(VOVWORLD) - ມີກ່ວາ 100 ຄົນໄດ້ຖືວ່າເສຍຊີວິດແລ້ວ ເມື່ອທະຫານປະສົມໂດຍ ອາຣັບບິ ຊະອຸດິ ນຳໜ້າ ໄດ້ບຸກໂຈມຕີທາງອາກາດໃສ່ຄຸກແຫ່ງໜຶ່ງຢູ່ນະຄອນ Dhamar, ທາງທິດໃຕ້ນະຄອນຫລວງ Sanaa ຂອງ ເຢແມນ ແນໃສ່ຕ້ານຄືນພວກກະບົດ Houthi.
ກ່ວາ 100 ຄົນເສຍຊີວິດໃນເຫດບຸກໂຈມຕີທາງອາກາດໃສ່ຄຸກແຫ່ງໜຶ່ງຢູ່ ເຢແມນ ໂດຍທະຫານປະສົມ ອາຣັບບິ ຊະອຸດິ ນຳໜ້າ (ພາບ: AP) |
ປະຈຸບັນ, ຄະນະກຳມະການສະພາກາແດງສາກົນ (ICRC) ປະຈຳ ເຢແມນ ພວມມານະພະຍາຍາມຊອກຫາຜູ້ທີ່ຖືກທັບຖົມໃນຊາກຫັກພັງ. ກ່ອນໜ້ານັ້ນ, ວັນທີ 01 ກັນຍາ, ທະຫານປະສົມໂດຍ ອາຣັບບິ ຊະອຸດິ ນຳໜ້າປະກາດວ່າ ໄດ້ດຳເນີນການບຸກໂຈມຕີທາງອາກາດໃສ່ບັນດາເປົ້າໝາຍການທະຫານຂອງກຳລັງລຸກຮື້ຂຶ້ນ Houthi ຢູ່ທາງທິດໃຕ້ ເຢແມນ.
ວັນທີ 01 ກັນຍາ, ກະຊວງການຕ່າງປະເທດ ອີຣານ ໄດ້ຕຳໜິຕິຕຽນຢ່າງແຮງເຫດບຸກໂຈມຕີທາງອາກາດນອງເລືອດຂອງທະຫານປະສົມໂດຍ ອາຣັບບິ ຊະອຸດິ ປະຕິບັດແນໃສ່ຄຸກຢູ່ແຂວງ Dhamar ຂອງ ເຢແມນ ເຮັດໃຫ້ກ່ວາ 100 ຄົນເສຍຊີວິດ.