ກວາງນິງ: ຕ້ອນຮັບ ກ່ຳປັ່ນ Costa Victoria ເຂົ້າທຽບທ່າຢູ່ຮ້າລອງໃນຈຸດເວລາທຳອິດຂອງປີໃໝ່
(ກ່ຳປັ່ນ Costa Victoria ເຂົ້າທຽບທ່າຢູ່ຮ້າລອງໃນຈຸດເວລາທຳອິດຂອງປີໃໝ່)
(vovworld) – ຕອນເຊົ້າວັນທີ 19/02 (ກົງກັບວັນທີ 1 ບຸນເຕັດ), ກ່ຳປັ່ນ 5 ດາວມີຊື່ວ່າ Costa Victoria ໄດ້ບັນທຸກນັກທ່ອງທ່ຽວ ແລະ ລູກເຮືອເຂົ້າທ່ຽບທ່າຢູ່ຮ້າລອງ, ກວາງນິງ ໃນຈຸດເວລາທຳອິດຂອງປີມະແມ 2015.
ນັກທ່ອງທ່ຽວຂອງກຳ່ປັ່ນ Costa Victoria ເຂົ້າທຽບທ່າກວາງນິງ ໃນຈຸດເວລາຕົ້ນປີໃໝ່ ສ່ວນຫຼາຍແມ່ນນັກທ່ອງທ່ຽວມາຈາກຈີນ, ຮົ່ງກົງ, ໄຕ້ຫວັນ (ຈີນ) ແລະ ບາງປະເທດເອີລົບ.
ຕາມແຜນການ, ນັກທ່ອງທ່ຽວຈະໄປຢ້ຽມຢາມເຂດມໍລະດົກ, ທິວທັດທຳມະຊາດມະຫັດສະຈັນໂລກອ່າວຮ້າລອງ, ຢ້ຽມຢາມ ແລະ ຄົ້ນຫານະຄອນຮ້າລອງ ກໍ່ຄືຊອກຮູ້ການດຳລົງຊີວິດຂອງປະຊາຊົນໃນໂອກາດບຸນເຕັດຂອງຊາວທ້ອງຖິ່ນ.