ກອງ​ທຶນ​​ສາກົນ ກ່ຽວກັບ​ການປົກ​ປັກ​ຮັກສາ​ທໍາ​ມະ​ຊາດ ພາກ​ພື້ນ ອາຊີ - ປາ​ຊີ​ຟິກ ​ໄດ້​ຮຽກຮ້ອງ​ໃຫ້​ຢຸດຕິ​ການ​ຄ້າຂາຍ ​ແລະ ບໍລິ​ໂພ​ກສັດປ່າ

(VOVWORLD) -ຊີ້ນສັດປ່າ ອາດຈະຊ້ອນແຝງເຊື້ອໄວຣັດກໍ່ໃຫ້ເກີດໂລກພະຍາດອັນຕະລາຍ ເຊິ່ງລະບົບພູມຕ້ານທານຂອງຄົນເຮົາບໍ່ສາມາດຕ້ານທານໄດ້.

        ວັນທີ 2 ມີນາ, ກອງທຶນສາກົນກ່ຽວກັບການປົກປັກຮັກສາທໍາມະຊາດ (WWF) ພາກພື້ນ ອາຊີ - ປາຊີຟິກ ໄດ້ຮຽກຮ້ອງໃຫ້ຢຸດຕິການຄ້າຂາຍ ແລະ ບໍລິໂພກສັດປ່າໃນທົ່ວພາກພື້ນ. ຕາມທ່ານປະລິນຍາເອກ ວັນງອັກທິ້ງ, ຜູ້ອໍານວຍການກອງທຶນປົກປັກຮັກສາທໍາມະຊາດແຫ່ງຊາດຫວຽດນາມແລ້ວ, ປັດຈຸບັນ ບັນດາຫ້ອງການ WWF ອາຊີ - ປາຊີຟິກ ໄດ້ຮຽກຮ້ອງໃຫ້ລັດຖະບານບັນດາປະເທດ ອາຊີຕາເວັນອອກ ແລະ ອາຊີຕາເວັນອອກສ່ຽງໃຕ້ ທີ່ຕິດກັບ ຈີນ ປະກາດໃຊ້ຄໍາສັ່ງກ່ຽວກັບການຫ້າມບໍລິໂພກແລະ ຄ້າຂາຍສັດປ່າແບບຖາວອນ. ຊີ້ນສັດປ່າ ອາດຈະຊ້ອນແຝງເຊື້ອໄວຣັດກໍ່ໃຫ້ເກີດໂລກພະຍາດອັນຕະລາຍ ເຊິ່ງລະບົບພູມຕ້ານທານຂອງຄົນເຮົາບໍ່ສາມາດຕ້ານທານໄດ້.

        ທ່ານກໍເນັ້ນໜັກວ່າ: ຫວຽດນາມ ຕ້ອງມີບັນດາການກະທໍາທີ່ຂ້ຽວຂາດຄ້າຍຄືກັນ ເພື່ອຢຸດຕິບັນດາການກະທໍາຄ້າຂາຍສັດປ່າຢ່າງຜິດກົດໝາຍ, ພ້ອມທັງຫ້າມບໍລິໂພກສັດປ່າແບບຖາວອນ, ລວມທັງການຫ້າມຈໍາໜ່າຍຊີ້ນສັດປ່າ ແລະ ນໍາໃຊ້ບັນດາພາກສ່ວນຕ່າງໆຂອງສັດປ່າເພື່ອປຸງແຕ່ງເປັນຢາ. ສຸຂະພາບຂອງປະຊາຊົນ, ສະຖຽນລະພາບຂອງພື້ນຖານເສດຖະກິດ, ລະດັບຄວາມໄວ້ວາງໃຈແຫ່ງຊາດ ແລະ ການຮັບປະກັນຊີວິດສັງຄົມ ຕ້ອງຢູ່ເໜືອກວ່າສິ່ງໃດໝົດ.


ຕອບກັບ

ຂ່າວ/ບົດ​ອື່ນ