ກອງທັບ ອີຣັກ (ພາບ: manartv)
(vovworld) - ວັນທີ 27/12, ໂຄສົກກອງທັບອີຣັກ Sabah Al Numani ແຈ້ງໃຫ້ຮູ້ວ່າ, ກຳລັງທະຫານຂອງປະເທດນີ້ຍາດໄດ້ສິດຄວບຄູມສຳນັກງານອຳນາດການປົກຄອງຢູ່ໃຈກາງນະຄອນ ຣາມາດີ, ເຊິ່ງແມ່ນຖານທີ່ໝັ້ນສຸດທ້າຍຂອງອົງການກໍ່ການຮ້າຍລັດອິດສະລາມ (IS) ອ້າງຊື່ເອງ ຢູ່ນະຄອນທິດຕາເວັນຕົກ ອີຣັກ. ທ່ານ Sabah Al Numani ຖະແຫຼງວ່າເລື່ອງຄຸ້ມຄອງສຳນັກງານນີ້ສະແດງໃຫ້ເຫັນວ່າ IS ຖືກປະລາໄຊ ຢູ່ຣາມາດີ. ເລື່ອງຢືດຄອງສິດຄວບຄູມ ຣາມາດີ, ເຊິ່ງແມ່ນນະຄອນຖືກຕົກຢູ່ໃນກຳມືຂອງ IS ເມື່ອເດືອນ 5/2015, ແມ່ນໜຶ່ງໃນບັນດາໄຊຊະນະສຳຄັນກວ່າໝູ່ຂອງກອງທັບອີຣັກ, ນັບແຕ່ IS ຢືດຄອງ 1/3 ຜືນແຜ່ນດິນຂອງປະເທດນີ້ເມື່ອປີ 2014.