ກຸຍບາມີເອກອັກຄະລັດຖະທູດຄົນທຳອິດປະຈຳອາເມລິກາໃນໄລຍະກວ່າເຄິ່ງທົດສະວັດ
ທ່ານເອກອັກຄະລັດຖະທູດ Jose Cabanas
(ພາບ: AP)
(vovworld) – ໂດຍສືບຕໍ່ບັນດາການຜັນແປ່ໃໝ່ໃນວິວັດການສ້າງການພົບພັນລະຫວ່າງກຸຍບາ - ອາເມລິກາ ເປັນປົກກະຕິ. ວັນທີ 17/09, ພາຍຫຼັງ 54 ປີເອກອັກຄະລັດຖະທູດກຸຍບາ ຄົນທຳອິດປະຈຳອາເມລິກາ, ໄດ້ຍື່ນສານຕາຕັ້ງຂຶ້ນທ່ານປະທານາທິບໍດີອາເມລິກາ Barack Obama. ຕາມແຈ້ງການຂອງສະຖານທູດກຸຍບາ ປະຈຳອາເມລິກາ ແລ້ວ, ພິທີຍື່ນສານຕາຕັ້ງໄດ້ດຳເນີນໄປຢູ່ທຳນຽບຂາວ ເມື່ອທ່ານ Barack Obama ຕ້ອງຮັບເອກອັກຄະລັດຖະທູດຄົນໃໝ່ 16 ທ່ານມາຍື່ນສານຕາຕັ້ງ. ໃນການພົບປະລະຫວ່າງທ່ານປະທານາທິບໍດີ Barack Obama ກັບທ່ານເອກອັກຄະລັດຖະທູດ Jose Cabanas, 2 ຝ່າຍໄດ້ເຫັນດີຕໍ່ເລື່ອງແຕ່ງຕັ້ງເອກອັກຄະລັດຖະທູດກຸຍບາ ປະຈຳອາເມລິກາ ຢ່າງເປັນທາງການ ແມ່ນບາດກ້າວໜຶ່ງອີກ ໃນວິວັດແຫ່ງການສ້າງການພົວພັນລະຫວ່າງ 2 ປະເທດເປັນປົກກະຕິ. ປະຈຸບັນອາເມລິກາ ຍັງບໍ່ທັນແຕ່ງຕັ້ງເອກອັກຄະລັດຖະທູດອາເມລິກາ ປະຈຳກຸຍບາ ເທື່ອ.