ກໍ່ສ້າງພື້ນຖານຕຸລາການໃຫ້ປອດໄສ,ເຂັ້ມແຂງ,ຍຸຕິທຳ,ປົກປ້ອງຜົນປະໂຫຍດອັນຊອບທຳຂອງພົນລະເມືອງ
ທ່ານປະເທດປະເທດ ເຈືອງເຕີນຊາງ
(ກ່າວຄຳເຫັນທີ່ກອງປະຊຸມ)
(vovworld) – ຕອນເຊົ້າວັນທີ 13/10, ທ່ານປະເທດປະເທດ ເຈືອງເຕີນຊາງ, ຫົວໜ້າຄະນະຊີ້ນຳການປະຕິຮູບຕຸລາການສູນກາງ, ໄດ້ເຂົ້າຮ່ວມແລະ ເປັນປະທານວາລະປະຊຸມຄັ້ງທີ 23 ຂອງຄະນະຊີ້ນຳການປະຕິຮູບຕຸລາການສູນກາງ. ທີ່ກອງປະຊຸມ, ທ່ານປະທານປະເທດ ແລະ ບັນດາສະມາຊິກໃນຄະນະຊີ້ນຳການປະຕິຮູບຕຸລາການສູນກາງ ໄດ້ຮັບຟັງບົດລາຍງານ ແລະ ປຶກສາຫາລືບັນດາແຜນຮ່າງເພີ່ມທະວີວຽກງານປ້ອງກັນ, ຕ້ານການຫຍ້ໍທໍ້ໃນການເຄື່ອນໄຫວຕຸລາການ ແລະ ໜູນຊ່ວຍຕຸລາການ ໂດຍການນຳຕຳຫຼວດ, ກະຊວງຍຸຕິທຳລາຍງານ. ບັນດາສະມາຊິກໃນຄະນະໄດ້ປະກອບຄວາມເຫັນລະອຽດໃສ່ບັນດາເນື້ອໃນຂອງແຜນຮ່າງຄືລັກສະນະຮີບດ່ວນ, ຈຸດໝາຍ, ຂອບເຂດ; ສະພາບການຫຍ້ໍທໍ້ ແລະ ວຽກງານການປະຕິບັດ. ນີ້ແມ່ນບັນດາແຜນຮ່າງມີຄວາມສຳຄັນຍິ່ງ, ໂດຍສະເພາະແມ່ນໃນສະພາບສູນກາງພັກກອມມູນິດຫວຽດນາມ ສືບຕໍ່ສະແດງຄວາມຕັດສິນໃຈສະກັດກັ້ນ, ຍູ້ສະພາບສໍ້ລາດບັງຫຼວງໃຫ້ຖອຍຫຼັງ. ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານປະທານປະເທດ ເຈືອງເຕີນຊາງ ຖືວ່າ, ເລື່ອງສ້າງຕັ້ງບັນດາແຜນຮ່າງປ້ອງກັນ, ຕ້ານການຫຍໍ້ທໍ້ ໃນບັນດາການເຄື່ອນໄຫວຕຸລາການ, ໜູນຊ່ວຍຕຸລາການມີຄວາມໝາຍສຳຄັນຍິ່ງ. ກ່ຽວກັບການຈັດຕັ້ງປະຕິບັດ, ປະທານປະເທດເນັ້ນໜັກເຖິງຄວາມຮຽກຮ້ອງປະຕິບັດວຽກງານຕິດຕາມກວດກາລະຫວ່າງຂະແໜງໃນລະບົບຕຸລາການໃຫ້ສຳເລັດ, ພ້ອມທັງເພີ່ມທະວີການຕິດຕາມກວດກາຂອງສັງຄົມ ດ້ວຍບັນດາກົນໄກທີ່ມີຢູ່ແລ້ວຄືແນວໂຮມປະເທດຊາດ, ສະພາແຫ່ງຊາດ, ສະພາປະຊາຊົນ.