ກວດກາວຽກງານປ້ອງກັນໂລກໄຂ້ຫວັດ A H7N9 ຢູ່ສະໜາມບິນສາກົນ ໂນ້ຍບ່າຍ
ການກວດພະຍາດຜ່ານເຄື່ອງວັດອຸນຫະພູມຮ່າງກາຍຜູ້ໂດຍສານ
|
Vovworld- ຕອນບ່າຍວັນທີ 4/4, ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ຫງວຽນແທງລອງ ໄດ້ລົງກວດກາວຽກງານປ້ອງກັນໂລກໄຂ້ຫວັດ A H7N9 ຢູ່ສະໜາມບິນສາກົນ ໂນ້ຍບ່າຍ-ຮ້້າໂນ້ຍ. ຜູ້ໂດຍສານທຸກໆຄົນ ຕ່າງກໍໄດ້ຮັບການກວດພະຍາດຜ່ານເຄື່ອງວັດອຸນຫະພູມຮ່າງກາຍ ແລະ ປະຈຸບັນ, ຍັງບໍ່ທັນກວດພົບກໍລະນີໃດໆທີ່ສົງໄສຕິດໂລກດັ່ງກ່າວ. ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ຫງວຽນແທງລອງ ໄດ້ສະເໜີ ສູນກວດໂລກລະບາດທີ່ສະໜາມບິນສາກົນ ໂນ້ຍບ່າຍ-ຮ້້າໂນ້ຍ ຕ້ອງປະຕິບັດການວັດອຸນຫະພູມຮ່າງກາຍຜູ້ໂດຍສານເມື່ອເຂົ້າເມືອງເປັນປະຈຳ ເພື່ອກວດພົບກໍລະນີທີ່ສົງໄສຕິດໂລກດັ່ງກ່າວ. ຕ້ອງສ້າງຕັ້ງເຂດປິນປົວຄົນເຈັບຕ່າງຫາກ ແລະ ສະຖານທີ່ເພື່ອແຈ້ງອາການສຸຂະພາບ ແລະ ສາຍຕິດຕໍ່ພົວພັນດ່ວນເພື່ອໃຫ້ຜູ້ໂດຍສານສະໜອງຂໍ້ມູນຂ່າວສານກ່ຽວກັບໂລກລະບາດ.
ໃນຂະນະນັ້ນ, ວົງການເຈົ້າໜ້າທີ່ຂະແໜງກະສີກຳຂອງຈີນ ໃຫ້ຮູ້ວ່າ ໄດ້ກວດພົບ ເຊື້ອໄວຣັດ ໂລກໄຂ້ຫວັດສັດປີກ H7N9 ໃນບັນດາຕົວຢ່າງເຊື້ອໄວຣັດຂອງນົກກາງແກ ທີ່ເອົາມາຈາກເຂດຕະຫຼາດຂາຍຜະລິດຕະພັນກະເສດຢູ່ຊຽງໄຮ. ຕາມແຈ້ງການຂອງກະຊວງກະສີກຳຈີນ, ການວິໄຈບັນດາຕົວຢ່າງພະຍາດໃນຫ້ອງທົດລອງ ໂລກໄຂ້ຫວັດສັດປີກແຫ່ງຊາດ ໄດ້ໃຫ້ຂໍ້ສະຫຼຸບວ່າ ຈຳພວກເຊື້ອໄວຣັດໂລກໄຂ້ຫວັດ H7N9 ທີ່ກວດພົບຢູ່ນົກກາງແກ ແມ່ນຄ້າຍຄືກັບ ຈຳພວກ ເຊື້ອໄວຣັດໂລກໄຂ້ຫວັດທີ່ກວດພົບຢູ່ຄົນເຈັບຕິດເຊື້ອໄວຣັດ H7N9. ຕອນຄ່ຳຂອງວັນດຽວກັນ, ເຈົ້າໜ້າທີ່ນະຄອນຊຽງໄຮ່ ໄດ້ແຈ້ງໃຫ້ຊາບວ່າ ມີຄົນເຈັບຜູ້ໜຶ່ງເສຍຊີວິດຍ້ອນ ຕິດເຊື້ອໄວຣັດ H7N9, ອັນໄດ້ຍົກຍອດຈຳນວນຜູ້ເສຍຊີວິດຍ້ອນ ຕິດເຊື້ອໄວຣັດ H7N9 ຢູ່ຈີນ ຂຶ້ນເຖິງ 5 ຄົນແລ້ວ.