ກວາງນິງນຳໜ້າຕາຕະລາງຈັດອັນດັບດັດຊະນີປະຕິຮູບການບໍລິຫານປີ 2017

(VOVWORLD) -ຕອນເຊົ້າວັນທີ 02 ພຶດສະພາ, ຢູ່ຮ່າໂນ້ຍ, ຄະນະຊີ້ນຳກ່ຽວກັບການປະຕິຮູບການບໍລິຫານຂອງລັດຖະບານຫວຽດນາມ ໄດ້ຈັດຕັ້ງກອງປະຊຸມປະກາດດັດຊະນີປະຕິຮູບການບໍລິຫານປີ 2017 ຂອງບັນດາກະຊວງ, ອົງການ ທຽມເທົ່າກະຊວງ, ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນສັງກັດລັດຖະບານ ແລະ ດັດຊະນີຄວາມເພິ່ງພໍໃຈກ່ຽວກັບການບໍລິການຮັບໃຊ້ການບໍລິຫານປີ 2017.

ກວາງນິງນຳໜ້າຕາຕະລາງຈັດອັນດັບດັດຊະນີປະຕິຮູບການບໍລິຫານປີ 2017 - ảnh 1ກອງປະຊຸມປະກາດດັດຊະນີປະຕິຮູບການບໍລິຫານປີ 2017

(ພາບ: Le Son/VGP)

ຕາມໝາກຜົນການປະກາດແລ້ວ, ແຂວງກວາງນິງແມ່ນທ້ອງຖິ່ນນຳໜ້າຕາຕະລາງຈັດອັນດັບດັດຊະນີປະຕິຮູບການບໍລິຫານປີ 2017. ອັນດັບທີສອງແມ່ນນະຄອນຮ່າໂນ້ຍ ແລະ ແຂວງດົງນາຍຢືນອັນດັບທີ 03, ຖະໜັດມາແມ່ນແຂວງດາໜັງ ແລະ ຫາຍຟ່ອງ. ທ່ານ ຫງວຽນດຶກລອງ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປະຊາຊົນແຂວງກວາງນິງ, ແບ່ງປັນວ່າ:

        “ຫົວຂໍ້ປີ 2017 ຂອງແຂວງກວາງນິງ ແມ່ນ “ເພີ່ມທະວີລະບຽບວິໄນການບໍລິຫານ, ກໍ່ສ້າງວິຖີການດຳລົງຊີວິດທີ່ມີວັດທະນະທຳ ແລະ ສີວິໄລ”. ພວກຂ້າພະເຈົ້າປິຕິຊົມຊື່ນ ທີ່ແມ່ນຖັນແຖວລັດຖະກອນປະຕິບັດໃນລະບົບການເມືອງ, ແຕ່ຂັ້ນແຂວງຕະຫຼອດຮອດລັດຖະກອນຂັ້ນຕາແສງ, ເຂດພູດອຍ ແລະ ຊົນເຜົ່າ ລ້ວນແຕ່ເຮັດວຽກຕາມໂມງທີ່ໄດ້ກຳນົດ ແລະ ເພີ່ມທະວີການຕິດຕາມກວດກາແບບກະທັນຫັນຂອງແນວໂຮມປະເທດຊາດ, ບັນດາໝູ່ຄະນະ. ນີ້ແມ່ນໜຶ່ງໃນບັນດາຜົນສຳເລັດຂອງແຂວງກວາງນິງໃນປີ 2017”.

ຕອບກັບ

ຂ່າວ/ບົດ​ອື່ນ