(ກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດຫວຽດນາມ ຊຸດທີ 13 ສືບຕໍ່ເຮັດວຽກ)
(vovworld) – ຕອນບ່າຍວັນທີ 24/5, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ທີ່ເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດຊຸດທີ 13 ໄດ້ປຶກສາຫາລືກ່ຽວກັບຄາດຄະເນລາຍການສ້າງກົດໝາຍ, ລັດຖະບັນຍັດປີ 2014, ປັບປຸງລາຍການສ້າງກົດໝາຍ, ລັດຖະບັນຍັດຊຸດທີ 13 ແລະ ປີ 2013 ຂອງສະພາແຫ່ງຊາດ ແລະ ຮ່າງກົດໝາຍປັບປຸງເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍພັກອາໄສ.
ກ່ຽວກັບຮ່າງກົດໝາຍປັບປຸງເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍພັກອາໄສ, ບັນດາ ສສຊ ສຸມໃສ່ປະກອບຄຳເຫັນກ່ຽວກັບເງື່ອນໄຂຈົດທະບຽນພັກອາໄສຢູ່ນະຄອນສັງກັດສູນກາງ, ກ່ຽວກັບການປ່ຽນບ່ອນຈົດທະບຽນພັກອາໄສໃນກໍລະນີຍ້າຍບ່ອນຢູ່ຢ່າງຖືກຕ້ອງຕາມກົດໝາຍ. ທ່ານ ດິງຊວນຖາວ, ສສຊ ນະຄອນຮ່າໂນ້ຍ, ປະກອບຄຳເຫັນວ່າ:
“ຈຸດໝາຍຕົ້ນຕໍ່ຢູ່ທີ່ນີ້ແມ່ນສ້າງເງື່ອນໄຂໃຫ້ປະຊາຊົນໃນການພັກອາໄສ, ສ່ວນຝ່າຍລັດ ແມ່ນຮັບປະກັນໃຫ້ແກ່ການຄຸ້ມຄອງການພັກອາໄສຂອງປະຊາຊົນຢ່າງເຄັ່ງຄັດ. ການແກ້ໄຂຢູ່ທີ່ນີ້ ແມ່ນຕ້ອງເຮັດລະບຽບການບໍລິຫານຢ່າງງາຍດາຍ. ບັນຫານີ້ແມ່ນແກ້ໄຂຜົນປະໂຫຍດຢ່າງກົມກຽວຂອງທັງປະຊາຄົມ ແລະ ແຕ່ລະບຸກຄົນ“.
ກ່ຽວກັບການຄາດຄະເນລາຍການສ້າງກົດໝາຍ, ລັດຖະບັນຍັດປີ 2014, ປັບປຸງລາຍການສ້າງກົດໝາຍ, ລັດຖະບັນຍັດຊຸດທີ 13 ແລະ ປີ 2013, ສສຊ ບາງທ່ານສະເໜີວ່າ, ລາຍການນີ້ຕ້ອງໃຫ້ບຸລິມະສິດບັນດາຮ່າງກົດໝາຍທີ່ກ່ຽວຂ້ອງໂດຍກົງເຖິງບັນດາຂໍ້ກຳນົດຂອງລັດຖະທຳມະນູນ, ບັນດາໂຄງການຮັບໃຊ້ໃຫ້ແກ່ການສ້າງໂຄງປະກອບເສດຖະກິດ, ການຈັດຕັ້ງກົງຈັກລັດ, ສິດຂອງພົນລະເມືອງ.
ແລະກໍ່ໃນຕອນບ່າຍຂອງວັນດຽວກັນ, ດ້ວຍເກືອບ 70% ຈຳນວນບັດເຫັນດີ, ສະພາແຫ່ງຊາດຊຸດທີ 13 ໄດ້ໃຫ້ສັດຕະຍາບັນທ່ານ ຫງວຽນຫືວວ້ານ, ເລຂາຄະນະພັກແຂວງລາວກາຍ, ຮັບດຳລົງຕຳແໜ່ງເປັນຫົວໜ້າອົງການກວດສອບແຫ່ງລັດ.
ກ່ອນໜ້ານັ້ນ, ດ້ວຍບັດເຫັນດີກວ່າ 71% ໃນວາລະປະຊຸມຕອນເຊົ້າວັນທີ 24/05, ບັນດາສະມາຊິກສະພາແຫ່ງຊາດທີ່ເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດຫວຽດນາມຊຸດທີ 13 ໄດ້ເຫັນດີແຕ່ງຕັ້ງທ່ານ ດິງຕ໋ຽນຢຸງ ຮັບດຳລົງຕຳແໜ່ງເປັນລັດຖະມົນຕີກະຊວງການເງິນ. ຫຼັງຈາກນັ້ນບັນດາສະມາຊິກສະພາແຫ່ງຊາດລົງມະຕິຮັບຮອງເອົາມະຕິກ່ຽວກັບເລື່ອງໃຫ້ສັດຕະຍາບັນຕຳແໜ່ງລັດຖະມົນຕີກະຊວງການເງິນ ສຳລັບທ່ານ ດິງຕ໋ຽນຢຸງ .
ແລະກໍໃນຕອນເຊົ້າວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ ແນະນຳທ່ານ ຫງວຽນຫືວຫວ້ານ, ເລຂາຄະນະພັກແຂວງລາວກາຍ, ຮັບດຳລົງຕຳແໜ່ງເປັນຫົວໜ້າອົງການກວດສອບແຫ່ງລັດ.