ກໍ່ສ້າງນະຄອນດ່ານັ້ງໃຫ້ກາຍສູນກາງແລກປ່ຽນຄ້າຂາຍສາກົນ,ຈຸດນັດພົບທີ່ດູດດື່ມຂອງນັກລົງທຶນ
(ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ກ່າວຄຳເຫັນທີ່ພິທີ)
(vovworld) - ຕອນເຊົ້າວັນທີ 31/12, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງນະຄອນດ່ານັ້ງ, ຂຶ້ນກັບສູນກາງ (01/01/1997 – 01/01/2017). ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ, ພາຍຫຼັງ 20 ປີກາຍເປັນນະຄອນຂຶ້ນກັບສູນກາງ, ດ່ານັ້ງ ໄດ້ບືນຕົວຂຶ້ນບັນລຸລະດັບສູນໃໝ່, ມີບົດບາດທີ່ຕັ້ງ, ຜົນງານສູງ, ແມ່ນນະຄອນມີຄວາມດູດດື່ມບໍ່ພຽງແຕ່ສຳລັບນັກທ່ອງທ່ຽວຫວຽດນາມ ເທົ່ານັ້ນ, ຫາກຍັງທັງອາຊີ ແລະ ໂລກອີກດ້ວຍ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ.
“ກໍ່ສ້າງດ່ານັ້ງ ໃຫ້ກາຍເປັນນະຄອນຮັ່ງມີ, ສວຍງາມ, ສະຫງົບສຸກ, ສີວິໄລ, ທັນສະໄໝ, ມີຜະລິດຕະພັນທີ່ມີມູນຄ່າເພີ່ມຫຼາຍຢ່າງ, ເປັນສູນແລກປ່ຽນຄ້າຂາຍສາກົນ, ແມ່ນຈຸດນັດພົບທີ່ດູດດື່ມຂອງນັກລົງທຶນ, ທັກທ່ອງທ່ຽວ. ດ່ານັ້ງ ແມ່ນບ່ອນເຕົ້າໂຮມຂອງບັນດາຜູ້ເກັ່ງກ້າສາມາດ ແລະ ມີຫົວຄິດປະດິດສ້າງ, ເປັນນະຄອນເລີ່ມດຳເນີນອາຊີບ. ດ່ານັ້ງ ຕ້ອງແມ່ນນະຄອນນຳໜ້າດ້ານການເຕີບໂຕຂອງທົ່ວປະເທດ”.
ທ່ານນາຍົກລັດຖະມົນຕີ ໄດ້ອວຍພອນນະຄອນດ່ານັ້ງ ແລະ ແຂວງກວາງນາມ ໄດ້ເປັນກຽດຄັດເລືອກເປັນສະຖານທີ່ຈັດຕັ້ງເຫດການ APEC 2017. ນີ້ແມ່ນກາລະໂອກາດທີ່ໃຫຍ່ຫຼວງ ແລະ ສະພາບການໃໝ່ໃຫ້ແກ່ 2 ທ້ອງຖິ່ນ. ສະນັ້ນ, ການນຳນະຄອນຕ້ອງສົມທົບກັບບັນດາຂະແໜງການ, ສູນກາງ ແລະ ທ້ອງຖິ່ນຕ່າງໆຢ່າງແໜ້ນແຟ້ນເພື່ອຈັດຕັ້ງເຫດການສາກົນດັ່ງກ່າວສຳເລັດຜົນ.