ກົມໃຫຍ່ທ່ອງທ່ຽວຫວຽດນາມແນະນຳແລະໂຄສະນາ​ການທ່ອງທ່ຽວຢູ່ ອີຕາລີ

(VOVWORLD) - ແຕ່ວັນທີ 1-3 ຕຸລາ, ກົມໃຫຍ່ທ່ອງທ່ຽວຫວຽດນາມ ໄດ້ສົມທົບກັບສະຖານທູດຫວຽດນາມ ປະຈຳ ອີຕາລີ ຈັດຕັ້ງລາຍການແນະນຳ, ໂຄສະນາກ່ຽວກັບການທ່ອງທ່ຽວຫວຽດນາມ ຢູ່ ນະຄອນ ມີລານ ແລະ ນະຄອນຫລວງ ໂຣມ. 

ນີ້ແມ່ນການເຄື່ອນໄຫວນອນໃນໂຄງການສົ່ງເສີມການທ່ອງທ່ຽວແຫ່ງຊາດປີ 2017ຂອງກົມໃຫຍ່ທ່ອງທ່ຽວຫວຽດນາມ. ບັນດາລາຍການແນະນຳ, ໂຄສະນາກ່ຽວກັບການທ່ອງທ່ຽວຂອງຫວຽດນາມ ຢູ່ ອີຕາລີ ແມ່ນໄດ້ແນະນຳໃຫ້ເພື່ອນມິດ ອີຕາລີ ຮັບຊາບກ່ຽວກັບປະເທດຊາດ, ຊາວຫວຽດນາມ ແລະ ທັດສະນີຍະພາບຢູ່ ຫວຽດນາມ, ສະພາບການພົວພັນຮ່ວມມື ລະຫວ່າງສອງປະເທດເວົ້າລວມ ກໍ່ຄືໃນຂະແຫນງທ່ອງທ່ຽວເວົ້າສະເພາະ. ເນື່ອງໃນໂອກາດນີ້, ບັນດາບໍລິສັດເຄື່ອນໄຫວໃນຂະແຫນງທ່ອງທ່ຽວຂອງສອງປະເທດໄດ້ມີໂອກາດພົບປະ, ແລກປ່ຽນກ່ຽວກັບຄວາມສາມາດ, ກາລະໂອກາດຮ່ວມມື. ແລະກໍ່ໃນຂອບເຂດໂຄງການເຄື່ອນໄຫວຢູ່ ອີຕາລີ, ທ່ານນາງ ຫງວຽນທິແທງເຮືອງ, ຮອງຫົວຫນ້າກົມໃຫຍ່ທ່ອງທ່ຽວຫວຽດນາມ ໄດ້ມີການເຮັດວຽກກັບທ່ານ Dorina Bianchi ຮອງລັດຖະມົນຕີກະຊວງມໍລະດົກ, ວັດທະນະທຳ ແລະ ທ່ອງທ່ຽວ ອີຕາລີ. ສອງຝ່າຍ ໄດ້ແລກປ່ຽນບັນດາມາດຕະການຢ່າງລະອຽດເພື່ອແນໃສ່ຊຸກຍູ້ການຮ່ວມມືທ່ອງທ່ຽວສອງຝ່າຍ.

 

ຕອບກັບ

ຂ່າວ/ບົດ​ອື່ນ