ກຸ່ມ P5+1 ແລະ ອີຣານ ຕ້ອງຕໍ່ກຳນົດເວລາ ດຳເນີນການເຈລະຈາ ນິວເຄຼຍເຖິງ 2015
(ພາບ: AFP/TTXVN))
(vovworld)- ພາຍຫຼັງດຳເນີນການເຈລະຈາມາເປັນເວລາເກືອບ 1 ສັບປະດາ, ອີຣານ ແລະ ກຸ່ມ P5+1 (ລວມມີ 5 ປະເທດກຳມະການປະຈຳສະພາຄວາມໝັ້ນຄົງ ສປຊ ແລະ ເຢຍລະມັນ) ບໍ່ບັນລຸໄດ້ຂໍ້ຕົກລົງຮອບດ້ານກ່ຽວກັບໂຄງການນິວເຄຼຍຂອງອີຣານ. ກ່າວຄຳເຫັນເມື່ອວັນທີ 24/11 ຢູ່ວຽນ ປະເທດໂອຕາລິດ, ທ່ານ Philip Hammond ລັດຖະມົນຕີການຕ່າງປະເທດອັງກິດ ໃຫ້ຮູ້ວ່າ: ຝ່າຍຕ່າງໆໄດ້ຕົກລົງກຳນົດເວລາສຸດທ້າຍໃໝ່ແມ່ນວັນທີ 1/7/2015. ທ່ານຍັງໃຫ້ຂໍ້ສັງເກດວ່າ: ຝ່າຍຕ່າງໆບັນລຸໄດ້ “ຄວາມຄືບໜ້າດີພໍສົມຄວນ“ ໃນຮອບເຈລະຈາຄັ້ງຫຼ້າສຸດ ແລະ ຈະກັບຄືນສູ່ໂຕະເຈລະຈາໃນເດືອນໜ້າ.
ວັນທີ 24/11, ທ່ານນາຍົກລັດຖະມົນຕີອິດສະຣາແອນ Benjamin Netanyahu ສະແດງຄວາມພາກພູມໃຈຕໍ່ເລື່ອງ ອີຣານ ແລະ ກຸ່ມ P5+1 ບໍ່ສາມາດຕອບສະໜອງກຳນົດເວລາສຸດທ້າຍໃນການບັນລຸຂໍ້ຕົກລົງຮອບດ້ານກ່ຽວກັບໂຄງການນິວເຄຼຍຂອງອີຣານ. ໃນຂະນະນັ້ນ, ທ່ານ Sergei Lavrov ລັດຖະມົນຕີການຕ່າງປະເທດລັດເຊຍ ຫວັງວ່າ: ໃນຮອບເວລາ 3-4 ເດືອນຂ້າງໜ້າ, ຝ່າຍຕ່າງໆເຂົ້າຮ່ວມການເຈລະຈາຈະເຫັນດີກັບ “ບັນດາຫຼັກການພື້ນຖານ“ ກ່ຽວກັບເອກະສານສະບັບສຸດທ້າຍ./.