ກໍ່ສ້າງຫຼັກໝາຍ30ແລະ275ຂີດໝາຍໄລຍະສຳຄັນໃນວຽກງານຂີດເສັ້ນຊາຍແດນປັກຫຼັກໝາຍຊາຍແດນຫວຽດນາມ-ກຳປູເຈຍ

ກໍ່ສ້າງຫຼັກໝາຍ30ແລະ275ຂີດໝາຍໄລຍະສຳຄັນໃນວຽກງານຂີດເສັ້ນຊາຍແດນປັກຫຼັກໝາຍຊາຍແດນຫວຽດນາມ-ກຳປູເຈຍ - ảnh 1
(​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລ​ຫາຍ​ບິ່ງ)

(vovworld) - ​ໃນ​ການ​ປະຊຸມ​ຂ່າວ​ນັດ​ສາມັນ​ຂອງກະ​ຊວງ​ການ​ຕ່າງປະ​ເທດ​ໃນ​ວັນ​ທີ 26/11, ຢູ່​ຮ່າ​ໂນ້ຍ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລ​ຫາຍ​ບິ່ງ ​ໄດ້​ໃຫ້​ຂ່າວ​ລະອຽດ​ກ່ຽວ​ກັບ​ເລື່ອງ​ຫວຽດນາມ ​ແລະ ກຳປູ​ເຈຍ ລົງມື​ ກໍ່ສ້າງ​ຫຼັກ​ໝາຍ 30​ ແລະ 275​ ​ໃນ​ເຂດ​ຊາຍ​ແດນ​ລະຫວ່າງ​ສອງ​ປະ​ເທດ. ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລ​ຫາຍ​ບິ່ງ​ໃຫ້​ຮູ້​ວ່າ:

        “ວັນ​ທີ 20/11/2015 ສອງ​ຝ່າຍ​ໄດ້​ລົງມື​ກໍ່ສ້າງ 3 ກິດຈະກຳ​ແມ່ນ ຫຼັກ​ໝາຍ 30​ ແລະ 275  ກໍ່​ຄື​ເສັ້ນທາງ​ຍາວ 450 ​ແມັດ. ​ເລື່ອງ​ກໍ່ສ້າງ 2 ຫຼັກ​ໝາຍ​ນີ້​ເປັນຂີດ​ໝາຍ​ໄລຍະ​ສຳຄັນ​ໃນ​ວຽກ​ງານ​ຂີດ​ເສັ້ນ​ຊາຍ​ແດນ​, ປັກ​ຫຼັກ​ໝາຍ​ຊາຍ​ແດນ, ມຸ່ງ​ໄປ​ເຖິງ​ການ​ກໍ່ສ້າງ​ເສັ້ນ​ຊາຍ​ແດນ​ສັນຕິພາບ, ມິດຕະພາບ ​ແລະ ​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ-ກຳປູ​ເຈຍ “.

        ກ່ຽວ​ຂ້ອງ​ເຖິງ​ເລື່ອງ​ວັນ​ທີ 18/11 ຜ່ານ​ມາ, ອາ​ເມ​ລິ​ກາ​ໄດ້​ດຳ​ເນີນ​ການ​ສືບສວນ​ຕ້ານການ​ຂາຍ​ບຸບ​ລາຄາ​ເຫຼັກ​ກ້າ​ສຳລັບ 5 ປະ​ເທດ, ​ໃນ​ນັ້ນ​ມີ​ຫວຽດນາມ, ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລ​ຫາຍ​ບິ່ງ​ ຊີ້​ແຈ້ງວ່າ:

        “ພວກ​ຂ້າພະ​ເຈົ້າ​ຂໍ​ຢືນຢັນ​ວ່າ, ບັນດາ​ບໍລິສັດ​ຂອງ​ຫວຽດນາມ ​ເຄື່ອນ​ໄຫວຜະລິດ​ດຳ​ເນີນທຸລະ​ກິດ​ຕາມ​ກົນ​ໄກ​ການ​ຕະຫຼາດ, ບໍ່​ໄດ້​ຮັບ​ການ​ອຸດ​ໜູນ​ຈາກ​ລັດຖະບານ​ຫວຽດນາມ ​ແລະ ບໍ່​ຂາຍ​ບຸບ​ລາຄາ​ເຫຼັກ​ກ້າ​ເຂົ້າ​ຕະຫຼາດ​ອາ​ເມ​ລິ​ກາ. ​ເລື່ອງ​ກະຊວງ​ການ​ຄ້າ​ອາ​ເມ​ລິ​ກາ​ຕົກລົງ​ດຳ​ເນີນ​ການ​ສື​ບສວນຕ້ານ​ຂາຍ​ບຸບ​ລາຄາ​ສຳລັບ​ສິນຄ້າ​ປະ​ເພດ​ນີ້​ແມ່ນ​ບໍ່​ມີ​ພື້ນຖານ“.

        ກ່ຽວ​ກັບ​ປະຕິກິລິຍາ​ຂອງ​ຫວຽດນາມ​ສຳລັບ​ການ​ອະພິ​ປາຍ​ທີ່​ພວມ​ດຳ​ເນີນ​ຢູ່​ສານ​ກຳມະການ​ປະຈຳ​ຂອງ​ສະຫະ​ປະຊາ​ຊາດ ກ່ຽວ​ກັບ​ເລື່ອງ​ຟິລິບ​ປິນຮ້ອງ​ຟ້ອງ​ຈີນ​ທີ່​ກ່ຽວຂ້ອງ​ເຖິງ​ທະ​ເລ​ຕາ​ເວັນ​ອອກ, ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລ​ຫາຍ​ບິ່ງ​ ​ເນັ້ນໜັກວ່າ:

        “​ໂດຍ​ແມ່ນ​ປະ​ເທດ​ທີ່​ກ່ຽວຂ້ອງ​​ໂດຍ​ກົງ​ເຖິງ​ການ​ຂັດ​ແຍ້​ງ​ໃນ​ທະ​ເລ​ຕາ​ເວັນ​ອອກ, ຫຼັກ​ໝັ້ນ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຫວຽດນາມ ​ແມ່ນ​ປະຕິບັດ ​ແລະ ສະໜັບສະໜູນ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ດ້ວຍ​ສັນຕິ​ວິທີ, ​ເໝາະ​ສົມ​ກັບ​ກົດໝາຍສາກົນ, ​ໃນ​ນັ້ນ​ມີ​ສົນທິສັນຍາ ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982“

ຂ່າວ/ບົດ​ອື່ນ