(VOVWORLD) -ຕາມແຜນການໂດຍທ່ານນາຍົກລັດຖະມົນຕີຫວຽດນາມ ອະນຸມັດຜ່ານ, ໃນໄລຍະ 2017 – 2020 ແລ້ວ, ທົ່ວປະເທດຕ້ອງປະຕິບັດສຳເລັດການຫັນລັດວິສາຫະກິດ 127 ແຫ່ງເປັນຫຸ້ນສ່ວນ.
ຈຳນວນວິສາຫະກິດຫັນເປັນຫຸ້ນສ່ວນຍັງບໍ່ທັນບັນລຸໄດ້ 1/3 ເທື່ອ
(ພາບປະກອບອີນເຕີແນັດ)
|
ເຖິງຢ່າງໃດກໍ່ຕາມ, ມາຮອດປະຈຸບັນ, ຈຳນວນວິສາຫະກິດຫັນເປັນຫຸ້ນສ່ວນຍັງບໍ່ທັນບັນລຸໄດ້ 1/3 ເທື່ອ. ຕ້ອງເຮັດແນວໃດເພື່ອປະຕິບັດແຜນການດັ່ງກ່າວໃຫ້ສຳເລັດຖືກຕາມກຳນົດເວລາ? ນີ້ກໍ່ແມ່ນບັນຫາເຊິ່ງຄະນະຊີ້ນຳປ່ຽນແປງໃໝ່ ແລະ ພັດທະນາວິສາຫະກິດ, ຜູ້ນຳໜ້າບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ້ອງກະຕຸກຊຸກຍູ້ເພື່ອຫັນລັດວິສາຫະກິດເປັນຫຸ້ນສ່ວນໂດຍໄວ.
ກະຊວງການເງິນຫວຽດນາມ ໃຫ້ຮູ້ວ່າ: ຕາມແຜນການປີ 2017 ຈະຫັນລັດວິສາຫະກິດ 44 ແຫ່ງເປັນຫຸ້ນສ່ວນ, ແຕ່ບັນລຸໄດ້ 24 ແຫ່ງ; ປີ 2018 , ຕາມແຜນການແມ່ນ ຫັນວິສາຫະກິດ 64 ແຫ່ງ, ແຕ່ບັນລຸພຽງ 23 ແຫ່ງເທົ່ານັ້ນ. ໃນຂະນະນັ້ນ, ແຜນການໄລຍະ 2017 – 2020, ຈະຕ້ອງມີລັດວິສາຫະກິດ127 ແຫ່ງຫັນເປັນຫຸ້ນສ່ວນ. ສະນັ້ນ, ຄິດສະເລ່ຍແຕ່ລະໄຕມາດຈະມີລັດວິສາຫະກິດປະມານ 10 ແຫ່ງຫັນເປັນຫຸ້ນສ່ວນ. ຈຳນວນລັດວິສາຫະກິດຫັນເປັນຫຸ້ນສ່ວນຢູ່ນະຄອນໂຮ່ຈິມິນ ກວມເອົາ 60% ຂອງແຜນການຫັນລັດວິສາຫະກິດເປັນຫຸ້ນສ່ວນ, ເຖິງຢ່າງໃດກໍ່ຕາມ, ພາຍຫຼັງ 5 ເດືອນຕົ້ນປີ 2019, ຍັງບໍ່ທັນມິວິສາຫະກິດໃດຫັນເປັນຫຸ້ນສ່ວນ. ພາຍຫຼັງການຕິດຕາມກວດກາການຫັນວິສາຫະກິດທີ່ມີທຶນຂອງລັດເປັນຫຸ້ນສ່ວນ ຢູ່ນະຄອນໃນໄລຍະຜ່ານມາສິ້ນສຸດລົງ, ຄະນະກຳມະການປະຊາຊົນໄດ້ສະເໜີຕໍ່ລັດຖະບານອະນຸຍາດໃຫ້ເລື່ອນກຳນົດເວລາຄວາມຄືບໜ້າຮອດປີ 2020 ຈຶ່ງສຳເລັດການຫັນລັດວິສາຫະກິດເປັນຫຸ້ນສ່ວນ, ແທນທີໃນປີ 2018 ຄືຄຳຮຽກຮ້ອງໃນເບື້ອງຕົ້ນ. ໃນຕົວຈິງ, ໝາກຜົນການຕິດຕາມກວດກາຂອງນະຄອນ ໄດ້ຍົກອອກບັນດາຂໍ້ຄົງຄ້າງພວມລໍຖ້າຮັບການແກ້ໄຂ ໃນວຽການຫັນລັດວິສາຫະກິດເປັນຫຸ້ນສ່ວນ ຢູ່ເຂດຕົວເມືອງແຖວໜ້າຂອງທົ່ວປະເທດນີ້. ຕາມນັກຊ່ຽວຊານແລ້ວ, ບັນດາວິສາຫະກິດນອນໃນເປົ້າໝາຍຫັນເປັນຫຸ້ນສ່ວນຢູ່ນະຄອນໂຮ່ຈິມິນ ສ່ວນຫຼາຍແມ່ນວິສາຫະກິດທີ່ມີຂອບຂະໜາດໃຫຍ່, ມີໂຄງປະກອບສັບສົນ, ດຳເນີນທຸລະກິດຫຼາຍຂະແໜງ ແລະ ມີຊັບສິນຫຼາຍປະເພດແຕກຕ່າງກັນ, ໃນນັ້ນ, ເລື່ອງກຳນົດຊັບສົມບັດຂອງລັດ ໃນການຫັນເປັນຫຸ້ນສ່ວນແມ່ນຂໍ້ຄົງຄ້າງທຳອິດທີ່ຕ້ອງໄດ້ຮັບການແກ້ໄຂ. ຍັງມີຊັບສົມບັດຫຼາຍຢ່າງພວມຮ່ວມສຳພັນ, ເຊື່ອມຕໍ່, ຍັງບໍ່ທັນກຳນົດໜີ້ສາທາລະນະຢ່າງຈະແຈ້ງໄດ້ເທື່ອ, ຊ້ຳບໍ່ໜຳ, ມີຊັບສົມບັດພວມຂັດແຍ້ງກັນ, ຮ້ອງຟ້ອງຕໍ່ສານ ອັນໄດ້ກໍ່ຄວາມຫຍຸ້ງຍາກໃຫ້ແກ່ການກຳນົດມູນຄ່າຂອງບັນດາປະເພດຊັບສົມບັດດັ່ງກ່າວເພື່ອຫັນເປັນຫຸ້ນສ່ວນ. ທ່ານປະລິຍາເອກ ຮີ່ນເທ໊ຢູ, ນັກຊ່ຽວຊານດ້ານເສດຖະກິດໃຫ້ຂໍ້ສັງເກດວ່າ.
“ຂັ້ນຕອນຫັນລັດວິສາຫະກິດເປັນຫຸ້ນສ່ວນແມ່ນສັບສົນທີ່ສຸດ, ເຊິ່ງຮຽກຮ້ອງຕ້ອງວາງອອກໜ້າທີ່ຄວາມຮັບຜິດຊອບສຳລັບຜູ້ນຳໜ້າວິສາຫະກິດຂອງລັດແມ່ນສູງທີ່ສຸດ. ສະນັ້ນ, ໄດ້ກໍ່ໃຫ້ເກີດມີແນວຄິດຫຼີກລ້ຽງ, ໂຈະການຫັນລັດວິສາຫະກິດເປັນຫຸ້ນສ່ວນຢ່າງງ່າຍ. ໃນຂະນະທີ່ຂາດບັນດາກົນໄກສົ່ງເສີມ, ສ້າງກຳລັງໜູນເພື່ອຊຸກຍູ້ຄວາມຄືບໜ້າໃນການຫັນລັດວິສາຫະກິດເປັນຫຸ້ນສ່ວນ. ເລື່ອງທາງນະຄອນມີກົນໄກສະເພາະ, ສະພາແຫ່ງຊາດອະນຸຍາດໃຫ້ຮັກສາແຫຼ່ງເງິນຈາກການຖອນທຶນ, ຫັນງົບປະມານນະຄອນເປັນຫຸ້ນສ່ວນຍັງບໍ່ທັນມີກຳລັງໜູນຢ່າງພຽງພໍເພື່ອແກ້ໄຂຂໍ້ຕິດຂັດກ່ຽວກັບການຫັນລັດວິສາຫະກິດເປັນຫຸ້ນສ່ວນ”.
ໝາກຜົນການກວດສອບບັນຊີຫົວເລື່ອງສະເພາະ ກ່ຽວກັບເລື່ອງກຳນົດມູນຄ່າຂອງວິສາຫະກິດ, ປະຕິບັດການຫັນລັດວິສາຫະກິດເປັນຫຸ້ນສ່ວນ ຂຶ້ນກັບການຄຸ້ມຄອງຂອງຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ເຊິ່ງຫາກໍ່ປະກາດກໍ່ໄດ້ຍົກອອກຄວາມຜິດພາດຫຼາຍຢ່າງກ່ຽວກັບການກຳນົດມູນຄ່າສິດນຳໃຊ້ທີ່ດິນ, ນຳໃຊ້ເງິນໃຫ້ເຊົ່າທີ່ດິນເພື່ອປະກອບທຶນຮ່ວມທຸລະກິດ. ບັນດາຄວາມຜິດພາດດັ່ງກ່າວ ພະນັກງານ, ຂະແໜງການທ້ອງຖິ່ນ ຕ້ອງຖອດຖອນບົດຮຽນເພື່ອຫຼີກລ້ຽງຄວາມຜິດພາດໃນວິວັດທະນາການຫັນລັດວິສາຫະກິດເປັນຫຸ້ນສ່ວນໃນໄລຍະຈະມາເຖິງ. ທ່ານ ໂດ້ວັນຊິງ, ກຳມະການຜູ້ປະຈຳການກຳມາທິການເສດຖະກິດຂອງສະພາແຫ່ງຊາດຖືວ່າ, ຫວຽດນາມ ມີກອບກົດໝາຍຢ່າງຄົບຖ້ວນເພື່ອປະຕິບັດການຫັນລັດວິສາຫະກິດເປັນຫຸ້ນສ່ວນ, ແຕ່ບັນຫາແມ່ນຈະຈັດຕັ້ງການປະຕິບັດຄືແນວໃດ.
“ໃນແຜນການຫັນລັດວິສາຫະກິດເປັນຫຸ້ນສ່ວນ ມີຫຼາຍບັນຫາ. ທີ 1 ແມ່ນຂໍ້ມູນຂ່າວສານມີຄວາມກະຈ່າງແຈ້ງສຳລັບນັກລົງທຶນຫຼືບໍ່?; ທີ 2 ແມ່ນສາມາດຕອບສະໜອງຄວາມມຸ່ງຫວັງຂອງເຂົາເຈົ້າໄດ້ຫຼືບໍ່? ຕົວຢ່າງຄື, ໂຄງການທີ່ຍົກອອກມາແມ່ນຂາຍພຽງ 30% ເທົ່ານັ້ນ, ແຕ່ນັກລົງທຶນພັດຢາກຊື້ 51% ສະນັ້ນ 2 ຝ່າຍຕົກລົງກັນໄດ້. ສະນັ້ນ, ລັດຖະບານຄວນຕີລາຄາຄືນວ່າ ເປັນຫຍັງຈຶ່ງຊັກຊ້າ, ຈາກນັ້ນຈຶ່ງຍົກອອກມາດຕະການແກ້ໄຂໄດ້”.
ເພື່ອໃຫ້ຂະບວນວິວັດການຖອນທຶນຂອງລັດໃຫ້ບໍ່ຖືກຄົງຄ້າງນັ້ນ, ບໍລິສັດໃຫຍ່ລົງທຶນ ແລະ ດຳເນີນທະລຸກິດທຶນຂອງລັດ (SCIC) ໄດ້ສະເໜີມາດຕະການແກ້ໄຂຫຼາຍຢ່າງ. ໃນນັ້ນ, SCIC ໄດ້ສະເໜີຄວນປະກາດເອກະສານແນະນຳການປະຕິບັດມະຕິເລກທີ 32/2018/ດລ-ລບ ໂດຍໄວ, ໂດຍສະເພາະແມ່ນບັນດາເນື້ອໃນກ່ຽວຂອງເຖິງການໂອນທຶນຂອງລັດດຳເນີນທຸລະກິດຢູ່ວິສາຫະກິດ, ຄືບັນດາວິທີກຳນົດມູນຄ່າສິດນຳໃຊ້ທີ່ດິນໃຫ້ເຊົ່າຈ່າຍເງິນໃນແຕ່ລະປີ, ມູນຄ່າກຳມະສິດຊັບສິນທາງປັນຍາ ແລະ ຊັບສົມບັດອື່ນໆ, ລວມມີຄຸນຄ່າທາງດ້ານວັດທະນະທຳ, ປະຫວັດສາດອື່ນໆ… ດ້ວຍບັນດາບັນຫາທີ່ໃໝ່ອ່ຽມ ແລະ ບໍ່ເຄີຍມີມາກ່ອນຢູ່ຫວຽດນາມ ນັ້ນ, ວົງການນັກໄຈ້ແຍກຖືວ່າ, ບັນດາເອກະສານແນະນຳຄວນໄດ້ກຳນົດຢ່າງລະອຽດ, ທາບທາມບັນດາທຳນຽມທີ່ດີໃນໂລກ ແລະ ປະກາດໃຊ້ໂດຍໂວ ເພື່ອແກ້ໄຂໄພຖືກຄົງຄ້າງໃນການຖອນທຶນຂອງລັດທີ່ພວມມີຢູ່. ມີນັກຊ່ຽວຊານດ້ານເສດຖະກິດຖືວ່າ: ເລື່ອງລັດຖະບານວາງແຜນການເພື່ອປະຕິບັດແມ່ນຈະແຈ້ງແລ້ວ, ແຕ່ກໍ່ຕ້ອງມີຂໍ້ຜູກມັດດ້ານໜ້າທີ່ຄວາມຮັບຜິດຊອບລະອຽດສຳລັບບັນດາຜູ້ນຳໜ້າບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ. ນີ້ແມ່ນບັນຫາຄວນໄດ້ຮັບການກຳນົດຢ່າງລະອຽດກວ່າໃນໄລຍະຈະມາເຖິງ.