ເພື່ອຈຸດໝາຍບັນລຸວົງເງິນສົ່ງອອກ100 ຕຶ້ USD ໃນປີ 2012.


(vovworld)- ​ຍອດ​ວົງ​ເງິນ​ສົ່ງ​ອອກ​ຂອງ ຫວຽດນາມ ​ໃນ​ໄຕ​ມາດ 1/2012 ຄາດ​ວ່າ​ບັນລຸ 24,5 ຕື້ USD, ​ເພີ່ມ​ຂຶ້ນ​ເກືອບ 24% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ ​ແລະ ​ໄດ້​ຮັບ​ຖື​ວ່າ ​ແມ່ນ​ສັນຍາ​ນອັນ​ຕັ້ງຫນ້າ ​ແລະ​ເປັນ​ຫນ້າ​ຊ່ືນ​ຊົມ​ຂອງ​ພື້ນຖານ​ເສດຖະກິດ​ນັບ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະຈຸ​ບັນ. ຄາດໝາຍ​ວາງ​ອອກ​ໃຫ​້​ແກ່​ວົງ​ເງິນ​ສົ່ງ​ອອກ​ຂອງ​ທັງ​ປີ 2012 ແມ່ນບັນລຸ 108,8 ຕຶ້ USD,  ຊຶ່ງ​ແມ່ນ​ລະດັບ​ສູງ​ສູດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ​ນັ້ນ ພວມ​ມີກາລະ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ, ​ໃນ​ສະພາບ​​ເສດຖະກິດ​ໂລກ​ກໍ​ຄື​ຢູ່ພາຍ​ໃນ​ປະ​ເທດ​ພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ການ​ສົ່ງ​ອອກ​ຂອງ​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ​ພວມ​ມີ​ທ່າ​ອ່ຽງຊັກ​ຊ້າ​ລົງ.

ເພື່ອຈຸດໝາຍບັນລຸວົງເງິນສົ່ງອອກ100 ຕຶ້ USD ໃນປີ 2012. - ảnh 1
ເຄື່ອງຕຳແຜ່ນຕັດຫຍິບ ຫວຽດນາມ
ພາບປະກອບ:internet

        ​ໄລ​່ມາ​ຮອດ​ໝົດໄຕ​ມາດ 1/2012, ຕຳ​ແຜ່ນ​ຕັດ​ຫຍິບ​ນຳ​ຫນ້າ​ໃນ​ບັນດາ​ຂະ​ແຫນງ​ສິນຄ້າສົ່ງ​ອອກ​ໃຫຍ່, ດ້ວຍ​ວົງ​ເງິນ​ສົ່ງ​ອອກ​ບັນລຸ 3,2 ຕື້ USD ​ເພ​ີ່ມຂຶ້ນ 15,4% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວກັນ​ຂອງ​ປີ​ກາຍ, ​ໂດຍ​ບໍ່​ຫົວຊາ​ຕໍ່​ບັນດາຄວາມ​ຫຍຸ້ງຍາກ​ ຍ້ອນ​ບາງຕະຫລາດ​ສົ່ງ​ອອກ​ເຄື່ອງ​ຕຳ​​ແຜ່ນ​ຕັດຫຍິບ​ມີ​ທ່າ​ອ່ຽງຫລຸດ​ລົງ​ເມື່ອທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ​ຄື: ຕະຫລາດ ອີ​ຢູ ຫລຸດ​ລົງ​ແຕ່ 25 - 30%. ທ່ານ​ນາງ Dang Phuong Dung ຮອງ​ປະທານ​ທັງ​ເປັນ​ເລຂາທິການ​ໃຫຍ່​ສະຫະ​ສະມາຄົມ​ຕຳ່​​ແຜ່ນ​ຕັດຫຍິບ ຫວຽດນາມ ຖື​ວ່າ: ສະພາບ​ຄວາມ​ຫຍຸ້ງຍາກ​ນີ້​ຈະ​ໄດ້​ຮັບ​ການ​ປັບປຸງ​​ໃຫ້​ດີກວ່າ​ໃນ​ໄຕ​ມາດ 2 ​ແລະ ​ໄຕ​ມາດ 3 ຈະ​ມາ​ເຖິງ ​ເພາະວ່າ ​ນີ້ແມ່ນໄລຍະ​ເຄື່ອນ​ໄຫວຟົດ​ຟື້ນ​ທີ່​ສຸດຂອງ​ຂະ​ແຫນງ​ຕຳ​ແຜ່ນ​ຕັດຫຍິບ​​. ມີ​ວິ​ສາ​ຫະກິດ​ຫລາຍ​ແຫ່ງ​ໃຫ້​ຮູ້​ວ່າ: ຈຳນວນ​ໃບ​ສັ່ງ​ຊື້​​ເຄື່ອງ​ຕຳ​ແຜ່ນ​ຕັດຫຍິບໃຫ້​ແກ່ 2 ​ໄຕ​ມາ​ດຈະ​ມາ​ເຖິງ ໄດ້​ເພີ່ມ​ຂຶ້ນ​ທັງ​ຂອບ​ຂະຫນາດ ​ແລະ ມູນ​ຄ່າ. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ ໝາກຜົນ​ການ​ສົ່ງ​ອອກ​ຂອງ​ຂະ​ແຫນງ​ຕຳ​ເຜ່ນ​ຕັດຫຍິບ​ໃນ​ຊຸມ​ເດືອນ​ຈະ​ມາ​ເຖິງ​ຈະ​ໄດ້​ຮັບ​ການ​ປັບປຸງ​ດີ​ກວ່າ​ເມື່ອ​ທຽບ​ກັບ 3 ​ເດືອນ​ຕົ້ນ​ປີ. ທ່ານ​ນາງ Dang Phuong Dung  ​ເວົ້າ​ວ່າ:

        “ຄາດໝາຍ​​ໃນປີ 2012 ​ສຳລັບເຄື່ອງ​ຕຳ​ແຜ່ນ​ຕັດຫຍິບ​ແມ່ນບັນລຸ​ໃຫ້ໄດ້ແຕ່ 18 - 18,5 8 ຕື້ USD. ​ໃນ​ໄຕ​ມາດ 1 ຍັງ​ປະສົບ​ກັບຄວາມ​ຫຍຸ້ງຍາກຢູ່ ​ແຕ່​​ວ່າໄຕ​ມາດ 2 ໄດ້ມີ​ສັນຍານ​ດີ​ພໍສົມຄວນ, ບັນດາ​ວິ​ສາ​ຫະກິດ​ໄດ້​ມີ​ໃບ​ສັ່ັງ​ຊື້​ສິນຄ້າ​ຫລາຍ​ກວ່າ, ພິ​ເສດ ​ແມ່ນ​ຕະຫລາດ​ອາ​ເມ​ລິ​ກາ. ນອກ​ນັ້ນ ບັນດາ​ສັນຍາ FTA ກັບ ຍີ່​ປຸ່ນ, ສ​ເກົາຫລີ ກໍ​ເສີມ​ຂະ​ຫຍາ​ຍຄຸນ​ປະ​ໂຫຍດ. ການ​ສົ່ງ​ອອກ​ເຄ່ືອງ​ຕຳ​​ແຜ່ນ​ຕັດຫຍິບ​ໄປ​ຍັງບາງ​ຕະຫລາດ​ໃຫມ່​ຄື ກູ​ບາ ກໍ​ຮັກສາ​ລະດັບເຕີບໂຕ​​ເປັນ​ປົກກະຕິ.”

        ຕາມ​ຜູ້​ຊ່ຽວຊານ​ດ້ານເສດຖະກິດ​ຫລາຍ​ທ່ານ​ແລ້ວ, ​ໃນ​ສະພາບ​ການ​ຫຍຸ້ງຍາກ, ການ​ສົ່ງ​ອອກ​ຂອງ​ຫວຽດນາມ ຍັງ​ຄົງ​ເພີ່ມ​ຂຶ້ນ​ເກືອບ 24% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ ນັ້ນ​ແມ່ນ​ສິ່ງ​ທີ່​ເປັນ​ຫນ້າ​ຊື່ນ​ຊົມ ​ແຕ່​ຍັງ​ມີ​ຄຳ​ກ່າວ​ເຕືອນ​ກ່ຽວ​ກັບ​ຄວາມ​ສາມາດ​ ​ສົ່ງ​ອອກ​ຂອງ​ປີ​ນີ້ອາດ​ຈະ​ປະສົບ​ກັບ​ຄວາມ​ຫຍຸ້ງຍາ​ກຢູ່. ທ່ານ Vo Tri Thanh ຮອງຫົວຫນ້າສະຖາບັນຄົ້ນຄ້າເສດຖະກິດສູນກາງ ໃຫ້ຮູ້ວ່າ: ລະດັບການເຕີບໂຕຕຳ່, ຄວາມຕ້ອງການສິນຄ້າຫລຸດລົງ, ລາຄາສິນຄ້າສົ່ງອອກ

ກໍມີທ່າອ່ຽງຫລຸດ​ລົງ ​ນັ້ນແມ່ນ​ຄວາມ​ຫຍຸ້ງຍາກ​ຈາກ​ພາຍ​ນອກ​ທີ່ອາດ​ຈະ​ສົ່ງ​ຜົນ​ກະທົບ​ເຖິງ​ການ​ສົ່ງ​ອອກ​ຂອງ​ຫວຽດນາມ. ​ໃນ​ຂະນະ​ນັ້ນ ບັນ​ດາ​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ໃນ​ການ​ກູ້​ຢືມ​ທຶນ​ດ້ວຍ​ອັດຕາ​ດອກ​ເບ້ຍ​ຕຳ່. ​ເຖິງ​ຢ່າງ​ໃດ​ກໍ​ຕາມ ຍັງ​ມີ​ຫລາຍ​ປັດ​ໄຈ​ສະດວກ​ສຳລັບ​ການ​ສົ່ງ​ອອກ​ສິນຄ້າໃນ​ຊຸມ​ເດືອນ​ຈະ​ມາ​ເຖິງ.

        “​ໄຕ​ມາດທີ 1, ​ການ​ສົ່ງ​ອອກ​ສິນຄ້າ​ຍັງ​ຄົງ​ບັນລຸ​ກວ່າ 20% ກ່ຽວ​ກັບ​ດ້ານ​ມູນ​ຄ່າ ບວກ​ກັບ​ສັນຍານ​ດີ​ຂອງ​ພື້ນຖານ​ເສດຖະກິດ​ໂລກ ​ແລະ ​ເສດຖະກິດ​ຫວຽດນາມ ພ້ອມກັບບັນດາ​ມາດ​ຕະການ​ຫນູນ​ຊ່ວຍ ຊຶ່ງ​ລັດ​ຖະບານ​ພວມ​ປາດຖະຫນາຈະ

ປະຕິບັດນັ້ນ ນັກ​ເສດຖະກິດ​ຫລາຍ​ທ່ານ​ຫວັງ​ວ່າ ​ເສດຖະກິດ​ຫວຽດນາມ​ຈະ​​ເລີ່​ມຟື້ນ​ຕົວ​ໃນ​ໄຕ​ມາດ​ນີ້ ຫລື​ໃນ ​1,2 ​ເດ​ືອນຂອງ​ໄຕ​ມາດ​ຕໍ່​ໄປ.  ຖ້າ​ຫາກ​ສັງ​ເກດ​ຄື​ແນວ​ນັ້ນ ບວກ​ກັບ​ປະລິມານ​​ແລະ ມູນ​ຄ່າການ​ສົ່ງ​ອອກຂອງ​ໄຕ​ມາດ 1, ​ຂ້າພະ​ເຈົ້າ​ຄິດ​ວ່າເລື່ອງ​ບັນລຸ​ຄາດໝາຍ​​ສົ່ງ​ອອກ​ກວ່າ 10% ​ແລະ ມູນ​ຄ່າ​ກວ່າ 100 ຕື້ USD ​ແມ່ນ​ມີຄວາມ​ເປັນ​ໄປ​​ໄດ້”.

        ຄາດໝາຍ​ທີ່​ວາງ​ອອກ​ໃນ​ປີ​ນີ້ ​ແມ່ນ​ວົງ​ເງິນ​ການ​ສົ່ງ​ອອກ​ບັນລຸ 108,8 ຕື້ USD ຊຶ່ງ​ແມ່ນ​ລະດັບ​ສູງ​ກວ່າ​ໝູ່​ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ເພື່ອ​ບັນລຸ​ໄດ້​ຄາດໝາຍ​ນີ້ ຄວນ​ມີ​ຄວາມ​ມານະ​ພະຍາຍາມ​ຫລາຍ​ຢ່າງ​ຈາກ​ບັນດາ​ກະຊວງ, ຂະ​ແຫນງ​ການ, ທ້ອງ​ຖິ່ນ ​ແລະ ປະຊາ​ຄົມ​ວິ​ສາ​ຫະກິດ. ຄຽງ​ຄູ່​ກັບ​ການ​​ເພີ່ມ​ທະວີ ​ແລະ ປ່ຽນ​ໃຫມ່​ການ​ສົ່ງ​ເສີມ​ດ້ານ​ການ​ຄ້າ, ຍູ້​ແຮງ​ບັນດາ​ການ​ເຄື່ອນ​ໄຫວ​ເຈລະຈາ​ສອງ​ຝ່າຍ, ຫລາຍ​ຝ່າຍ ​ເພື່ອ​ເປີດ​ກວ້າງ​​ຕະຫລາດ ​ແລະ ຊຸກຍູ້​ກາ​ນສົ່ງ​ອອກນັ້ນ, ການ​ຫນູ​ນຊ່ວຍ​ວິ​ສາ​ຫະກິດ​ໄດ້​ຮັບ​ຖື​ວ່າ ​ແມ່ນ​ວຽກ​ງານ​ທີ່​ຈຳ​ເປັນ​ໃນ​ຂະນະ​ນີ້ ​ເພາະວ່າ ຕາມ​ຕົວ​ເລກ​ລະຫວ່າງ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​ແລ້ວ, ການ​ສົ່ງ​ອອກ​ຂອງ​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ​ພວມ​ມີ​ທ່າ​ອ່ຽງຊັກ​ຊ້າ​ໄວ້, ພຽງ​ບັນລຸ​ເກືອບ 9 ຕື້ USD.​​ໃນ​ຂະນະ​ນັ້ນ ວິ​ສາ​ຫະກິດ​ທີ່​ມີ​ເງິນ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ​ບັນລຸ​ວົງ​ເງິນ​ສົ່ງ​ອອກ​ກວ່າ 15 ຕື້ USD, ​ເພີ່ມ​ຂຶ້ນ 43% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ.  ຄວາມ​ຈິງສະ​ແດງ​​ໃຫ້​ເຫັນ​ວ່າ ​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ ພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງ ຕ້ອງ​ມີ​ມາດ​ຕະການ​ຫນູນ​ຊ່ວຍ​ຢ່າງ​ທັນ​ການ. ທ່ານ Nguyen Thanh Bien ຮອງ​ລັດຖະມົນຕີ ກະຊວງ​ອຸດສາຫະກຳ ການ​ຄ້າ ຫວຽດນາມ ຖື​ວ່າ:

        “ທຳ​ອິດ​ແມ່ນ​ສຸມ​ໃສ່​ຫນູນ​ຊ່ວຍ​ໃຫ້​ແກ່​ກຸ່ມ​ວິ​ສາ​ຫະກິດ​ມີ​ທຶນພາຍ​ໃນ​ປະ​ເທດ 100%, ​ແກ​້​ໄຂ​ບັນດາ​ຄວາ​ມຫຍຸ້ງຍາກ​ເພື່ອ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ປະຊາ​ຄົມ​ວິ​ສາ​ຫະກິດ. ​ເລື່ອງ​ຫນູນ​ຊ່ວຍ​ບໍ່​ພຽງ​ແຕ່​ແມ່ນ​ການ​ຂໍ​ລະບຽບ​ການ​ສະຫນອງ CO ບຸລິມະສິດ​ເທົ່າ​ນັ້ນ ຊ້ຳ​ບໍ່​ໜຳ ​ແມ່ນມີ​ການ​ກຳນົດ​ທິດ​​ລົງທຶນ​​ໄລຍະຍາວ​ໃຫ້​ແກ່​ການຜະລິດ​ສິນຄ້າທີ່​ມີ​ລະດັບ​ພາສີ​ຕຳ່​ໃນ​ເຂດ​ການ​ຄ້າ​ເສລີ ຊຶ່ງ​ຫວຽດນາມ ​ເຂົ້າ​ຮ່ວມ ​ແລະ ຫນູນ​ຊ່ວຍ​ວິ​ສາ​ຫະກິດ ​ເຮັດ​​ແນວ​ໃດ​ເພື່ອ​ຍົກ​ວົງ​ເງິນ​ສົ່ງ​ອອກ​ຂຶ້ນ​ສູງ​ຄື​ດັ່ງ​ມະຕິ​ຂອງ​ລັດຖະບານ​ໄດ້​ວາງ​ອອກ.”

        ຖ້າ​ຫາກ​ວົງ​ເງິນ​ສົ່ງ​ອອກ​ແມ່ນ 108,8 ຕື້ USD ບວກ​ກັບ​ວົງ​ເງິນນຳ​ເຂົ້າ​ສິນຄ້າ​ປະມານ 117 ຕື້ USD , ວົງ​ເງິນ​ ສົ່ງ​ອອກ ​ແລະ ນຳ​ເຂົ້າ​ສິນຄ້າ​ແມ່ນ​ປະມານ 225 ຕື້ USD, ຫວຽດນາມ ຈະ​​ແມ່ນ​ຫນຶ່ງ​ໃນ​ຈຳ​ນວນ 5 ປະ​ເທດ​ນຳ​ຫນ້າ​ຂອງ ອາ​ຊຽນມີ​ວົງ​ເງິນ​ສົ່ງ​ອອກ ນຳ​ເຂົ້າ​ສິນຄ້າ​ກວ່າ 200 ຕື້ USD ​ໃນ​ປີ 2012 ຊຶ່ງ​ລວມມີ: ສິງກະ​ໂປ, ອິນ​ໂດ​ເນ​ເຊ​ຍ, ​ໄທ, ມາ​ເລ​ເຊຍ ​ແລະ ຫວຽດນາມ./.

ຕອບກັບ

ຂ່າວ/ບົດ​ອື່ນ