ທ່ານອະດີດປະທານາທິບໍດີ ຢູແກຼນ Leonhid Kuchma (ຊ້າຍ), ທ່ານເອກອັກຄະລັດຖະທູດສະຫະພັນ ລັດເຊຍ ປະຈຳ ຢູແກຼນ Mikhail Zurabov (ກາງ)
(ພາບ: AFP/TTXVN)
|
(vovworld) - ໄປຄຽງຄູ່ກັບການເຈລະຈາຂັ້ນສຸດຍອດຕາມຮູບການ 4 ຝ່າຍ Normandie, ວັນທີ 12/2, ຢູ່ Minsk (ປະເທດ ເບລາຣຸດ), ກຸ່ມສຳພັດ 3 ຝ່າຍກ່ຽວກັບ ຢູແກຼນ ໄດ້ເຊັນມາດຕະການສັງລວມເຊິ່ງລວມມີ 13 ຂໍ້ເພື່ອແນໃສ່ປະຕິບັດຂໍ້ຕົກລົງ Minsk. ໃນພິທີເຊັນເອກະສານມີຜູ້ຕາງໜ້າອົງການປ້ອງກັນຄວາມສະຫງົບ ແລະ ຮ່ວມມື ເອີລົບ (OSCE) Heidi Tagliavini, ທ່ານອະດີດປະທານາທິບໍດີ ຢູແກຼນ Leonhid Kuchma, ທ່ານເອກອັກຄະລັດຖະທູດສະຫະພັນ ລັດເຊຍ ປະຈຳ ຢູແກຼນ Mikhail Zurabov, ການນຳຂອງ ສ. ປະຊາຊົນອ້າງຊື່ເອງ Donetsk ແລະ Lugansk.
ພາຍຫຼັງການເຈລະຈາລະຫວ່າງການນຳ 4 ປະເທດ ລັດເຊຍ, ຢູແກຼນ, ຝຣັ່ງ ແລະ ເຢຍລະມັນ ຢູ່ Minsk ຖືກອັດລົງພຽງ 2, 3 ຊົ່ວໂມງດ້ວຍການລົງນາມຂໍ້ຕົກລົງຢຸດຍິງນັບແຕ່ວັນທີ 15/2, ທ່ານລັດຖະມົນຕີວ່າການການຕ່າງປະເທດ ແດນມາກ Martin Lidegaard ໄດ້ຊົມເຊີຍແຫຼ່ງຂ່າວນີ້ ແລະ ຕີລາຄາວ່າ: ຂໍ້ຕົກລົງນີ້ທີ່ບັນລຸໄດ້ອາດຈະເຮັດໃຫ້ທຸກໆຝ່າຍເພິ່ງພໍໃຈ. ໃນຂະນະນັ້ນ, ກະຊວງການຕ່າງປະເທດ ເຢຍລະມັນ ຕີລາຄາໝາກຜົນຂອງການເຈລະຈາ ແມ່ນບາດກ້າວບຸກທະລຸ, ແຕ່ເຖິງຢ່າງໃດກໍ່ຕາມ, “Minsk 2” ອາດໄດ້ຮັບຖືວ່າແມ່ນບາດກ້າວທີ່ເຮັດໃຫ້ທຸກໆຝ່າຍຫລຸດຜົ້ນອອກຈາກການໃຊ້ຄວາມຮຸນແຮງ, ແກ້ໄຂບັນຫາສັນຕິພາບຢູ່ ຢູແກຼນ ດ້ວຍມາດຕະການການເມືອງ.