(vovworld)- ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ແມ່ນສູນກາງກະສິກຳທີ່ສຳຄັນຂອງທັງປະເທດ ແລະ ເຂດ. ທ່າແຮງຂອງເຂດນີ້ແມ່ນບັນດາຜະລິດຕະພັນເຂົ້າສານ ແລະ ບັນດາປະເພດສິນໃນນ້ຳ. ນີ້ກໍແມ່ນທ່າໄດ້ປຽບເມື່ອຫວຽດນາມເຂົ້າຮ່ວມ TPP. ຄຽງຄູ່ບັນດາທ່າໄດ້ປຽບນັ້ນ, ເມື່ອເຂົ້າຮ່ວມ TPP ການຜະລິດສິນຄ້າ, ຜະລິດຕະພັນກະເສດຂອງເຂດທົ່ງພຽງແມ່ນ້ຳຂອງ ຕ້ອງປະເຊີນຫນ້າກັບສິ່ງທ້າທາຍຫລາຍຢ່າງ ເປັນຕົ້ນແມ່ນຂໍ້ກຳນົດກົດລະບຽບກ່ຽວກັບການແກ້ງແຍ້ງ.
ການຜະລິດເຂົ້າຢູ່ ເຂດທົ່ງພຽງແມ່ນ້ຳຂອງ
ພາບປະກອບ:internet
|
ຄວາມຈິງໃຫ້ເຫັນວ່າ ພາຍຫລັງ 8 ປີ ຫວຽດນາມ ເຂົ້າຮ່ວມອົງການການຄ້າໂລກ (WTO), ໄລຍະທຳອິດ ວຽກງານກະກຽມຂອງວິສາຫະກິດຫລາຍແຫ່ງການບໍ່ທັນດີປານໃດ. ແຕ່ມາຮອດປະຈຸບັນ ຫວຽດນາມ ໄດ້ກ້າວເຂົ້າສູ່ໄລຍະເຊື່ອມໂຍງໃຫມ່, ພິເສດ ຫວຽດນາມ ໄດ້ລົງນາມໃນສັນຍາການຄ້າເສລີ FTA ຫລາຍສະບັບກັບຫລາຍປະເທດມີພື້ນຖານເສດຖະກິດພັດທະນາສູງ. ສະນັ້ນ ຖ້າຫາກບໍ່ມີການແກ້ງແຍ້ງເປັນຢ່າງດີໃນວິວັດການເຊື່ອມໂຍງ, ເມື່ອເຂົ້າຮ່ວມລະບົບສະຫນອງສິນຄ້າມີລະດັບສາກົນ, ມີຂອບຂະຫນາດທົ່ວໂລກ ອາດຈະຖືກແກ້ງແຍ້ງຫລືບໍ່ໄດ້ຮັບຜົນປະໂຫຍດ. ທ່ານນາງ ຟ້າມຈີລານ, ຜູ້ຊ່ຽວຊານດ້ານເສດຖະກິດຂັ້ນສູງໄຈ້ແຍກວ່າ:
“ນັບແຕ່ທ້າຍປີ 2015 ເປັນຕົ້ນໄປ ເມື່ອປະຊາຄົມເສດຖະກິດອາຊຽນໄດ້ຮັບການສ້າງຕັ້ງ, ສັນຍາລະຫວ່າງ ຫວຽດນາມ ແລະ ສເກົາຫລີ, ຫວຽດນາມ ກັບພັນທະມິດ ເສດຖະກິດ ອາຊີ - ເອີລົບ ໄດ້ຮັບການລົງນາມ, ພວກເຮົາຈະມີສັນຍາ FTA ຫລາຍສະບັບຕື່ມອີກກັບຫລາຍປະເທດອື່ນ ແລະ ເປັນຕົ້ນເມື່ອເຂົ້າຮ່ວມ TPP ຫລື ການເຈລະຈາລະຫວ່າງ ຫວຽດນາມ ກັບ ອີຢູ. ຖ້າບັນດາສັນຍາດັ່ງກ່າວສຳເລັດ ໝາຍຄວາມວ່າ ພວກເຮົາມີສັນຍາ FTA ກັບ 57 ປະເທດແຕກຕ່າງກັນໃນໂລກ. ສິນຄ້າຂອງບັນດາປະເທດດັ່ງກ່າວໄດ້ຊົມໃຊ້ກົນໄກພາສີບຸລິມະສິດ ເວລານັ້ນ ພື້ນຖານເສດຖະກິດຂອງຫວຽດນາມ, ວິສາຫະກິດ ແລະ ບັນດາຂະແຫນງສິນຄ້າຈະຖືກແກ້ງແຍ້ງແນວໃດ.”
ອີກບັນຫາຫນຶ່ງຄວນໄດ້ຮັບຄວາມເອົາໃຈໃສ່ຢູ່ເຂດທົ່ງພຽງແມ່ນ້ຳຂອງ ນັ້ນແມ່ນ ຍູ້ແຮງການການນຳໃຊ້ກົນຈັກໃນການຜະລິດກະສິກຳ. ທີ່ເວທີປາໄສ “ການຈຳຫນ່າຍຜະລິດຕະພັນກະເສດໃນສະພາບເຊື່ອມໂຍງ-ບົດຮຽນຈາກເຂດທົ່ງພຽງແມ່ນ້ຳຂອງ” ຊື່ງດຳເນີນຢູ່ ນະຄອນ ເກີນເທີ ຫວ່າງແລ້ວນີ້, ບັນດາຜູ້ຊ່ຽວຊານເສດຖະກິດຖືວ່າ: ເຂດທົ່ງພຽງແມ່ນ້ຳຂອງ ມີບົດບາດໃຫຍ່ ໃນວິວັດການເຊື່ອມໂຍງເຂົ້າກັບເສດຖະກິດສາກົນຂອງຫວຽດນາມ. ພິເສດ ເມື່ອຫວຽດນາມ ເຂົ້າຮ່ວມ TPP, ສິ່ງທ້າທາຍແກ້ງແຍ້ງໃນຂົງເຂດກະສິກຳນັບມື້ນັບໃຫຍ່ ແລະ ການຈຳຫນ່າຍຜະລິດຕະພັນກະເສດຈະນັບມື້ນັບຫຍຸ້ງຍາກ. ເພາະວ່າ ໃນຂະນະບັນດາປະເທດພັດທະນາໝູນໃຊ້ເຕັກໂນໂລຊີສູງເຂົ້າໃນການຜະລິດກະສິກຳ, ຈຳນວນປະຊາກອນເຮັດກະສິກຳກວມອັດຕາສ່ວນຕ່ຳ ຫວຽດນາມ ພິເສດແມ່ນຢູ່ເຂດທົ່ງພຽງແມ່ນ້ຳຂອງ ອັດຕາສ່ວນປະຊາຊົນເຂົ້າຮ່ວມຂົງເຂດຜະລິດກະສິກຳກວມອັດຕາສູງ, ແຕ່ການຜະລິດຕົ້ນຕໍຍັງຢູ່ໃນຂອບຂະຫນາດນ້ອຍ. ດຣ ຫງວຽນຊີ້ຢູງ, ຮອງຫົວຫນ້າຫ້ອງວ່າການສະພາແຫ່ງຊາດ ໄດ້ໃຫ້ຂໍ້ສັງເກດວ່າ:
“ພວກເຮົາມີ 60% ຈຳນວນປະຊາຊົນເຂົ້າຮ່ວມການຜະລິດກະສິກຳ, ໃນຂະນະຢູ່ຫລາຍປະເທດອື່ນ ມີພຽງ 3%, ສະນັ້ນ ສິນຄ້າຂອງບັນດາປະເທດເຫລົ່ານັ້ນ ຈະມີລາຄາຕ່ຳກວ່າ. ເມື່ອຫວຽດນາມ ເປີດປະຕູ, ສິນຄ້າຈະຖືກແກ້ງແຍ້ງຢ່າງແຮງ. ພວກເຮົາຕ້ອງເຂົ້າຮ່ວມລະບົບມູນຄ່າເພື່ອຮູ້ຈັກວ່າ ຕົນເອງຕ້ອງການສິນຄ້າເທົ່າໃດ ເພື່ອຜະລິດອອກເທົ່ານັ້ນ.”
ເພື່ອໃຫ້ເສດຖະກິດກະສິກຳເຂດທົ່ງພຽງແມ່ນ້ຳຂອງໝັ້ນຄົງເຂັ້ມແຂງເມື່ອຫວຽດນາມເຂົ້າຮ່ວມ TPP ແລະ ເຊື່ອມໂຍງເຂົ້າກັບເສດຖະກິດສາກົນ, ບັນຫາວາງອອກສຳລັບບັນດານັກຄຸ້ມຄອງ ແລະ ວາງແຜນກຳນົດນະໂຍບາຍ ນັ້ນແມ່ນຕ້ອງບໍລິຫານນະໂຍບາຍພັດທະນາຢ່າງມີໄຫວພິບ, ຫັນສິ່ງບໍ່ສະດວກເປັນສິ່ງສະດວກ ຕົວຢ່າງຄື: ສ້າງເງື່ອນໄຂຫັນປ່ຽນຜູ້ອອກແຮງງານສ່ວນຫນຶ່ງໄປສູ່ຂະແຫນງອື່ນມີທ່າໄດ້ປຽບໃນການພັດທະນາ, ນຳມາເຊິ່ງມູນຄ່າສູງກວ່າ. ດຣ ຫວໍຮຸ່ງຢູງ, ຜູ້ຊ່ຽວຊານເສດຖະກິດ ໄຈ້ແຍກວ່າ:
“ພວກເຮົາມີທ່າໄດ້ປຽບດ້ານກະສິກຳ. ແຕ່ທ່າໄດ້ປຽບນີ້ບໍ່ຄວນປະຕິບັດຕາມຮູບການເກົ່າ ເມື່ອອີງໃສ່ປະລິມານການຜະລິດ ແລະ ແກ້ງແຍ້ງລາຄາຕ່ຳ ຫາກຕ້ອງຫັນໄປສູ່ຮູບການແຕກຕ່າງກວ່າ.”
ຖ້າສັງເກດໃນແງ່ມູມດີກວ່າ, ໃນໂອກາດໄປຢ້ຽມຢາມ ແລະ ເຮັດວຽກຢູ່ບັນດາທ້ອງຖິ່ນເຂດທົ່ງພຽງແມ່ນ້ຳຂອງຫວ່າງແລ້ວນີ້, ເອກອັກຄະລັດຖະທູດ ອາເມລິກາ ປະຈຳຫວຽດນາມ Ted Osius ຖືວ່າ: ເລື່ອງລົງນາມໃນສັນຍາ TPP ແນ່ນອນວ່າ ຈະຊຸກຍູ້ເສດຖະກິດຫວຽດນາມ ເວົ້າລວມ ແລະ ເຂດທົ່ງພຽງແມ່ນ້ຳຂອງເວົ້າສະເພາະ. ສຳລັບຕະຫລາດທີ່ກວມ 40% GDP ທົ່ວໂລກ, TPP ຈະນຳມາເຊິ່ງທ່າໄດ້ປຽບໃຫຍ່ຫລວງຫລາຍຢ່າງໃນການສົ່ງອອກສຳລັບຫວຽດນາມ. ພ້ອມກັນນັ້ນ ຈະປະກອບສ່ວນເຮັດໃຫ້ບັນດາມາດຕະຖານສິນຄ້າສົ່ງອອກຂອງຫວຽດນາມ ສູງຂຶ້ນ ກໍຄື ຜົນປະໂຫຍດໃນບັນຫາຊັບສິນທາງປັນຍາ, ສິດ ແລະ ຜົນປະໂຫຍດຂອງຄົນງານ.
ບັນຫາຄວນເຮັດ ນັ້ນແມ່ນ ຕ້ອງຍົກສູງຄວາມຮັບຮູ້ກ່ຽວກັບບັນດາສິ່ງສະດວກກໍຄືການທ້າທາຍ ເມື່ອຫວຽດນາມ ເຂົ້າຮ່ວມ TPP ກໍຄືບັນດາສັນຍາການຄ້າສາກົນອື່ນ. ບົນພື້ນຖານນັ້ນ ສ້າງບັນດາຍຸດທະສາດພັດທະນາຍາວນານ ແລະ ໝັ້ນຄົງໃຫ້ຂະແຫນງກະສິກຳເຂດທົ່ງພຽງແມ່ນ້ຳຂອງເວົ້າສະເພາະ ແລະ ທົ່ວປະເທດເວົ້າລວມໃນສະພາບເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງປະຈຸບັນ.