(vovworld) - ວັນທີ 03/04, ກອງທັບຊີຣີ ຍາດສິດຄວບຄຸມນະຄອນຍຸດທະສາດ Qaryatain, ຂຶ້ນກັບແຂວງທາງພາກກາງ Homs, ຈາກກຳມືຂອງອົງການ “ລັດອິດສະລາມ” (IS) ອ້າງຊື່ເອງ ຄືນໃໝ່. ບັນດາກຳລັງປະກອບອາວຸດຊີຣີ ດ້ວຍການໜູນຊ່ວຍຂອງເຮືອບິນສູ້ຮົບລັດເຊຍ ໄດ້ດຳເນີນການບຸກໂຈມຕີຈາກຫຼາຍທິດ ໃສ່ນະຄອນ Qaryatain, ພາຍຫຼັງພຽງ 1 ວັນກອງທັບຊີຣີ ໄດ້ທຳລາຍກຳລັງປ້ອງກັນຂອງ IS ຢູ່ທິດຕາເວັນຕົກ Qaryatain, ຢູ່ໃກ້ກັບນະຄອນເກົ່າ Palmyra. Qaryatain ແມ່ນສະຖານທີ່ສຸດທ້າຍຂອງ IS ຢູ່ໃກ້ກັບເຂດພູ Qaryatain ແລະ ຕິດກັບເຂດຊາຍແດນ Lebanon. ເລື່ອງຍາດໄດ້ສິດຄວບຄຸມ Palmyra ຄືນໃໝ່ ແມ່ນໄຊຊະນະສຳຄັນຂອງກອງທັບຊີຣີ ແລະ ໄດ້ຮັບຖືວ່າແມ່ນສັນຍາລັກຊີ້ໃຫ້ເຫັນການລົ້ມລະລາຍຂອງ IS ຢູ່ຊີຣີ.