ກ່ຳປັ່ນ RSS ENDURANCE ຂອງກອງທັບເຮືອ ສ. ສິງກະໂປ
(ພາບ: Hồng Pha/TTXVN)
|
(vovworld) – ໂດຍໄດ້ຮັບຄວາມເຫັນດີເຫັນພ້ອມຂອງກະຊວງປ້ອງກັນປະເທດ ຫວຽດນາມ, ແຕ່ວັນທີ 17 – 21/2, ກ່ຳປັ່ນ RSS ENDURANCE ຂອງກອງທັບເຮືອ ສ. ສິງກະໂປ ພ້ອມກັບລູກເຮືອ 180 ຄົນໂດຍພັນຕີ Lee Kwok So ບັນຊາໄດ້ເຂົ້າທຽບທ່າກ່ຳປັ່ນສາກົນ ກາມແຣງ (ແຂວງ ແຄ໋ງຮ່ວາ) ໃນຂອບເຂດການຢ້ຽມຢາມ ຫວຽດນາມ. ການຢ້ຽມຢາມແມ່ນໜຶ່ງໃນບັນດາການເຄື່ອນໄຫວລະອຽດ ເພື່ອຜັນຂະຫຍາຍບັນດາເນື້ອໃນຂໍ້ຕົກລົງລະຫວ່າງການນຳຂັ້ນສູງກະຊວງປ້ອງກັນປະເທດ 2 ປະເທດໃນໄລຍະຜ່ານມາ, ຜ່ານນັ້ນ, ປະກອບສ່ວນເພີ່ມທະວີການຮ່ວມມືລະຫວ່າງກອງທັບ 2 ປະເທດເວົ້າລວມ, ກຳລັງກອງທັບເຮືອ 2 ປະເທດເວົ້າສະເພາະ ໃຫ້ນັບມື້ນັບກ້າວເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ. ໃນໄລຍະຢູ່ຢ້ຽມຢາມ ຫວຽດນາມ, ພັນຕີ Lee Kwok So ໄດ້ເຂົ້າຢ້ຽມຂ່ຳນັບການນຳຄະນະກຳມະການປະຊາຊົນແຂວງ ແຄ໋ງຮ່ວາ ແລະ ກອງບັນຊາການທະຫານເຮືອເຂດ 4. 2 ຝ່າຍຈະຈັດຕັ້ງການຢ້ຽມຢາມກ່ຳປັ່ນຂອງກັນ, ແຂ່ງຂັນກິລາກັບພະນັກງານ, ທະຫານເຮືອເຂດ 4 ແລະ ຢ້ຽມຢາມປູຊະນີຍະສະຖານຂອງທ້ອງຖິ່ນບາງແຫ່ງ.