ຫົວໜ້າຄະນະເຈລະຈາ ອີຢູ ທ່ານ Cristian Leffler (ກາງ) ແລະ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ກູບາ Abelardo Moreno (ຂວາ).
(ພາບ: AFP)
|
(vovworld) – ວັນທີ 4/3, ທີ່ນະຄອນຫຼວງ ລາຮາບານາ, 2 ຝ່າຍຄະນະຜູ້ແທນກຸຍບາ ແລະ ສະຫະພາບເອີລົບ (EU) ໄດ້ເລີ່ມຕົ້ນການເຈລະຈາຮອບທີ 3 ຄາດວ່າຈະແກ່ຍາວເປັນເວລາ 2 ວັນ ກ່ຽວກັບຂໍ້ຕົກລົງການສົນທະນາດ້ານການເມືອງ ແລະ ການຮ່ວມມື. ທ່ານຫົວໜ້າການເຈລະຈາຂອງ EU Cristian Leffler, ເຈົ້າໜ້າທີ່ການຕ່າງປະເທດ EU ຮັບຜິດຊອບກ່ຽວກັບການພົວພັນກັບທະວີບອາເມລິກາ. ໃນຂະນະນັ້ນ, ນຳໜ້າຄະນະລັດຖະບານກຸຍບາ ແມ່ນທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ກຸຍບາ Abelardo Moreno . ຕາມບົດລາຍງານຂອງກະຊວງການຕ່າງປະເທດ ກຸຍບາ ແລ້ວ, ການເຈລະຈາຄັ້ງນີ້ຈະສຸມໃສ່ເຂົ້າໃນການສ້າງຕັ້ງກົນໄກສົນທະນາໃນບັນດາຂົງເຂດທີ່ຕ່າງກັນ, ພ້ອມທັງປຶກສາຫາລືຊົ່ວຄາວ ກ່ຽວກັບການສ້າງຕັ້ງການພົວພັນການຄ້າ ແລະ ການສົນທະນາດ້ານການເມືອງ.
ວັນທີ 10/2/2014, EU ໄດ້ຖະແຫຼງການເລີ່ມຕົ້ນວິວັດທະນາການຫັນການພົວພັນກັບ ກຸຍບາ ເປັນປົກກະຕິ, ພາຍຫຼັງກ່ວາທົດສະວັດບໍ່ແລກປ່ຽນຄະນະການທູດຢ່າງເປັນທາງການ. ປະຈຸບັນ ກຸຍບາ ແມ່ນປະເທດດຽວຢູ່ ອາເມລິກາລາຕິນ ທີ່ຍັງບໍ່ທັນເຊັນສັນຍາຂໍ້ຕົກລົງສົນທະນາດ້ານການເມືອງ ກັບ EU.