(ພາບປະກອບ: Yonhap/TTXVN)
(vovworld) - ວັນທີ 15/5, ກອງທັບເຮືອ ສເກົາຫຼີ ແລະ ກຳລັງປົກປັກຮັກສາຝັ່ງທະເລຂອງປະເທດນີ້ໄດ້ດຳເນີນການຊ້ອມຮົບທີ 2 ຢ່າງຕໍ່ເນື່ອງຢູ່ເຂດໝູ່ເກາະທີ່ພວມຂັດແຍ້ງກັນກັບຍີ່ປຸ່ນໃນທະເລຮວາຕຸງ, ເຊິ່ງ ສເກົາຫຼີ ເອີ້ນວ່າ Dokdo ສ່ວນຍີ່ປຸ່ນ ເອີ້ນວ່າ Takeshima. ເຂົ້າຮ່ວມການຊ້ອມຮົບ ມີກຳ່ປັ່ນຂັບໄລ່, ເຮືອບິນເອລີກອບແຕ, ເຮືອບິນຮູ້ຮົບ. ຝ່າຍ ສເກົາຫຼີ ໃຫ້ຮູ້ວ່າ, ການຊ້ອມຮົບເພື່ອແນໃສ່ສະກັດກັ້ນທຸກການບຸກໂຈມຕີຮຸກຮານຈາກທະເລ ແລະ ທາງອາກາດ.
ປະຕິກິລິຍາຕໍ່ການກະທຳດັ່ງກ່າວ, ສະຖານທູດຍີ່ປຸ່ນ ປະຈຳ ສເກົາຫຼີ ໄດ້້ສົ່ງສານຄັດຄ້ານເຖິງກະຊວງການຕ່າງປະເທ ສເກົາຫຼີ ໃນຕອນຄຳຂອງວັນດຽວກັນ, ໃນນັ້ນເນັ້ນໜັກວ່າ ຝ່າຍຍີ່ປຸ່ນ ຮູ້ສຶກເສຍດາຍຕໍ່ການກະທຳຂອງ ສເກົາຫຼີ ແລະ ອີກເທື່ອໜຶ່ງກໍ່ຢືນຢັນອະທິປະໄຕຂອງຕົນທີ່ມີຕໍ່ໝູ່ເກາະດັ່ງກ່າວ.