່ມີໂກຕາ”.

        ຄຽງຂ້າງການຍູ້ແຮງປະຕິຮູບລະບຽບການບໍລິການ, ລັດຖະບານກໍ່ພວມຜັນຂະຫຍາຍບັນດາມາດຕະການຢ່າງຂ້ຽວຂາດ ເພື່ອແນໃສ່ແກ້ໄຂຄວາມຫຍຸ້ງຍາກດ້ານທຶນຮອນໃຫ້ແກ່ວິສາຫະກິດ, ໃນນັ້ນຊີ້ນຳບັນດາທະນາຄານຫຼຸດຜ່ານຄ້າໃຊ້ຈ່າຍ, ຫຼຸດຜ່ອນດອກເບ້ຍໃຫ້ແກ່ການກູ້ຢືມສຳລັບວິສາຫະກິດຂະໜາດກາງ ແລະ ນ້ອຍ, ວິສາຫະກິດເລີ່ມທຸລະກິດ. ທ່ານຮອງຜູ້ວ່າການທະນາຄານແຫ່ງລັດຫວຽດນາມ ດ່າວມິງຕູ໋, ຢືນຢັນວ່າ.

        “ຄ່າໃຊ້ຈ່າຍໃຫ້ແກ່ວິສາຫະກິດຂະໜາດກາງ ແລະ ນ້ອຍແມ່ນຄວາມຕ້ອງການອັນຮີບດ່ວນ. ຫຼຸດຜ່ອນຄ້າໃຊ້ຈ່າຍເພື່ອສຳພັດກັບແຫຼ່ງທຶນ ອາດຈະປະຕິບັດດ້ວຍຫຼາຍຮູບການແຕກຕ່າງກັນ ແຕ່ມີຄວາມຈຳເປັນແມ່ນຕ້ອງເຮັດແນວໃດເພື່ອຫຼຸດຜ່ອນດອກເບ້ຍໃຫ້ ແກ່ການກູ້ຢືມ, ສ້າງເງື່ອນໄຂໃຫ້ວິສາຫະກິດຂະໜາດກາງ ແລະ ນ້ອຍ.”

        ມີວິສາຫະກິດກວ່າ 110 ແຫ່ງໄດ້ຮັບການສ້າງຕັ້ງໃໝ່ໃນປີ 2016, ດ້ວຍຈຳນວນທຶນຈົດທະບຽນແມ່ນກວ່າ 900.000 ຕື້ດົ່ງ, ບັນລຸສະຖິຕິສູງສຸດທາງດ້ານຈຳນວນນັບແຕ່ກ່ອນມາຮອດປະຈຸບັນ. ແລະ ໃນ 5 ເດືອນຕົ້ນປີ 2017, ມີວິສາຫະກິດກວ່າ 40.000 ແຫ່ງໄດ້ຮັບການສ້າງຕັ້ງໃໝ່. ຄາດວ່າ, ຮອດປີ 2020, ທົ່ວປະເທດຈະມີວິສາຫະກິດປະມານ 1,4 ລ້ານແຫ່ງ. ດ້ວຍບັນດາມາດຕະການຜັນຂະຫຍາຍຢ່າງຂ້ຽວຂາດຂອງລັດຖະບານ ກ່ຽວກັບການປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ການປະຕິຮູບລະບຽບການບໍລິການ ກໍຄືສ້າງທຸກເງື່ອນໄຂສະດວກທີ່ສຸດເພື່ອຮ່ວມເດີນທາງພ້ອມກັບວິສາຫະກິດ, ຄາດໝາຍໃນປີ 2020 ໃຫ້ມີວິສາຫະກິດເຄື່ອນໄຫວຢ່າງມີປະສິດທິຜົນ 1 ລ້ານແຫ່ງ ແມ່ນສາມາດປະຕິບັດໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ