ກອງທັບຊີຣີຢຸດຕິທຸກການເຄື່ອນໄຫວດ້ານການທະຫານໃນ7ວັນ

ກອງທັບຊີຣີຢຸດຕິທຸກການເຄື່ອນໄຫວດ້ານການທະຫານໃນ7ວັນ - ảnh 1
(ພາບປະກອບ / TTXVN)

(vovworld) – ​ ຕອນ​ຄ່ຳ​ວັນ​ທີ 12/09, ກອງທັບ ຊີຣີ ​ແຈ້ງ​ໃຫ້​ຮູ້​ວ່າ: ​ໄດ້ຢຸດ​ຕິ​​ການ​ເຄື່ອນ​ໄຫວ​ດ້ານການ​ທະຫານ​ທັງ​ໝົດໃນ 7 ວັນ, ພາຍຫລັງ​ຄຳ​ສັ່ງຢຸດ​ຍິງ​ປະຫວັດສາດ​ຢູ່​ປະ​ເທດ​ນີ້​​ເລີ່ມຕົ້ນ ​ໂດຍ ອາ​ເມ​ລິ​ກາ ​ແລະ ລັດ​ເຊຍ ​ເປັນ​ຄົນ​ກາງ​ໄກ່​ເກ່ຍ​ເລີ່​ມມີ​ຜົນ​ສັກສິດ​ພຽງ 2 – 3 ນາທີ. ​ໃນ​ຖະ​ແຫຼງການທີ່​ຖ່າຍ​ທອດ​ທາງ​ໂທລະພາບ​ແຫ່ງ​ຊາດ, ກອງທັບ ຊີຣີ ​ໃຫ້​ຮູ້​ວ່າ: ວິວັດ​ການ​ຢຸດຕິ​ບັນດາ​ການ​ເຄື່ອນ​ໄຫວ​ດ້ານການ​ທະຫານ​ຈະ​ເລີ່ມຕົ້ນ​ໃນ​ເວລາ 19 ​ໂມງ (ຕາ​ມເວລາ​ທ້ອງ​ຖິ່ນ) ​ແລະ ​ແກ່ຍາວ​ຮອດ​ກາງຄືນ​ວັນ​ທີ 18/09 (ຕາມ​ເວລາ​ທ້ອງ​ຖິ່ນ) “​ໃນ​ທົ່ວ​ປະ​ເທດ ຊີຣີ”. ​ເຖິງ​ຢ່າງ​ໃດ​ກໍ່ຕາມ ຕາມ​ໜັງສືພິມ “The New York Times” ​ແລ້ວ, ມີ​​​ຂ່າວ​ໃຫ້​ຮູ້​ວ່າ ນັບ​ແຕ່​ເມື່ອ​ມີ​ຜົນ​ສັກສິດ​ຍັງ​ບໍ່​ທັນ​ຄົບ 1 ຊົ່ວ​ໂມງ ຄຳ​ສັ່ງ​ຢຸດ​ຍິງ​​ໄດ້ຖື​ກລະ​ເມີ​ດ ຢູ່​ແຂວງ Daraa ຢູ່​ພາກ​ໃຕ້, ກຸ່ມ​ລຸກ​ຮື້​ຂຶ້ນ​ກຸ່ມ​ໜຶ່ງ​​ໄດ້ອອກ​ຖະ​ແຫຼງການ​​ໂດຍ​ໃຫ້​ຮູ້ວ່າ ​ເຂົາ​ເຈົ້າ​ໄ​ດ້ຂ້າພົນທະຫານ​ລັດຖະບານຕາຍ 4 ຄົນ.


ຂ່າວ/ບົດ​ອື່ນ