ເສດຖະ​ກິດ​ຫວຽດ​ນາມ ປີ 2020 - ຜົນ​ສຳ​ເລັດ​ຈາກ​ຈັນ​ຍາ​ບັນ ແລະ ພູມ​ປັນ​ຍາ

(VOVWORLD) -ຕາມທະນາຄານໂລກປີ 2020 ແລ້ວ, ເສດຖະກິດຫວຽດນາມ ຈະບັນລຸການເຕີບໂຕຢູ່ໃນລະດັບ 2,8% ແລະ ກອງທຶນເງິນຕາສາກົນຄາດຄະເນລະດັບເຕີບໂຕຈະແມ່ນ 2,4%. ຫວຽດນາມ ແມ່ນຫນຶ່ງໃນ 4 ພື້ນຖານເສດຖະກິດໃນໂລກ ທີ່ມີການເຕີບໂຕກ່ຽວກັບ GDP ສະເລ່ຍຕໍ່ຫົວຄົນ. ເຖິງວ່າ ການເຕີບໂຕ GDP ປີ 2020 ບໍ່ບັນລຸໄດ້ຄືດັ່ງແຜນການວາງອອກ ແຕ່ຖ້າຫາກສັງເກດສະພາບການໃນທົ່ວໂລກ, ພວກເຮົາເຫັນວ່າ ຫວຽດນາມ ແມ່ນຫນຶ່ງໃນຈຳນວນຫນ້ອຍປະເທດທີ່ມີການເຕີບໂຕສູງທີ່ສຸດໃນໂລກ ແລະ ຄວາມມານະພະຍາຍາມ, ກຳລັງຮັບມື ແລະ ຕ້ານໂລກລະບາດໂຄວິດ 19 ຍາມໃດກໍ່ຢູ່ໃນລະດັບສູງສຸດ.

ເສດຖະ​ກິດ​ຫວຽດ​ນາມ ປີ 2020 - ຜົນ​ສຳ​ເລັດ​ຈາກ​ຈັນ​ຍາ​ບັນ ແລະ ພູມ​ປັນ​ຍາ - ảnh 1

 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ກອງປະຊຸມເທື່ອທີ 10 ສະພາແຫ່ງຊາດຫວຽດນາມ ຊຸດທີ 14

ພາບ: TTXVN. 

ປີ 2020, ໂລກລະບາດໂຄວິດ 19 ເກີດຂຶ້ນ ໄດ້ເຮັດໃຫ້ສະພາບການເສດຖະກິດ ສັງຄົມຂອງຫວຽດນາມ ຖືກຜົນສະທ້ອນຢ່າງຫນັກຫນ່ວງ ແຕ່ ຫວຽດນາມ ຍັງສືບຕໍ່ແມ່ນຫນຶ່ງໃນຈຳນວນສອງປະເທດ ຂອງ ອາຊີ ບັນລຸການເຕີບໂຕເປັນບວກ, ຊີວິດການເປັນຢູ່ຂອງປະຊາຊົນຍັງຄົງໄດ້ຮັບປະກັນ, ບໍ່ຕົກເຂົ້າສູ່ສະພາບວິກິດການ. ເມື່ອສະເຫນີບົດລາຍງານສະພາບການປະຕິບັດແຜນການພັດທະນາເສດຖະກິດ ສັງຄົມປີ 2020 ແລະ ໄລຍະ 5 ປີ ຄືແຕ່ປີ 2016 – 2020; ຄາດຄະເນແຜນການປີ 2021 ແລະ ທິດທາງ, ຫນ້າທີ່ 5 ປີ ຄືແຕ່ປີ 2021 – 2025, ທີ່ກອງປະຊຸມຄັ້ງທີ 10 ສະພາແຫ່ງຊາດຫວຽດນາມ ຊຸດທີ 14, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ:

ບັນລຸໄດ້ໝາກຜົນຄືດັ່ງກ່າວ, ຫນຶ່ງໃນບັນດາສາຍເຫດສຳຄັນ ນັ້ນແມ່ນ ລັດຖະບານຫວຽດນາມ ໄດ້ປະຕິບັດດ້ວຍຄວາມຕັດສິນໃຈຢ່າງສູງໃນການສ້າງລັດຖະບານສ້າງສັນ ພັດທະນາ, ສັດຊື່, ມີການກະທຳຂ້ຽວຂາດ ແລະ ຮັບໃຊ້ປະຊາຊົນ. ພ້ອມກັນນັ້ນ ຍາມໃດກໍ່ເປັນເຈົ້າການ, ມີໄຫວພິບ, ມີປະສິດທິຜົນ ແລະ ມີຄວາມສາມາດຮັບມືຢ່າງສູງ ແລະ ມີມາດຕະການແກ້ໄຂຢ່າງເໝາະສົມ, ທັນການກັບບັນດາບັນຫາເກີດໃຫມ່ ແລະ ການຜັນແປຂອງສະພາບການໂລກ, ກໍ່ຄືພາຍໃນປະເທດ. ໂດຍສະເພາະແມ່ນໃນສະພາບການໂລກລະບາດໂຄວິດ 19, ລັດຖະບານ ໄດ້ປະຕິບັດ ຢ່າງທັນການ ແລະ ຢຶດໝັ້ນ “ເປົ້າໝາຍຄວບຄູ່”  ທັງຂ້ຽວຂາດປ້ອງກັນຕ້ານໂລກລະບາດ ທັງສຸມໃສ່ຟື້ນຟູ ແລະ ພັດທະນາເສດຖະກິດ ສັງຄົມ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ.

  “ເສດຖະກິດມະຫາພາກມີສະຖຽນລະພາບ, ໄພເງິນເຟີ້ໄດ້ຮັບການຄວບຄຸມຢູ່ໃນລະດັບຕ່ຳສູດ, ຄຸນນະພາບເຕີບໂຕໄດ້ຮັບການຍົກສູງຂຶ້ນ, ບັນດາຄວາມດຸ່ນດ່ຽງຂອງພື້ນຖານເສດຖະກິດໄດ້ຮັບການປັບປຸງ. ປີ 2020 ເຖິງວ່າຖືກຜົນສະທ້ອນຢ່າງຫນັກຫນ່ວງຈາກໂລກລະບາດ ແຕ່ຫວຽດນາມ ກໍແມ່ນຫນຶ່ງໃນບັນດາປະເທດທີ່ມີການເຕີບໂຕສູງທີ່ສຸດໃນພາກພື້ນ ແລະ ໃນໂລກ ຍ້ອນມີກຳລັງແຮງພາຍໃນ, ຍາດແຍ່ງບັນດາກາລະໂອກາດເປັນຢ່າງດີ ແລະ ມີມາດຕະການຮັບມືຢ່າງມີໄຫວພິບ ແລະ ເປັນຫລາຍຮູບຫລາຍແບບຂອງພື້ນຖານເສດຖະກິດ. ຂອບຂະຫນາດ GDP ເຕີບໂຕປະມານ 1,4 ເທົ່າເມື່ອທຽບໃສ່ປີ 2015, GDP ສະເລ່ຍຕໍ່ຫົວຄົນປີ 2020 ຄາດວ່າຈະບັນລຸປະມານ 2.750 USD. ພ້ອມກັນນັ້ນ ຫວຽດນາມ ກໍສືບຕໍ່ຮັກສາ ແລະ ປັບປຸງພື້ນຖານເສດຖະກິດມະຫາພາກມີສະຖຽນລະພາບໃນສະພາບການໂລກ ແລະ ພາກພື້ນພວມມີການຜັນປ່ຽນຢ່າງແຮງ”

ເຖິງວ່າ ຖືກຜົນສະທ້ອນຈາກໂລກລະບາດໂຄວິດ 19 ກໍຕາມ ແຕ່ການຄ້າຂອງຫວຽດນາມ ຍັງຄົງສືບຕໍ່ບັນລຸບັນດາໝາກຜົນຕັ້ງຫນ້າ. ພິເສດ ການສົ່ງອອກຍັງສືບຕໍ່ບັນລຸການເຕີບໂຕເປັນບວກ ແລະ ສົ່ງອອກເກີນດຸນບັນລຸຢູ່ໃນລະດັບສູງທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ. ຄາດຄະເນທັງປີ ຍອດວົງເງິນການນຳເຂົ້າສົ່ງອອກບັນລຸປະມານ 527 ຕື້ USD, ເພີ່ມຂຶ້ນປະມານ 1,8% ເມື່ອທຽບໃສ່ປີ 2019. ໃນນັ້ນ ວົງເງິນສົ່ງອອກສິນຄ້າບັນລຸປະມານ 267 ຕື້ USD, ເພີ່ມຂຶ້ນປະມານ 1% ເມື່ອທຽບໃສ່ປີ 2019. ທ່ານ ຫວູບາຟູ ຫົວຫນ້າກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳການຄ້າຫວຽດນາມ ຖືວ່າ:

“ໃນສະພາບການ ບັນດາປະເທດໃນໂລກສ່ວນຫລາຍມີລະດັບເຕີບໂຕເປັນລົບ, ຫວຽດນາມ ບັນລຸລະດັບການເຕີບໂຕຢູ່ໃນລະດັບ 1% ແມ່ນລະດັບທີ່ເປັນຫນ້າຮັບຮູ້ ແລະ ໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນ. ບັນດາໝາກຜົນດັ່ງກ່າວ ໄດ້ປະກອບສ່ວນຢັ້ງຢືນລັກສະນະປະສິດທິຜົນໃນການຊີ້ນຳບໍລິຫານຂອງທັງລະບົບການເມືອງ, ລັດຖະບານ ແລະ ຄວາມມານະພະຍາຍາມຂອງປະຊາຄົມວິສາຫະກິດ, ຂອງປະຊາຊົນ. ໃນນັ້ນ ມີການປະກອບສ່ວນສຳຄັນຂອງບັນດາອົງການສົ່ງເສີມການຄ້າໃນທົ່ວປະເທດ”

ປີ 2020 ຫວຽດນາມ ແລະ ບັນດາປະເທດ ໄດ້ລົງນາມໃນສັນຍາຄູ່ຮ່ວມມືຮອບດ້ານພາກພື້ນ (RCEP) ແລະ ກໍ່ໃນປີນີ້ ຫວຽດນາມ ເລີ່ມຜັນຂະຫຍາຍການປະຕິບັດບັນດາຄຳໝັ້ນສັນຍາຂອງ ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວຫນ້າຂ້າມປາຊີຟິກ (CPTPP) ແລະ ສັນຍາການຄ້າເສລີກັບ ສະຫະພາບເອີລົບ (EVFTA). ບັນດາຜົນສຳເລັດໃນການປະຕິບັດບັນດາຄຳໝັ້ນສັນຍາຂອງບັນດາສັນຍາດັ່ງກ່າວເປັນການສະແດງໃຫ້ເຫັນຈິດໃຈເຊື່ອມໂຍງ, ປະຕິຮູບຢູ່ພາຍໃນປະເທດຂອງລັດຖະບານຫວຽດນາມ.

ທ່ານ ຫວໍຈີແທ່ງ ຜູ້ຊ່ຽວຊານດ້ານເສດຖະກິດ ຖືວ່າ: ຫວຽດນາມ ເຂົ້າຮ່ວມ EVFTA, RCEP ແລະ ຜັນຂະຫຍາຍການປະຕິບັດ CPTPP ໄດ້ສ້າງໃຫ້ຫວຽດນາມ ມີທີ່ຕັ້ງບົດບາດໃຫມ່, ຢັ້ງຢືນ ຫວຽດນາມ ແມ່ນສະຖານທີ່ລົງທຶນອັນດູດດື່ມຂອງບັນດານັກລົງທຶນ. ໝາກຜົນນີ້ ເປັນການຢັ້ງຢືນຄວາມມານະພະຍາຍາມຂອງວິວັດທະນາການ ແລະ ການສ້າງຄວາມດູດດື່ມສາກົນ, ກຳລັງດູດດື່ມຂອງຕະຫລາດ ຫວຽດນາມ ສຳລັບບັນດາປະເທດຄູ່ຮ່ວມມືຕ່າງປະເທດ, ປັບປຸງທ່າ ແລະ ກຳລັງແຮງຂອງຫວຽດນາມ ບົນເວທີສາກົນ. ຈາກນັ້ນ ສະແດງໃຫ້ເຫັນບັນດາການປ່ຽນແປງທີ່ມີລັກສະນະພື້ນຖານ ຈະສ້າງບັນດາປັດໄຈພື້ນຖານຮັບປະກັນການເຕີບໂຕ.

 ລັດຖະບານ ຫວຽດນາມ ໄດ້ຍື່ນສະເຫນີສະພາແຫ່ງຊາດ 12 ມາດຖານຕົ້ນຕໍ ກ່ຽວກັບບັນດາຂົງເຂດເສດຖະກິດ ສັງຄົມ, ສະພາບແວດລ້ອມໃນແຜນການພັດທະນາເສດຖະກິດສັງຄົມປີ 2021, ໃນນັ້ນ ຍອດຜະລິດຕະພັນພາຍໃນ (GDP) ເຕີບໂຕປະມານ 6%, ຂອບຂະຫນາດ :GDP ສະເລ່ຍຕໍ່ຫົວຄົນປະມານ 3.700 USD/ປີ.. ໃນສະພາບການສາກົນ, ຢູ່ພາຍໃນປະເທດ ຄາດຄະເນວ່າ ມີບັນດາກາລະໂອກາດ, ຄວາມສະດວກ ແຕ່ຄວາມຫຍຸ້ງຍາກ, ສິ່ງທ້າທາຍກໍ່ບໍ່ແມ່ນຫນ້ອຍ, ພິເສດ ແມ່ນໂລກລະບາດໂຄວິດ, ຫວຽດນາມ ຍັງສືບຕໍ່ຢືດໝັ້ນເປົ້າໝາຍ ທັງປ້ອງກັນ, ຕ້ານໂລກລະບາດ, ຮັກສາສຸຂະພາບຂອງປະຊາຊົນ, ທັງຟື້ນຟູ ແລະ ພັດທະນາເສດຖະກິດ ສັງຄົມ ບົນພື້ນຖານຮັກສາສະຖຽນລະພາບເສດຖະກິດມະຫາພາກ, ຄວບຄຸມໄພເງິນເຟີ້, ຮັບປະກັນບັນດາຄວາມດຸ່ນດ່ຽງໃຫຍ່. ບັນດາຜົນສຳເລັດທີ່ບັນລຸໄດ້ໃນປີ 2020 ຈະແມ່ນບັນດາປະຖົມປັດໄຈເພື່ອໃຫ້ຫວຽດນາມ ບັນລຸການເຕີບໂຕຂອງປີ 2021 ກໍ່ຄືຊຸມປີຕໍ່ໄປ.

ຕອບກັບ

ຂ່າວ/ບົດ​ອື່ນ