ກູບາປະກາດຂັ້ນຕອນຮັບເອົາຄຳເຫັນປະກອບຂອງປະຊາຊົນກ່ຽວກັບຮ່າງລັດຖະທຳມະນູນສະບັບໃຫມ່

(VOVWORLD) -ວັນທີ 11 ສິງຫາ, ສື່ມວນຊົນ ກູບາ ໄດ້ປະກາດຂັ້ນຕອນຮັບເອົາຄຳເຫັນປະກອບຂອງປະຊາຊົນໃສ່ຮ່າງລັດຖະທຳມະນູນສະບັບໃຫມ່ ທີ່ຫາກໍ່ໄດ້ຮັບການຮັບຮອງເອົາຈາກສະພາແຫ່ງຊາດໃນວັນທີ 22 ກໍລະກົດຜ່ານມາ.

ກູບາປະກາດຂັ້ນຕອນຮັບເອົາຄຳເຫັນປະກອບຂອງປະຊາຊົນກ່ຽວກັບຮ່າງລັດຖະທຳມະນູນສະບັບໃຫມ່ - ảnh 1 ຊາວກູບາ ຄົ້ນຄ້ວາຮ່າງລັດຖະທຳມະນູນສະບັບໃຫມ່

ພາບ:EFE-EPA/TTXVN

ຕາມນັ້ນແລ້ວ  ຄຳເຫັນປະກອບຂອງປະຊາຊົນກູບາ ຢູ່ ພາຍໃນ ແລະ ຕ່າງປະເທດ ລ້ວນແຕ່ໄດ້ຮັບການພິຈາລະນາ,  ຮັບປະກັນ ຂັ້ນຕອນທາບທາມຄຳເຫັນປະຊາທິປະໄຕ ໂດຍມີການເຂົ້າຮ່ວມທີ່ມີລັກສະນະສ້າງສັນຢ່າງແທ້ຈິງຂອງປະຊາຊົນ”. ຄາດວ່າ ຈະມີກວ່າ 4000 ຄົນເຂົ້າຮ່ວມການປະກອບຄຳເຫັນ. ນີ້ແມ່ນບາດກ້າວກະກຽມໃຫ້ແກ່ວິວັດການທາບທາມຄຳເຫັນຈາກມວນຊົນ ຊື່ງໄດ້ດຳເນີນແຕ່ວັນທີ 13 ສິງຫາ -ວັນທີ 15 ພະຈິກ. ຕໍ່ຈາກນັ້ນ ສະພາແຫ່ງຊາດ ກູບາ ຈະຈັດຕັ້ງການເອົາປະຊາມະຕິໃນວັນທີ 24 ກຸມພາປີ 2019 ແລະ ຫລັງຈາກນັ້ນ ຈະປ່ອນບັດຮັບຮອງເອົາເອກະສານນິຕິກຳສູງສຸດທີ່ກອງປະຊຸມພາຍຫລັງການເອົາປະຊາມະຕິ.

ຕອບກັບ

ຂ່າວ/ບົດ​ອື່ນ