ກອງປະຊຸມຂອງຄະນະຊີ້ນຳແຫ່ງຊາດເຊື່ອມໂຍງ ດ້ານການສຶກສາ ແລະ ວິທະຍາສາດ, ເຕັກໂນໂລຢີ ເຂົ້າກັບສາກົນ

ກອງປະຊຸມຂອງຄະນະຊີ້ນຳແຫ່ງຊາດເຊື່ອມໂຍງ ດ້ານການສຶກສາ ແລະ ວິທະຍາສາດ, ເຕັກໂນໂລຢີ ເຂົ້າກັບສາກົນ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: VGP/Từ Lương)

(vovworld) - ຕອນ​ບ່າຍ​ວັນ​ທີ 6/8, ຢູ່​ສຳ​ນັກ​ງານ​ລັດຖະບານ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ, ຫົວໜ້າ​ຄະນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບເຊື່ອມ​ໂຍງ​ດ້ານ​ການ​ສຶກສາ ​ແລະ ວິທະຍາສາດ, ​ເຕັກ​ໂນ​ໂລ​ຢີກັບ​ສາກົນ, ​ເປັນ​ປະທານ​ກອງ​ປະຊຸມ​ນັດ​ສາມັນ​ຂອງ​ຄະນະ​ຊີ້​ນຳ. ທີ່​ກອງ​ປະຊຸມ, ບັນດາ​ສະມາຊິກ​ຂອງ​ຄະນະ​ຊີ້​ນຳ​ໄດ້​ປະກາດ​ກ່ຽວ​ກັບ​ສະພາບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ໃນ​ຂົງ​ເຂດ​ສຶກສາ ​ແລະ ວິທະຍາສາດ​ເຕັກ​ໂນ​ໂລ​ຢີ 6 ​ເດືອນ​ຕົ້ນ​ປີ. ຕາມ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ​ແລ້ວ, ກະຊວງ​ໄດ້​ສົມທົບ​ກັບ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ສ້າງ​​ແຜນ​ຮ່າງ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​​ໃນ​ຂົງ​ເຂດ​ການ​ສຶກສາ ​ແລະ ສອນ​ວິຊາ​ຊີບ​ຮອດ​ປີ 2020 ​ເພື່ອ​ແນ​ໃສ່​ປ່ຽນ​ໃໝ່​ພື້ນຖານ​ການ​ສຶກສາ​ ຫວຽດນາມ ຕາມ​ທິດຫັນ​ເປັນ​ມາດຖານ, ທັນ​ສະ​ໄໝ ​ແລະ ​ເຊື່ອ​ມ​ໂຍງ​ເຂົ້າ​ກັບ​ສາກົນ. ກ່າວ​ຄຳ​ເຫັນ​ສະຫລຸບ​ກອງ​ປະຊຸມ, ທ່ານ​ຮອງ​ນາຍົ​ກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ສະ​ເໜີ​ໃຫ້​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ກະກຽມ ​ທິດ​ທາງຮ່ວມ​ມື​ຍຸດ​ທະ​ສາດ​​ໃນ​ການ​ກໍ່ສ້າ​ງມະຫາວິທະຍາ​ໄລ​ແຫ່ງ​ຕ່າງໆ, ​ໃນ​ນັ້ນ, ມີ​ການ​ຮ່ວມ​ມື​ດ້ານການ​ສຶກສາ​ສຳລັບ ສະຫະພັນ ລັດ​ເຊຍ. ທ່ານຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ຮຽກຮ້ອງ​ໃຫ້​ກະຊວງ​ການ​ຕ່າງປະ​ເທດ ກວດກາ​ບັນດາ​ສະຖາ​ນທີ່, ວິທີ, ​ຫຼັກ​ສູດ, ​ແຫຼ່ງຊັບພະຍາກອນມະນຸດ​ບຳລຸງ​ສ້າງ​ພາສາ ຫວຽດ ​ໃຫ້​ແກ່​ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ, ​ເປັນ​ເຈົ້າ​ການ​ສົມທົບ​ກັບ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ​ແລະ ບັນດາ​ກະຊວງ​ທີ່​ກ່ຽວ​ຂ້ອງ​ເພື່ອ​ປະຕິບັດ​ວຽກ​ງານ​ນີ້​ໃຫ້​ເປັນ​ຢ່າງ​ດີ.

ຂ່າວ/ບົດ​ອື່ນ