ຂະບວນລົດການທະຫານຂອງກອງທັບ ຢູແກຼນ ຢູ່ໃກ້ກັບ Artemivsk, ເຂດ Donetsk ໃນວັນທີ 22/2.
(ພາບ: AFP/TTXVN)
|
(vovworld) – ວັນທີ 26/2, ກົມເສນາທິການໃຫຍ່ບັນດາກຳລັງປະກອບອາວຸດ ຢູແກຼນ ຖະແຫຼງ ກີແອບ ເລີ່ມຖອນອາວຸດໜັກອອກຈາກເຂດຊາຍແດນຢູ່ເຂດເກີດສົງຄາມຕາມຂໍ້ຕົກລົງ Minsk ເຊັນວັນທີ 12/2. ຖະແຫຼງການໃຫ້ຮູ້ວ່າ: ກອງທັບເລີ່ມຖອນອາວຸດຫຼາຍປະເພດອອກຈາກເຂດນີ້, ເລື່ອງຖອນອາວຸດນີ້ໄດ້ປະຕິບັດພາຍໃຕ້ການຕິດຕາມກວດກາຂອງອົງການປ້ອງກັນຄວາມສະຫງົບ ແລະ ຮ່ວມມື ເອີລົບ (OSCE). ເຖິງຢ່າງໃດກໍ່ຕາມ, ກົມເສນາທິການໃຫຍ່ ເນັ້ນໜັກວ່າ: ໃນກໍລະນີເກີດການບຸກໂຈມຕີ, ການຖອນອາວຸດຈະໄດ້ຮັບການປັບປຸງຄືນໃໝ່ເພື່ອຮັບປະກັນຄວາມສາມາດກຽມພ້ອມປົກປັກຮັກສາປະເທດຊາດຂອງກອງທັບ. ກ່ອນໜ້ານັ້ນ, ສ. ປະຊາຊົນ ໂດຍຂະໜານນາມເອງ Donetsk ແລະ Lugansk ກໍ່ໄດ້ອອກຖະແຫຼງການຮ່ວມໃຫ້ຮູ້ວ່າ: ໄດ້ຖອນ 400 ກົມກອງອາວຸດຍຸດທະພັນໜັກແລ້ວ.
ແລະກໍ່ໃນວັນດຽວກັນ, ສະພາປ້ອງກັນຄວາມສະຫງົບແຫ່ງຊາດ ແລະ ປ້ອງກັນປະເທດ ຢູແກຼນ ໃຫ້ຮູ້ວ່າ: ບໍ່ເກີດມີສຽງປືນຢູ່ Donbass ໃນ 24 ຊົ່ວໂມງຜ່ານມາ.