ກວ່າ90ປະເທດມີຄຳໝັ້ນສັນຍາປະກອບນັບຕື້USDເພື່ອອະນຸລັກຮັກສາຊີວະພາບທະເລ
ພາບປະກອບ
|
(vovworld)- ພາຍຫລັງເຮັດວຽກມາເປັນເວລາ 2 ວັນ, ໃນຂອບເຂດກອງປະຊຸມສຸດຍອດ “ມະຫາສະມຸດຂອງພວກເຮົາ” ໂດຍອາເມລິກາ ຈັດຕັ້ງຂຶ້ນຢູ່ນະຄອນຫລວງ ວໍຊິງຕັນ. ກວ່າ 90 ປະເທດ ເຂົ້າຮ່ວມກອງປະຊຸມໄດ້ສະເຫນີ 136 ຂໍ້ລິເລີ່ມໃຫມ່ ແລະ ນຳເອົາເຂົ້າໃນແຜນການອະນຸລັກຮັກສາມະຫາສະມຸດໃນເນື້ອທີ່ 3,4 ຕາລາງແມັດ. ກ່າວຄຳເຫັນສະຫລຸບກອງປະຊຸມເມື່ອວັນທີ 16/9, ລັດຖະມົນຕີການຕ່າງປະເທດ ອາເມລິກາ John Kerry ໃຫ້ຮູ້ວ່າ: ຈຸດໝາຍຂອງກອງປະຊຸມສຸດຍອດຄັ້ງນີ້ ແມ່ນເພື່ອແນໃສ່ອະນຸລັກຮັກສາບັນດາລະບົບຊີວະພາບທະເລ, ສະກັດກັ້ນສະພາບມົນລະພິດ ແລະ ຮັບມືກັບບັນດາການກະທົບຈາກການປ່ຽນແປງຂອງດິນຟ້າອາກາດ. ກອງປະຊຸມໄດ້ມີຄຳໝັ້ນສັນຍາປະກອບ ກວ່າ 5,3 ຕື້ USD ເພື່ອບັນລຸບັນດາຈຸດໝາຍດັ່ງກ່າວໃຫ້ໄດ້. ອາເມລິກາ ແລະ 20 ປະເທດມີຄຳໝັ້ນສັນຍາສ້າງຕັ້ງ 40 ເຂດອະນຸລັກຮັກສາທະເລໃນທົ່ວໂລກ. ນີ້ແມ່ນເຂດຈຳກັດການຫາປາທາງການຄ້າ, ຂຸດຄົ້ນນ້ຳມັນອາຍແກສ ແລະ ບັນດາການເຄື່ອນໄຫວອື່ນທີ່ຜົນສະທ້ອນເຖິງລະບົບຊີວະພາບທະເລ.