ກູ​ບາ ກ່າວ​ປະ​ນາມ​ເຫດ​ກໍ່​ການ​ຮ້າຍ​ດ້ວຍ​ລະ​ເບີດ​ນ້ຳ​ມັນແນ​ໃສ່​ສະ​ຖານ​ທູດ ກູ​ບາ ປະ​ຈຳ ປາ​ຣີ

(VOVWORLD) -ໃນສື່ສັງຄົມ Twitter, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ກູບາ Bruno Rodriguez ຊີ້ແຈ້ງວ່າ ກູບາ “ກ່າວປະນາມການບຸກໂຈມຕີກໍ່ການຮ້າຍດ້ວຍລະເບີດນ້ຳມັນ ແນໃສ່ສະຖານທູດ ກູບາ ປະຈຳ ປາຣີ” ແລະ ຖືວ່າ “ລັດຖະບານ ອາເມລິກາ ຕ້ອງມີຄວາມຮັບຜິດຊອບຕໍ່ບັນດາບັ້ນເຄື່ອນໄຫວຕ້ານຄືນປະເທດຂອງພວກຂ້າພະເຈົ້າ ຢ່າງລຽນຕິດນີ້”.
ກູ​ບາ ກ່າວ​ປະ​ນາມ​ເຫດ​ກໍ່​ການ​ຮ້າຍ​ດ້ວຍ​ລະ​ເບີດ​ນ້ຳ​ມັນແນ​ໃສ່​ສະ​ຖານ​ທູດ ກູ​ບາ ປະ​ຈຳ ປາ​ຣີ - ảnh 1ວັນທີ 27 ກໍລະກົດ, ສະຖານທູດ ກູບາ ປະຈຳ ນະຄອນຫຼວງ ປາຣີ, ປະເທດ ຝລັ່ງ ຖືກບຸກໂຈມຕີ ດ້ວຍລະເບີດນ້ຳມັນ (ພາບ: REUTERS)

ວັນທີ 27 ກໍລະກົດ, ສະຖານທູດ ກູບາ ປະຈຳ ນະຄອນຫຼວງ ປາຣີ, ປະເທດ ຝລັ່ງ ຖືກບຸກໂຈມຕີ ດ້ວຍລະເບີດນ້ຳມັນ ອັນໄດ້ເຮັດໃຫ້ຕຶກອາຄານຂອງສຳນັກງານດັ່ງກ່າວຖືກເປເພຢ່າງໜັກ, ແຕ່ໂຊກດີບໍ່ມີພະນັກງານການທູດທ່ານໃດຖືກບາດເຈັບ. ຫຼັງຈາກນັ້ນ, ກະຊວງການຕ່າງປະເທດ ກູບາ ໄດ້ອອກຖະແຫຼງການ ໂດຍຢືນຢັນວ່າ ບັນດາເປົ້າໝາຍໂດຍກົງທີ່ດຳເນີນເຫດບຸກໂຈມຕີດັ່ງກ່າວ ແມ່ນ “ບັນດາເປົ້າໝາຍປຸກປັ່ນຍຸແຫຍ່ການໃຊ້ຄວາມຮຸນແຮງ ແລະ ມີຄວາມອາຄາດບາດໝາງຕ້ານຄືນປະເທດ ຂອງ ກູບາ”. ໃນສື່ສັງຄົມ Twitter, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ກູບາ Bruno Rodriguez ຊີ້ແຈ້ງວ່າ ກູບາ “ກ່າວປະນາມການບຸກໂຈມຕີກໍ່ການຮ້າຍດ້ວຍລະເບີດນ້ຳມັນ ແນໃສ່ສະຖານທູດ ກູບາ ປະຈຳ ປາຣີ” ແລະ ຖືວ່າ “ລັດຖະບານ ອາເມລິກາ ຕ້ອງມີຄວາມຮັບຜິດຊອບຕໍ່ບັນດາບັ້ນເຄື່ອນໄຫວຕ້ານຄືນປະເທດຂອງພວກຂ້າພະເຈົ້າ ຢ່າງລຽນຕິດນີ້”.

ຕອບກັບ

ຂ່າວ/ບົດ​ອື່ນ