(ພາບ: baohomnay.com)
(vovworld)- ທ່ານ Tia Banh ຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີກະຊວງປ້ອງກັນປະເທດກຳປູເຈຍ ປະກາດວ່າ, ກຳລັງປະກອບອາວຸດພະບໍລົມວົງສານຸວົງພ້ອມແລ້ວທີ່ຈະປົກປ້ອງລັດຖະທຳມະນູນຂອງລາຊະອານາຈັກຖ້າຫາກວ່າຝ່າຍຄ້ານຈັດການແຫ່ຂະບວນປະທ້ວງຄັ້ງຕ່າງໆຢ່າງຜິດກົດໝາຍ. ກ່າວຄຳເຫັນຢູ່ພະນົມເປັນ ເມື່ອວັນທີ 23/9, ທ່ານ Tia Banh ຢຶນຢັນວ່າ: ການແຫ່ຂະບວນປະທ້ວງຄັ້ງຕ່າງໆຕ້ອງຖືກຈັດຂຶ້ນໃນຂອບເຂດກົດໝາຍ. ທ່ານ Tia Banh ຍົກອອກຄຳປະກາດດັ່ງກ່າວພາຍຫຼັງທີ່ທ່ານ Sam Rainsy ປະທານພັກ CNRP ທັງເປັນຫົວໜ້າຝ່າຍຄ້ານ ຢືນຢັນວ່າ: ຝ່າຍຄ້ານຈະຈັດການແຫ່ຂະບວນປະທ້ວງໃນທົ່ວປະເທດເພື່ອຄັດຄ້ານອຳນາດການປົກຄອງໃໝ່ເປັນເວລາ 1 ວັນ. ເຖິງຢ່າງໃດກໍ່ຕາມ, ພາຍຫຼັງການປະຊຸມບັນດາເຈົ້າໜ້າທີ່ຂັ້ນສູງຂອງ CNRP ເມື່ອວັນທີ 26/9, ທ່ານ Sam Rainsy ໄດ້ເວົ້າວ່າ: ພັກຂອງທ່ານຈະຊອກຫາວິທີເຊື່ອມຕໍ່ການເຈລະຈາຕ່າງໆກັບພັກ ປຊຊ ກຳປູເຈຍ (CPP) ກຳອຳນາດ, ບາງເທື່ອ CNRP ກໍ່ຈະເຂົ້າຮ່ວມສະພາແຫ່ງຊາດຊຸດທີ 5.