ກອງປະຊຸມຄັ້ງທີ 14 ຄະນະກຳມາທິການລະຫວ່າງລັດຖະບານ ຫວຽດນາມ -ຢູແກຼນ

(VOVWORLD) -ວັນທີ 10 ຕຸລາ, ຢູ່ ນະຄອນຫລວງ Kiev ປະເທດ ຢູແກຼນ ໄດ້ດຳເນີນກອງປະຊຸມຄັ້ງທີ 14 ຄະນະກຳມາທິການລະຫວ່າງລັດຖະບານ ຫວຽດນາມ - ຢູແກຼນ ກ່ຽວກັບການຮ່ວມມືເສດຖະກິດ ການຄ້າ ແລະ ວິທະຍາສາດ - ເຕັກນິກ. 

ກອງປະຊຸມຄັ້ງທີ 14 ຄະນະກຳມາທິການລະຫວ່າງລັດຖະບານ ຫວຽດນາມ -ຢູແກຼນ - ảnh 1ປະທານຄະນະກຳມາທິການທັງສອງທ່ານລົງນາມໃນບົດບັນທຶກກອງປະຊຸມ 

ພາບ:TTXVN

ເຂົ້າຮ່ວມກອງປະຊຸມ, ຄະນະຜູ້ແທນຫວຽດນາມ ໂດຍທ່ານ ຮວ່າງກວັກເວື້ອງ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມທັງເປັນປະທານຄະນະກຳມາທິການລະຫວ່າງລັດຖະບານ ຝ່າຍຫວຽດນາມ ເປັນຫົວຫນ້າຄະນະ. ຝ່າຍ ຢູແກຼນ ໂດຍທ່ານ Nefiodov Maksym, ຮອງລັດຖະມົນຕີຜູ້ທີຫນຶ່ງ ຂອງກະຊວງພັດທະນາເສດຖະກິດ ແລະ ການຄ້າ ຢູແກຼນ ເປັນຫົວຫນ້າຄະນະ.  ທີ່ກອງປະຊຸມຄັ້ງນີ້ ສອງຝ່າຍເຫັນດີວ່າ: ໄລຍະຫຍຸ້ງຍາກຜ່ານມາ ໄດ້ສົ່ງຜົນສະທ້ອນບໍ່ແມ່ນຫນ້ອຍເຖິງການຮ່ວມມືລະຫວ່າງສອງປະເທດ, ສະນັ້ນ ໃນໄລຍະຈະມາເຖິງ ສອງຝ່າຍຄວນຕັ້ງຫນ້າກວ່າອີກໃນການເຊື່ອມຕໍ່ບັນດາຊ່ອງຮ່ວມມືຜ່ານກົນໄກຂອງຄະນະກຳມະການລະຫວ່າງລັດຖະບານສອງປະເທດ. ສອງຝ່າຍເປັນເອກະພາບຕໍ່ບັນດາເນື້ອໃນຂອງກອງປະຊຸມ, ສຸມໃສ່ເຂົ້າໃນບັນດາຂົງເຂດຮ່ວມມືຄື: ການເມືອງ ການທູດ, ເສດຖະກິດ ການຄ້າ, ການຂຸດຄົ້ນແຮ່ທາດ, ອຸດສາຫະກຳ, ກົນຈັກ, ກະສິກຳ, ວິທະຍາສາດ ເຕັກໂນໂລຊີ, ດັດປັບນະໂຍບາຍ, ສາທາລະນະສຸກ, ການຢາ ແລະ ສິ່ງແວດລ້ອມ… ສອງຝ່າຍຖືວ່າ ໃນໄລຍະຈະມາເຖິງ, ຄວນຍູ້ແຮງການເຄື່ອນໄຫວແລກປ່ຽນຄະນະຜູ້ແທນທຸກຂັ້ນ, ສົ່ງເສີມວິສາຫະກິດສອງປະເທດເປັນເຈົ້າການໃນການເປີດກວ້າງຕະຫລາດສົ່ງອອກ, ເຂົ້າຮ່ວມບັນດາໂຄງການລົງທຶນຢູ່ແຕ່ລະປະເທດ.

ສິ້ນສຸດກອງປະຊຸມ, ປະທານຄະນະກຳມາທິການທັງສອງທ່ານ ໄດ້ລົງນາມໃນບົດບັນທຶກກອງປະຊຸມຄັ້ງທີ 14 ຄະນະກຳມາທິການລະຫວ່າງລັດຖະບານຫວຽດນາມ - ຢູແກຼນ ກ່ຽວກັບການຮ່ວມມືດ້ານເສດຖະກິດ ການຄ້າ ແລະ ວິທະຍາສາດ ເຕັກນິກ.

ຕອບກັບ

ຂ່າວ/ບົດ​ອື່ນ