ກົດໝາຍ13ສະບັບເລີ່ມມີຜົນສັກສິດນັບແຕ່ວັນທີ1/1/2015
ກົດໝາຍວ່າດ້ວຍພາສີ
|
(vovworld) – ແຕ່ວັນທີ 1/1/2015, ກົດໝາຍ 13 ສະບັບເລີ່ມມີຜົນສັກສິດຢ່າງເປັນທາງການໃນນັ້ນມີຫຼາຍເນື້ອໃນສຳຄັນຄື: ເປີດກ້ວາງຂອບເຂດສິດຜົນປະໂຫຍດ ແລະ ລະດັບຊົມໃຊ້ບັດປະກັນສຸຂະພາບ, ໄດ້ຖືພາແທນເພື່ອມະນຸດສະທຳ, ຍົກເວັ້ນລາຍຮັບວິສາຫະກິດສຳລັບລາຍຮັບຈາກການປຸງແຕ່ງຜະລິດຕະພັນກະເສດ, ສິນໃນນ້ຳຂອງສະຫະກອນ… ກົດໝາຍ 13 ສະບັບດັ່ງກ່າວລວມມີ: ກົດໝາຍປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍປະກັນສຸຂະພາບ; ກົດໝາຍວ່າດ້ວຍວຽກເຮັດງານທຳ; ກົດໝາຍປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງບັນດາກົດໝາຍວ່າດ້ວຍພາສີ; ກົດໝາຍວ່າດ້ວຍການສົມລົດ ແລະ ຄອບຄົວ; ກົດໝາຍວ່າດ້ວຍການປ້ອງກັນ ແລະ ກວດກາພືດ; ກົດໝາຍວ່າດ້ວຍທະບຽນສານ; ກົດໝາຍວ່າດ້ວຍພາສີ; ກົດໝາຍວ່າດ້ວຍກໍ່ສ້າງ; ກົດໝາຍວ່າດ້ວຍການລົງທຶນແຫ່ງລັດ; ກົດໝາຍປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍຄົມມະນາຄົມທາງນ້ຳພາຍໃນ; ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ; ກົດໝາຍວ່າດ້ວຍການເຂົ້າ - ອອກເມືອງ, ຜ່ານແດນ, ຢູ່ອາໄສຂອງຊາວຕ່າງປະເທດຢູ່ ຫວຽດນາມ; ກົດໝາຍວ່າດ້ວຍ….