ກອງທັບຢູແກຼນຮຽກຮ້ອງໃຫ້ກຳລັງທວງເອົາຫັນເປັນສະຫະພັນຍອມຈຳນົນ

ກອງທັບຢູແກຼນຮຽກຮ້ອງໃຫ້ກຳລັງທວງເອົາຫັນເປັນສະຫະພັນຍອມຈຳນົນ - ảnh 1
ຢູ່ Donetsk, ເຮືອນຫຼາຍຫຼັງບໍ່ມີໄຟຟ້າ ແລະ ນ້ຳສະອາດຍ້ອນການບຸກໂຈມຕີຂອງ ປືນໃຫຍ່
(ພາບ: AP)

(vovworld) – ​​ ວັນທີ 10/8, ໂຄສົກກອງທັບ ຢູແກຼນ ທ່ານ Andriy Lysenko ໄດ້ປະຕິເສດຄຳຮຽກຮ້ອງຢຸດຍິງ ຂອງຫົວໜ້າກຳລັງທວງເອົາຫັນເປັນສະຫະພັນຢູ່ພາກຕາເວັນອອກປະເທດນີ້, ພ້ອມທັງເນັ້ນໜັກວ່າ: ສິ່ງດັ່ງກ່າວ ພຽງແຕ່ເກີດຂຶ້ນເມື່ອ ກຳລັງດັ່ງກ່າວອອກຍອມຈຳນົນ. ຖະແຫຼງການດັ່ງກ່າວໄດ້ຍົກອອກມາໃນສະພາບການ ໃນວັນ ດຽວກັນ, ກອງທັບ ຢູແກຼນ ເພີ່ມທະວີການປິດລ້ອມຢູ່ອ້ອມແອ້ມເຂດ Donetsk, ເຊິ່ງແມ່ນກຳແພງຂອງກຳລັງມີແຜນນະໂຍບາຍຫັນເປັນສະຫະພັນ. ກ່ອນໜ້ານັ້ນ, ວັນທີ 9/8, ທ່ານ Alexander Sachartschenko, ຜູ້ນຳໜ້າອຳນາດການປົກຄອງ ສາທາລະນະລັດ ປະຊາຊົນ Donetsk ໂດຍຂະໜານນາມເອງ ໄດ້ກ່າວເຕືອນບັນດາ ມືປືນທ້ອງຖີ່ນກຽມພ້ອມປົກປັກຮັກສານະຄອນນີ້ຖ້າຫາກຖືກທະຫານລັດຖະບານ ຢູແກຼນ ບຸກໂຈມຕີ.



ຂ່າວ/ບົດ​ອື່ນ