ກອງປະຊຸມກຽມ ບັນດາເຈົ້າໜ້າທີ່ຂັ້ນສູງ ອາຊຽນ

ກອງປະຊຸມກຽມ ບັນດາເຈົ້າໜ້າທີ່ຂັ້ນສູງ ອາຊຽນ - ảnh 1

(vovworld) - ທີ່​ກຳ​ປູ​ເຈຍ, ວັນ​ທີ 7/7, ລັດຖະມົນຕີ​​ການ​ຕ່າງປະ​ເທດ ​ແລະ ຮ່ວມ​ມື​ສາກົນ ກຳປູ​ເຈຍ ທ່ານ​ນາງ Soeung Rathchavy ​ໄດ້​ຈັດ​ການ​ປະຊຸມ​ຂ່າວ ປະກາດ​ບາງ​ເນື້ອ​ໃນ​ຕົ້ນຕໍ​ຂອງ​ກອງ​ປະຊຸມ​ກຽມ​ບັນດາ​ເຈົ້າ​ໜ​້າທີ່​ຂັ້ນ​ສູງ ອາ​ຊຽນ (ຫຼື Asean Som) ຖືກ​ດຳ​ເນີນ​ໃນ​ວັນ​ທີ 6 – 7/7. ຕາມ​ນັ້ນ​ແລ​້ວ, ກອງ​ປະຊຸມ​ Som ​ໄດ້​ກະກຽມ​ສຳ​ເລັດ​ບັນດາເນື້ອ​ໃນ​ທີ່ຮັບ​ໃຊ້​ໃຫ້​ແກ່​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນ ຕ່າງໆ ​ແລະ ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື (ອາ​ຊຽນ +1, ອາ​ຊຽນ +3, ກອງ​ປະຊຸມ​ສຸດ​ຍອດ ອາຊີ ຕາ​ເວັນ​ອອກ) ​ແລະ ​ເວທີ​ປາ​ໄສ​ພາກ​ພື້ນ ອາ​ຊຽນ ຄັ້ງ​ທີ 19 (ຫຼື ARF 19). ນອກຈາກ​ນັ້ນ​ແລ້ວ, ບັນດາ​ເຈົ້າ​ໜ​້າທີ່​ຂັ້ນ​ສູງ ອາ​ຊຽນ ​ໄດ້​ແບ່ງປັນ​ທັດສະນະ ກ່ຽວ​ກັບ​ວິວັດ​ການ​ສ້າງ​ປະຊາ​ຄົມ ອາ​ຊຽນ, ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC), ການ​ຮ່ວມ​ມື ອາ​ຊຽນ - ອີ​ຢູ, ອາ​ຊຽນ - ລາຊະ​ອານາ​ຈັກ ອັງກິດ.​.​.​ ຄາ​ດວ່າ, ​ໃນ​ກອງ​ປະ​  ຊຸ​ມຄັ້ງ​ນີ້, ບັນດາ​ລັດຖະມົນຕີ ອາ​ຊຽນ ຈະ​ຮັບຮອງ​ເອົາ​ບາງ​ເອກະສານ​ຄື: ຖະ​ແຫຼ​ງການ​ອາ​ຊຽນ ກ່ຽວ​ກັບ​ອະນຸ​ສັນຍາ​ຂອງ​ສັນຍາ​ພາກ​ພື້ນ ອາຊີ ຕາ​ເວັນ​ອອກສຽງ​ໃຕ້ປອດ​ອາວຸດ​ນິວ​ເຄຼຍ(ຫຼື SEANWFZ) ​ແລະ ພ້ອມ​ກັບ ຈີນ​ເຊັນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ ກ່ຽວ​ກັບສ​ົນ    ທິສັນຍາ SEANWFZ ​ແລະ ອະນຸ​ສັນຍາ​ຂອງ​ສົນທິສັນຍາ, ຖະ​ແຫຼ​ງການ​ຮ່ວມ​ຂອງ​ກອງ​ປະຊຸມ AMM 45, ຖະ​ແຫຼ​ງການຮ່ວມ​ຂອງ​ກອງ​ປະຊຸມ ARF 19 ​ແລະ ຖະ​ແຫຼ​ງການ​ປະທານ​ຂອງ​ບັນ​ດາກ​ອງປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນ ກັບ​ບັນດາ​ຄູ່​ຮ່ວມ​ມື (ອາ​ຊຽນ +1, ອາ​ຊຽນ +3, ກອງ​ປະຊຸມສຸດຍອດ ອາຊີ ຕາ​ເວັນ​ອອກ).

 

 

ຂ່າວ/ບົດ​ອື່ນ