ກຸຍບາຢືນຢັນຮັກສາເສັ້ນທາງສັງຄົມນິຍົົມແລະຊຸກຍູ້ການພົວພັນກັບອາເມລິກາ
(ພາບປະກອບຈາກອີນເຕີແນັດ)
(vovworld) – ໜັງສືພິມລາຍວັນ “Granma”, ກະບອກສຽງຂອງພັກກອມມູນິດກຸຍບາ, ສະບັບອອກວັນທີ 09/03 ມີບົດນຳກ່ຽວກັບການຢ້ຽມຢາມຂອງທ່ານປະທານາທິບໍດີອາເມລິກາ Barack Omaba ໃນໄລຍະຈະມາເຖິງ. ບົດຂຽນໄດ້ໃຫ້ຂໍ້ສັງເກດວ່າ, ການຢ້ຽມຢາມທີ່ຈະມາເຖິງຂອງທ່ານ Barack Omaba ແມ່ນການຢ້ຽມຢາມຄັ້ງທີ 2 ຂອງປະທານາທິບໍດີອາເມລິກາ ເຖິງກຸຍບາ. ບົດຂຽນຢືນຢັນວ່າ, ກຸຍບາ ຈະຕ້ອນຮັບທ່ານປະທານາທິບໍດີ Barack Omaba ດ້ວຍທຸກພິທີການທີ່ສະຫງວນໃຫ້ປະມຸກລັດ ແລະ ດ້ວຍນ້ຳໃຈຮັກແພງແຂກຄົນທີ່ເປັນເອກະລັກສະເພາະຂອງປະຊາຊົນກຸຍບາ. ໜັງສືພິມລາຍວັນ “Granma” ກໍເຊື່ອໝັ້ນວ່າ, ນີ້ແມ່ນກາລະໂອກາດເພື່ອໃຫ້ການນຳອາເມລິກາ ຕີລາຄາ ແລະ ມີຄວາມຮູ້ສຶກຕໍ່ກຸຍບາຄືດັ່ງປະເທດທີ່ມີຄວາມຕັດສິນໃຈໃນການພັດທະນາເສດຖະກິດ, ສັງຄົມ ແລະ ປົວແປງຊີວິດການເປັນຢູ່ຂອງປະຊາຊົນ ໂດຍບໍ່ຫົວຊາຕໍ່ຄວາມຫຍຸ້ງຍາກອັນໃຫຍ່ຫຼວງຍ້ອນການຂວ້ຳບາດດ້ານເສດຖະກິດຂອງອາເມລິກາ ກໍ່ຂຶ້ນ. ໜັງສືພິມລາຍວັນ “Granma” ໄດ້ຖະແຫຼງຄືນໃໝ່ບັນດາເງື່ອນໄຂຕັດສິນເພື່ອໃຫ້ 2 ປະເທດຫັນການພົວພັນເປັນປົກກະຕິ ແມ່ນອາເມລິກາ ຕ້ອງລົບລ້າງນະໂຍບາຍປິດລ້ອມການຂວ້ຳບາດ, ມອບຖານທີ່ໝັ້ນກອງທັບເຮືອທີ່ຖືກຢືດຄອງຢູ່ອ່າວ Guantanamo ຂອງກຸຍບາ ໃຫ້ກຸຍບາ ຄືນ ແລະ ປະລະກົນອຸປາຍ “ສ້າງພັກຝ່າຍຄ້ານການເມືອງພາຍໃນ” ຢູ່ປະເທດເກາະ Caribe ນີ້.