ທ່ານເລຂາທິການໃຫຍ່ Nguyen Phu Trong |
(vovworld) - ຕອນເຊົ້າວັນທີ 26/4 ຢູ່ ຮ່າໂນ້ຍ, ໂດຍພາຍໃຕ້ການເປັນປະທານຂອງທ່ານ Nguyen Phu Trong ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ, ກົມການເມືອງຄະນະບໍລິຫານງານສູນກາງພັກໄດ້ຈັດການປະຊຸມປະກອບຄຳເຫັນໃສ່ບາງບັນຫາເສດຖະກິດສັງຄົມໃນໄລຍະ 4 ເດືອນຕົ້ນປີ 2012. ກົມການເມືອງຖືວ່າ: ນັບແຕ່ນີ້ຮອດທ້າຍປີ ສະພາບເສດຖະກິດໂລກ ແລະ ພາຍໃນປະເທດ ຍັງຄົງປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍ. ເພາະສະນັ້ນ ຕ້ອງເດັດດ່ຽວປະຕິບັດບັນດາຈຸດໝາຍ, ຫນ້າທີ່ ແລະ ມາດຕະການທີ່ໄດ້ວາງອອກ ພ້ອມກັນນັ້ນ ຕ້ອງໄຈ້ແຍກ, ຕີລາຄາສະພາບຕົວຈິງຢ່າງເລິກເຊິ່ງ, ຄົບຖ້ວນເພື່ອມີມາດຕະການໃຫ້ເໝາະສົມ, ຮັບປະກັນປະຕິບັດຈຸດໝາຍຄວບຄຸມໄພເງິນເຟີ້ຢ່າງກົມກຽວ, ຮັກສາເສດຖະກິດມະຫາພາກເປັນປົກກະຕິ. ທ່ານເລຂາທິການໃຫຍ່ Nguyen Phu Trong ຊີ້ແຈງວ່າ:
“ຂ້າພະເຈົ້າເຫັນດີຕໍ່ເລື່ອງ ໃນໄລຍະຈະມາເຖິງ ພວກເຮົາບໍ່ຈຳເປັນດັດປັບຄາດໝາຍສັງລວມກໍຄືບັນດາຄາດໝາຍ, ຕົວເລກຄາດໝາຍລະອຽດ. ປະຈຸບັນ ຕ້ອງເຮັດແນວໃດທັງຮັກສາການຄວບຄຸມໄພເງິນເຟີ້, ທັງຮັບປະກັນການເຕີມໂຕໄດ້ປະມານ 6%, ເກີນດຸນງົບປະມານແມ່ນ 4, 8 %. ຕົວເລກນີ້ແມ່ນສ່ອງແສງໃຫ້ເຫັນວ່າ ພວກເຮົາທັງຄວບຄຸມໄພເງິນເຟີ້ ທັງຮັບປະກັນການເຕີບໂຕຢ່າງເໝາະສົມ.”
ກົມການເມືອງວາງຄາດໝາຍສືບຕໍ່ຄວບຄຸມໄພເງິນເຟີ້ປີ 2012 ຢູ່ໃນລະດັບ 8% - 9%, ຮັກສາເສດຖະກິດມະຫາພາກເປັນປົກກະຕິ ບົນພື້ນຖານປະຕິບັດນະໂຍບາຍງົບປະມານ, ເງິນຕາຢ່າງລອບຄອບຖິ່ຖ້ວນ, ເປັນເຈົ້າການ, ມີຄວາມໄຫວພິບ, ສົມທົບຢ່າງກົມກຽວລະຫວ່າງນະໂຍບາຍເງິນຕາ ແລະ ນະໂຍບາຍງົບປະມານ.