ລາຍການສະແດງສິລະປະໃນຂອບເຂດງານຕັ້ງຄ້າຍອາຊຽນ+1 |
(vovworld)- ວັນທີ 24/10, ຢູ່ນະຄອນຍ່າຈາງ, ໄດ້ໄຂງານຕັ້ງຄ້າຍອາຊຽນ+1 ດ້ວຍຫົວຂໍ້ “ ປະຊາຄົມດຽວ-ສີສັນດຽວ-ປະຊາຊາດດຽວ ” ຊຶ່ງມີການເຂົ້າຮ່ວມຂອງກວ່າ 300 ຄ້າຍນັກສຶກສາຫວຽດນາມ, ລາວ, ກຳປູເຈຍ ແລະ ຝະລັ່ງທີ່ພວມຮ່ຳຮຽນຢູ່ບັນດາມະຫາວິທະຍາໄລ, ວິທະຍາໄລຢູ່ແຂວງແຄ້ງຮ່ວາທາງພາກໃຕ້ຫວຽດນາມ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວຂ່ຳນັບຮັບຕ້ອນວັນສ້າງຕັ້ງປະຊາຄົມອາຊຽນ, ຊຶ່ງລວມມີບັນດາການເຄື່ອນໄຫວ: ເດີນຂະບວນ, ແນະນຳກ່ຽວກັບປະເທດຊາດ ແລະ ປະຊາຊົນຂອງປະເທດທີ່ເຂົ້າຮ່ວມງານຕັ້ງຄ້າຍ, ການພົບປະແລກປ່ຽນວັດທະນະທຳ, ສະແດງສິລະປະ, ແບ່ງປັນບົດຮຽນໃນການດຳລັງຊີວິດ ແລະ ການຮ່ຳຮຽນ….