ກອງທັບເຮືອ ໄທ ຢືນຢັນບໍ່ກ່ຽວຂ້ອງເຖີງບັນດາເຫດວາງລະເບີດທີ່ ບາງກອກ
(ພາບປະກອບ: AP)
(vovworld) - ວັນທີ 20/1, ກຳລັງສະເພາະກິດກອງທັບເຮືອ ໄທ ເດັດດຽວປະຕິເສດບັນດາຄຳກ່າວຫາວ່າພະນັກງານຈຳນວນໜຶ່ງຂອງກຳລັງດັ່ງກ່າວມີສ່ວນກ່ຽວຂ້ອງເຖີງການວາງລະເບີດຊຶ່ງເຮັດໃຫ້ 28 ຄົນຖືກບາດເຈັບໃນວັນທີ 19/1 ທີ່ໃຈກາງນະຄອນຫຼວງ ບາງກອກ - ສະຖານທີ່ເຕົ້າໂຮມຂອງຜູ້ແຫ່ຂະບວນປະທ້ວງ. ຜູ້ບັນຊາກອງບັນຊາການການຮົບພິເສດກອງທັບເຮືອ ໄທ, ພົນຈັດຕະວາ ວິໄລ ກລ່ວມອິນ ໄດ້ປະຕິເສດບັນດາຄຳກ່າວຫາວ່າມີນາຍທະຫານສັງກັດກຳລັງສະເພາະກິດຂອງກອງທັບເຮືອ ໄທ ມີສ່ວນກ່ຽວຂ້ອງເຖີງບັນດາການໃຊ້ຄວາມຮຸນແຮງພາຍຫຼັງເຫດລະເບີດແຕກໃນວັນທີ 17/1 ຊຶ່ງເຮັດໃຫ້ 1 ຄົນເສຍຊີວິດ ແລະ 39 ຄົນຖືກບາດເຈັບທີ່ເຂດ ປະທຸມວັນ.
ຕໍ່ໜ້າບັນດາການຜັນແປທີ່ສັບສົນພາຍໃນປະເທດ, ກອງທັບ ໄທ ໄດ້ຮຽກຮ້ອງລັດຖະບານຂອງນາຍົກລັດຖະມົນຕີຊົ່ວຄາວ ຍິ່ງລັກ ຊິນນະວັດ ແລະ ຜູ້ແຫ່ຂະບວນປະທ້ວງພ້ອມກັນເຈລະຈາເພື່ອຊອກຫາວິທີແກ້ໄຂໃຫ້ແກ່ປະເທດຊາດ. ຜູ້ບັນຊາການສູງສຸດກອງທັບ ໄທ ທ່ານ ທະນາສັກ ປະຕີມາປຣາກອນ ຖືວ່າສອງຝ່າຍທີ່ພວມຂັດແຍ້ງກັນດ້ານການເມືອງຄວນຊອກຫາວິທີແກ້ໄຂ ພ້ອມທັງປະຕິເສດຂ່າວລືທີ່ວ່າຕົນເອງພວມວາງແຜນດຳເນີນການກໍ່ລັດຖະປະຫານເພື່ອກາຍເປັນນາຍົກລັດຖະມົນຕີຄົນໃໝ່ຂອງ ໄທ.