ກົມ​ການ​ເມືອງ ສ​ປ​ປ ເກົາຫຼີ ຈັດ​ການ​ປະ​ຊຸມ​ປຶກ​ສາຫຼາຍ​ບັນ​ຫາ​ສຳ​ຄັນ

(VOVWORLD) - ໃນໄລຍະຜ່ານມາ, ສປປ ເກົາຫຼີ ຕ້ອງປະເຊີນໜ້າກັບວິກິດການທັນຍາຫານທີ່ຊົ່ວຮ້າຍທີ່ສຸດ ໃນຮອບເວລາກ່ວາ 1 ທົດສະວັດທີ່ຜ່ານມາ. ນີ້ແມ່ນຂ່າວທີ່ ສປປ ເກົາຫຼີ ໄດ້ຍົກອອກມາໃນບົດລາຍງານຝາກເຖິງ ສປຊ ໃນກາງເດືອນກໍລະກົດທີ່ຜ່ານມາ.
ກົມ​ການ​ເມືອງ ສ​ປ​ປ ເກົາຫຼີ ຈັດ​ການ​ປະ​ຊຸມ​ປຶກ​ສາຫຼາຍ​ບັນ​ຫາ​ສຳ​ຄັນ - ảnh 1

 (ພາບ: KCNA/TTXVN)

  ວັນທີ 3 ກັນຍາ, ສື່ມວນຊົນແຫ່ງລັດ ໄດ້ໃຫ້ຂ່າວກ່ຽວກັບການນຳ ສປປ ເກົາຫຼີ ທ່ານ Kim Jong-un ໄດ້ເປັນປະທານການປະຊຸມຂອງກົມການເມືອງ ສປປ ເກົາຫຼີ ເພື່ອປຶກສາຫຼາຍບັນຫາສຳຄັນຄື: ບັນດາມາດຕະການຕ້ານໂລກລະບາດໂຄວິດ 19 ໃນທົ່ວປະເທດ ແລະ ການຜະລິດກະສິກຳ. ຕາມສຳນັກຂ່າວສານສູນກາງ ສປປ ເກົາຫຼີ (KCNA) ແລ້ວ, ໃນວາລະປະຊຸມເປີດກ້ວາງຂອງກົມການເມືອງ ພັກແຮງງານ ສປປ ເກົາຫຼີ ຈັດຂຶ້ນເມື່ອວັນທີ 2 ກັນຍາ, ການນຳ Kim Jong-un ໄດ້ເນັ້ນໜັກວ່າ ການຮັດແໜ້ນການປ້ອງກັນ ແລະ ຕ້ານໂລກລະບາດ ແມ່ນໜ້າທີ່ສຳຄັນທີ່ສຸດ ພ້ອມທັງກ່າວເຕືອນວ່າ ບັນດາເຈົ້າໜ້າທີ່ບໍ່ຄວນລະເລີຍໃນສະພາບການປະຈຸບັນ. ໃນໄລຍະຜ່ານມາ, ສປປ ເກົາຫຼີ ຕ້ອງປະເຊີນໜ້າກັບວິກິດການທັນຍາຫານທີ່ຊົ່ວຮ້າຍທີ່ສຸດ ໃນຮອບເວລາກ່ວາ 1 ທົດສະວັດທີ່ຜ່ານມາ. ນີ້ແມ່ນຂ່າວທີ່ ສປປ ເກົາຫຼີ ໄດ້ຍົກອອກມາໃນບົດລາຍງານຝາກເຖິງ ສປຊ ໃນກາງເດືອນກໍລະກົດທີ່ຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ