ກອງທັບເຮືອສ.ເກົາຫຼີ,ອາເມລິກາຊ້ອມຮົບຍິງລູກປືນແທ້
(ພາບປະກອບ: YONHAP/ TTXVN)
(vovworld) - ວັນທີ 25/04, ສ.ເກົາຫຼີ ແລະ ອາເມລິກາ ໄດ້ດຳເນີນການຊ້ອມຮົບຮ່ວມຍິງລູກປືນແທ້ຢູ່ທະເລເຫຼືອງ, ການກະທຳດັ່ງກ່າວເພື່ອແນໃສ່ສະແດງໃຫ້ເຫັນການພົວພັນສຳພັນທະມິດຢ່າງແໜ້ນແຟ້ນລະຫວ່າງ 2 ປະເທດ ຕ້ານຄືນສປປ.ເກົາຫຼີ. ການຊ້ອມຮົບໄດ້ມີການເຂົ້າຮ່ວມຂອງກ່ຳປັ່ນຂັບໄລ່ Wanggeon 4.400 ໂຕນ ແລະ ກ່ຳປັ່ນຂັບໄລ່ບັນຈຸລູກສອນໄຟນຳວິຖີ USS E.Meyer ຂອງກອງທັບອາເມລິກາ. 2 ຝ່າຍໄດ້ປະຕິບັດບັນດາການເຄື່ອນໄຫວຍຸດທະວິທີປະສົມ ແລະ ຍິງລູກປືນແທ້. ນອກນັ້ນ, ສ.ເກົາຫຼີ ແລະ ອາເມລິກາ ກໍ່ສ້າງແຜນການດຳເນີນການຊ້ອມຮົບທະຫານເຮືອຮ່ວມທີ່ມີຂອບຂະໜາດໃຫຍ່ “ຄາດວ່າໃນທ້າຍເດືອນ 04” ຢູ່ທະເລຍີ່ປຸ່ນ.