ກອງປະຊຸມຂັ້ນສູງອາຊຽນ ກ່ຽວກັບການພັດທະນາຊົນນະບົດ, ລົບລ້າງຄວາມອຶດຫິວທຸກຍາກຄັ້ງທີ 9

ກອງປະຊຸມຂັ້ນສູງອາຊຽນ ກ່ຽວກັບການພັດທະນາຊົນນະບົດ, ລົບລ້າງຄວາມອຶດຫິວທຸກຍາກຄັ້ງທີ 9 - ảnh 1
ກອງປະຊຸມອາຊຽນ ກ່ຽວກັບການພັດທະນາຊົນນະບົດ ແລະ ລົບລ້າງຄວາມອຶດຫິວທຸກຍາກຄັ້ງທີ 9
(ພາບ: gdtd.vn)

(vovworld) – ຕອນ​ເຊົ້າວັນ​ທີ 13/6, ຢູ່​ນະຄອນ ດ່າໜັງ. ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນ​ນະ​ບົດ ​ໄດ້​ໄຂ​ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ອາ​ຊຽນ ກ່ຽວ​ກັບ​ການ​ພັດທະນາ​ຊົນນະບົດ ​ແລະ ລົບ​ລ້າງ​ຄວາມ​ອຶດຫິວ ຫຼຸດຜ່ອນ​ຄວາມທຸກ​ຍາກ ຄັ້ງ​ທີ 9. ​ເຂົ້າ​ຮ່ວມ​ກອງ​ປະຊຸມ ມີ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ບັນດາ​ປະ​ເທດ ອາ​ຊຽນ. ດ້ວຍ​ຫົວ​ຂໍ້​ວ່າ “ບັນລຸ​ໄດ້ບັນດາ​ຈຸດໝາຍ​ພັດທະນາ​ຊົນນະບົດ ​ແລະ ລົບ​ລ້າງ​ຄວາມ​ອຶດຫິວ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ຜ່ານ​ການ​ເພີ່ມ​ທະວີ​ການ​ຄ້ຳປະກັນ​ດ້ານ​ສະບຽງ​ອາຫານ, ວິທີ​ລ້ຽງ​ຊີບ​  ​ແລະ ຮັບ​ມື​ກັບ​ການ​ປ່ຽນ​​ແປງ​ຂອງ ດິນ​ຟ້າ ອາກາດ​ໃນ​ພາກ​ພື້ນ ອາ​ຊຽນ”,  ທີ່​ກອງ​ປະຊຸມ​ນີ້, ຜູ້​ແທນ​ທີ່​ຕາງໜ້າ​ໃຫ້​ແກ່​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ ຈະ​ມີ​ການປະຊຸມ​ທີ່​ປຶກສາ ກັບ​ບັນ​ດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ອາ​ຊຽນ ກ່ຽວ​ກັບ ກະສິກຳ, ປ່າ​ໄມ້, ພັດທະນາ​ຊົນນະບົດ, ລົບ​ລ້າງ​ຄວາມ​ອຶດຫິວ ຫຼຸດຜ່ອນ​ຄວາມທຸກ​ຍາກ, ​ແລະ​ເຂົ້າ​ຮ່ວມ ​ເວທີ​ປາ​ໄສ ອາ​ຊຽນ ກັບ​ບັນດາ​ອົງການ​ຂອງ​ລັດຖະບານ ​ແລະ ອົງການ​ບໍ່​ຂຶ້ນ​ກັບ ລັດຖະບານ ກ່ຽວ​ກັບ​ການ​ພັດທະນາ​ຊົນນະບົດ ​ແລະ ລົບ​ລ້າງຄວາມ​ອຶດຫິວ ຫຼຸດຜ່ອນ​ຄວາມທຸກ​ຍາກ.

ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ Nguyen Dang Khoa, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ຫວຽດນາມ ​ເນັ້ນ​ໜັກ​ວ່າ: ​

“​ໃນ​ສະພາບ​ພື້ນຖານ​ເສດຖະກິດ​ໂລກ ກໍ​ຄື​ພາກ​ພື້ນ​ພວມ​ປະ​ເຊີນ​ໜ້າ ກັບ​ສະພາບ​ການ​ປ່ຽນ​​ແປງ​ຂອງ​ດິນ​ຟ້າ​ອາກາດ, ​ແຕ່​ລະ​ປະ​ເທດ​ເວົ້າ​ສະ​ເພາະ ກໍ​ຄື​ປະຊາ​ຄົມ ອາ​ຊຽນ ຄວນ​ຍູ້​ແຮງ​ການ​ແບ່ງປັນ, ​ແລກປ່ຽນບົດຮຽນ ກ່ຽວ​ກັບ​ການ​ພັດທະນາ​ຊົນນະບົດ, ຫຼຸດຜ່ອນ​ຄວາມທຸກ​ຍາກ ​ເພື່ອ​ສາມາດ​ຊອກ​ຫາ​​ເສັ້ນທາງ, ວິທີ​ການ​ປະຕິບັດ​ທີ່​ມີ​ຫົວຄິດ​ປະດິດ​ສ້າງ, ​ເໝາະ​ສົມ​ກັບ​ເງື່ອນ​ໄຂຂອງ​ແຕ່​ລະ​ປະ​ເທດກ່ວາ​ອີກ. ​ເພື່ອ​ປະຕິບັດ​ສິ່ງ​ດັ່ງກ່າວ​ໃຫ້​ໄດ້, ​ແຕ່​ລະ​ປະ​ເທດຄວນ​ຄົ້ນ​ຄ້ວາ ບັນດາ​ມາດ​ຕະການ ​ແລະ ສືບ​ຕໍ່​ປຶກສາ​ຫາລື ​ເພື່ອ​ຍົກ​ອອກ​ທິດ​ທາງ​ຮ່ວມ​ມື​ໃໝ່ ​ໃນ​ອາ​ຊຽນ ​ແລະ ພາກ​ພື້ນ ກ່ຽວ​ກັບ​ການ​ພັດທະນາ​ຊົນນະບົດ ​ແລະ ລົບ​ລ້າງ​ຄວາມ​ອຶດຫິວ​ຫຼຸ​ດຜ່ອນ​ຄວາມທຸກ​ຍາກ”

ຂ່າວ/ບົດ​ອື່ນ