ກົນດາວຂອງຫວຽດນາມແມ່ນໜຶ່ງໃນ10ສະຖານທີ່ມີຄວາມດູດດື່ມທີ່ສຸດຢູ່ອາຊີປີ2016

ກົນດາວຂອງຫວຽດນາມແມ່ນໜຶ່ງໃນ10ສະຖານທີ່ມີຄວາມດູດດື່ມທີ່ສຸດຢູ່ອາຊີປີ2016 - ảnh 1
(ພາບປະກອບ)

(vovworld) – ແວບ​ໄຊ​ທ່ອງ​ທ່ຽວ​​ທີ່ດົງ​ດັ່ງ Lonely Planet ຂອງ​ອົດ​ສະ​ຕາ​ລ​ີ ຫາກໍ່​ປະ​ກາດ​ບັນ​ຊີ​ລາຍ​ຊື່ສະ​ຖ​ານ​ທີ່ 10 ແຫ່ງ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ຢູ່ ອາ​ຊີ ໃຫ້​ແກ່​ແຂກ​ທ່ອງ​ທ່ຽວ, ໃນ​ນັ້ນ ກົນ​ດາວ​ຂອງ ຫວຽດ​ນາມ ໄດ້​ຈັດ​ອັນ​ດັບ​ທີ 4. ເມື່ອ​ຕີ​ລາ​ຄາ​ສະ​ຖານ​ທີ່ນີ້​ຂອງ ຫວຽດ​ນາມ, ແວບ​ໄຊ Lonely Planet ໄດ້​ຂຽນ​ວ່າ: “ໂດຍ​ເປັນ​ເກາະ​ນອນ​ຢູ່​ໄກ່​ຝັ່ງ​ທະ​ເລ​ແຂວງ ບ່າ​ເຣ້ຍ ຫວູງ​ເຕົ່າ ຂອງ ຫວຽດ​ນາມ, ເກາະ ກົນ​ດາວ ຍັງ​ແມ່ນ​ສິ່ງ​ທີ່​ເລີກ​ລັບ​ສຳ​ລັບ​ແຂກ​ທ່ອງ​ທ່ຽວ. ເກາະ​ແຫ່ງນີ້​ມີ​ຊື່​ສຽງ​ດົງ​ດັ່ງ​ໃນ​ສົງ​ຄາມ ດ້ວຍ​ຄ​ຸກທີ່​ເຂັດ​ຊື່​ເຂັດ​ສຽງ​ແຕ່ໃນ​ປະ​ຈຸ​ບັນ​ໄດ້​ມີ​ຄວາມ​ສະ​ຫງົບ​ງຽບ ດ້ວຍ​ການ​ດຳ​ລົງ​ຊີ​ວິດ​ຂອງ​ຊາວ​ປະ​ມົງ. ເມື່ອ​ມາ​ຢ້ຽມ​ຢາມ ກົນ​ດາວ, ເພື່ອນ​​ຈະ​ໄດ້​ເຊື່ອມ​ຕົວ​ເຂົ້າ​ໃນເຂດ​ທະ​ເລ, ດິນ​ຟ້າ​ອາ​ກາດ​ທີ່​ສວຍ​ສົດ​ງ​ົດ​ງາມ ແລະ ບັນ​ດາ​ຫາດ​ຊາຍ​ທະ​ເລ​ຂາວ​ກ້ຽງ​ສະ​ເໝີ. ຖ້າ​ເລືອກ​ໄດ້​ຈຸດ​ເວ​ລາ​​ເໝາະ​ສົມ, ເພື່ອນກໍ່​ສາ​ມາດ​ໄດ້​​ເຫັນຝູງ​ເຕົາ​​ຂຶ້ນອອກ​ໄຂ່​ໃນ​ຝັ່ງ​ທະ​ເລອີກ​ດ້ວຍ.”

ຂ່າວ/ບົດ​ອື່ນ